Breaking News

ເພາະຮັກໃນອາຊີບນີ້ຫຼາຍ!!! ສໍລະຍຸດ ຜູ້ປະກາດຂ່າວຊື່ດັງ ຈາກລາຍການດັງ (ປະເທດໄທ) ເຖິງຈະຕິດຄຸກກໍຍັງບໍ່ຖີ້ມອາຊີບທີ່ຮັກ “ອ່ານຂ່າວ ແລະ ຮ້ອງເພງເປັນກໍາລັງໃຈໃຫ້ຄົນຢູ່ທາງນອກສູ້ກັບ Covid-19”

ແບ່ງປັນ

ຖ້າເວົ້າເຖິງຜູ້ປະກາດຂ່າວຊື່ດັງຂອງ ປະເທດໄທ ເຊື່ອວ່າໜ້ອຍຄົນທີ່ຈະບໍ່ຮູ້ຈັກຜູ້ປະກາດຂ່າວຄົນນີ້ ສໍ​ລະ​ຍຸດ ນັກ​ຈັດ​ລາຍ​ການ​ຊື່​ດັງ ຈາກລາຍການດັງ “ເລື່ອງເລົ່າເຊົ້ານີ້” ແຕ່​ເມື່ອບໍ່ດົນມານີ້ ສໍລະຍຸດ ໄດ້ຖືກຕັດສິນຈໍາຄຸກໃນຄະດີ ​ຍັກ​ຍອກ​ເງິນ​ຄ່າ​ໂຄ​ສະ​ນາ​ເກີນ​ເວ​ລາ​ໃນ​ລາຍ​ການ ຫຼາຍກວ່າ 138 ລ້ານ​ບາດ. ໂດຍສານໄດ້ຕັດ​ສິນ​ໃຫ້​ຈຳ​ຄຸກເປັນເວລາ 6 ປີ 24 ເດືອນ ປັດຈຸບັນ ສໍລະຍຸດກໍໄດ້​ໃຊ້​ຊີ​ວິດ​ໃນ​ເຮືອນ​ຈຳ (ບ່ອນຄຸມຂັງນັກໂທດ)

ແຕ່​ຫຼ້າ​ສຸດ ສໍ​ລະ​ຍຸດ ​ໄດ້​ປາ​ກົດ​ອອກມາອີກ​ຄັ້ງ​ໃນ​ຖາ​ນະ “ນັກ​ເລົ່າ​ຂ່າວ​ໃນ​ເຮືອນ​ຈຳ” ໂດຍ ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ ອະທິບໍດີກົມຣາຊທັນ ພໄນຕໍາຫຼວດເອກ ດຣ. ນະຣັຊ ເສວະນັນ ໂດຍທ່ານໄດ້​ໃຫ້​ສຳ​ພາດ​ຜ່ານ​ລາຍ​ການ “ເລື່ອງ​ເລົ່າ​ເຊົ້າ​ນີ້” ວ່າ ຕອນ​ນີ້​ໜ້າ​ທີ່ຫຼັກໆ ຂອງ ສໍລະສໍ​ລະ​ຍຸດ ລະ​ຫວ່າງ​ຢູ່​ເຮືອນ​ຈຳ​ກໍ​ຄື​ການ​ຈັດ​ລາຍ​ການ “​ເລື່ອງ​ເລົ່າ​ຊາວ​ເຮືອນ​ຈຳ​” ​ເພື່ອ​ໃຫ້​ຄວາມ​ຮູ້​ແກ່​ຜູ້​ຕ້ອງ​ຫາ​ໃນ​ເຮືອນ​ຈຳ.

ເຊິ່ງຫຼາຍຄົນທີ່ໄດ້ເຫັນ​ລີ​ລາ ແລະ ນ້ຳ​ສຽງ​ຂອງການອ່ານຂ່າວຂອງ ສໍ​ລະ​ຍຸດ ແລ້ວຕ້ອງບອກວ່າ Style ການ​ເວົ້າ, ລີ​ລາ​ແບບ​ເກົ່າ ແຕ່​ສະ​ພາບ​ຮ່າງ​ກາຍ​ແຕກ​ຕ່າງ​ຈາກ​ເກົໍ່​ຳຫຼາຍ​ຄື ຜົມ​ຂ່າວ ບໍ່​ມີ​ສາກ ດີ​ຈີ​ຕອນ, ມີ​ພຽງ​ສະ​ນາມ​ສວນ​ນ້ອຍໆ​  ທາງຫຼັງ ແລະ ນັ່ງ​ເຫຼົ່າ​ຂ່າວ​ເທິງ​ໂຕະ​ຂ່າວ… ແນວໃດກໍຂໍເປັນກໍາລັງໃຈໃຫ້ ສໍລະຍຸດ ບໍ່ວ່າຈະຢູ່ໃສ ກໍສາມາດເຮັດໃນສິ່ງທີ່ຕົນເອງຮັກໄດ້ ພ້ອມທັງຊື່ນຊົມນໍ້າໃຈ ທີ່ຮັກໃນອາຊີບ ສື່ ຢ່າງສຸດໃຈ…

ຄຣິບຂ່າວດັ່ງກ່າວ

ຂອບໃຈທີ່ມາ: ຊຸບຊິບບັນເທີງ

ແບ່ງປັນ