ຈາກການລາຍງານສະຖານນະການ ການແພ່ລະບາດຂອງ ໂຄວິດ-19 ໃນສ.ອາເມຣິກາ ໃນວັນທີ 6 ເມສາ 2020 ໃຫ້ຮູ້ວ່າ ອາເມຣິກາເລີ່ມເຂົ້າສູ່ອາທິດທີ່ຄາດວ່າ ຈະເປັນໄລຍະທີ່ໜັທີ່ສຸດ ຫຼັງຈາກມີຍອດຜູ້ເສຍຊີວິດຫຼາຍກວ່າ 9.500 ຄົນ. ພ້ອມກັບຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າ 3.3 ແສນຄົນ ແຕ່ວ່າມີຜູ້ວ່າການບໍ່ເທົ່າໃດລັດ ທີ່ອົດທົນໃຊ້ມາດຕະການສັ່ງໃຫ້ປະຊາຊົນກັກຕົວເອງຢູ່ໃນເຮືອນ ແຖມຍັງມີໂບດ (ວັດສາສະໜາຄຣິສ) ຫຼາຍບ່ອນທີ່ຍັງເຮັດພິທີທາງສາສະໜາຢູ່…
ປັດຈຸບັນຈໍານວນຍອດຜູ້ເສຍຊີວິດໃນລັດ ນິວຢອກ ສູນກາງການລະບາດໃນ ສ.ອາເມຣິກາ ຫຼຸດລົງເລັກນ້ອຍແຕ່ຍັງມີຈໍານວນສູງເຖິງ 600 ຄົນ ພາຍໃນມື້ດຽວກັນ; ສ່ວນຈໍານວນຜູ້ຕິດເຊື້ອພາຍໃນມື້ດຽວແມ່ນຍັງເພີ່ມຂຶ້ນເຖິງ 7.300 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອຂອງລັດ ນິວຢອກເພີ່ມເປັນ 122.000 ຄົນ ແລະ ເສຍຊີວິດແລ້ວ 1,459 ຄົນ ໃນຂະນະທີ່ລັດ ເພນຊີລວາເນຍ, ລັດໂຄຣາໂດ ແລະ ວໍຊິງຕັນ ດີ.ຊີ ເລີ່ມມີຍອດຜູ້ເສຍຊີວິດເພີ່ມຂຶ້ນເລື້ອຍໆ
ໂດຍ ປະທານາທິບໍດີ ສ.ອາເມຣິກາ ທ່ານ ໂດນັ່ລ ທຣັ້ມ ໄດ້ອອກມາຖະແຫຼງການວ່າ ອາທິດທີ່ໜັກທີ່ສຸດມາຮອດແລ້ວ ຍ້ອນມີຊາກສົບຄົນຈໍານວນຫຼວງຫຼາຍທີ່ເຈົ້າໜ້າທີ່ເລັ່ງນໍາມາບັນຈຸໃສ່ຖົງ ແລະ ໃສ່ໄວ້ໃນຫ້ອງເກັບສົບ ສູນວີກຄອຟ ເຕັມແໜ້ນໃນຫ້ອງ
ທາງດ້ານ ໝໍເຈີໂຣມ ອະດັມສ໌ ໄດ້ກ່າວວ່າ ເຖິງໄລຍະເວທີ່ຍາກລໍາບາກໄດ້ຄືບຄານເຂົ້າມາແຕ່ກໍມີແສງສະຫວ່າງທີ່ປາຍອຸໂມງ ຖ້າທຸກຄົນຊ່ວຍກັນເວັ້ນໄລຍະຫ່າງທາງສັງຄົມໃຫ້ໄດ້ 30 ວັນ… “ມັນຈະເປັນອາທິດທີ່ໜັກທີ່ສຸດ ແລະ ເສົ້າທີ່ສຸດສໍາລັບຊີວິດຄົນອາເມຣິກາ ສ່ວນໃຫຍ່ ຖ້າເວົ້າກັນຕົງໆ ມັນຈະເປັນຈັງຫວະຄືກັບເຫດການຖະຫຼົ່ມ ເພີດຣາເບີ, ເຫດການວິນາດສະກໍາ 9/11 ຈະບໍ່ແມ່ນເຫັດການທີ່ເປັນສະເພາະທ້ອງຖິ່ນ ແຕ່ເປັນໄປທົ່ວປະເທດ ຂ້າພະເຈົ້າຢາກໃຫ້ຄົນອາເມຣິກາເຂົ້າໃຈສະຖານະການນີ້ນໍາ” ພ້ອມທັງກ່າວຍໍ້າຂໍໃຫ້ທຸກຄົນຢູ່ເຮືອນເພື່ອສະລໍການລະບາດຂອງເຊື້ອພະຍາດດັ່ງກ່າວ
ທີ່ມາ: Khaosod