Breaking News

ຮູ້ຈັກກັບ!!! “ວີລະສະຕຣີ” ຜູ້ນໍາແມ່ຍິງຄົນເກັ່ງ 4 ປະເທດ ໃນຍຸກ COVID-19…. “ເມື່ອສັງຄົມໃຫ້ໂອກາດແມ່ຍິງກໍພ້ອມທີ່ຈະສະແດງຄວາມສາມາດຢ່າງເຕັມທີ່”

ແບ່ງປັນ

ໃນຂະນະທີ່ໂລກກຳລັງປະເຊີນກັບບັນຫາການລະບາດຂອງ COVID-19 ຢ່າງໜັກໜ່ວງ ແລະ ແຕ່ລະປະເທດກໍລ້ວນແຕ່ມີວິທີການຮັບມືທີ່ແຕກຕ່າງກັນໄປ ຂຶ້ນຢູ່ກັບສະຖານະການ ສະພາບແວດລ້ອມ ແລະ ຜູ້ນໍາຂອງແຕ່ລະປະເທດ
ເຮົາຄົງໄດ້ຍິນຄໍາທີ່ວ່າ “ສົງຄາມສ້າງວິລະບູລຸດ” ດັ່ງນັ້ນ ຖ້າຜູ້ນໍາຄົນໃດທີ່ສາມາດຈັດການບັນຫາໄດ້ເປັນຢ່າງດີ ສິ່ງທີ່ໄດ້ກັບມາແມ່ນຄວາມນິຍົມຈາກປະຊາຊົນ… ມື້ນີ້ຂວັນໃຈບໍ່ໄດ້ຈະເວົ້າເຖິງວິລະບູລຸດ ແຕ່ຈະພາໄປພົບກັບ ວິລະສະຕຣີ ທີ່ໄດ້ຮັບຄວາມຊື່ນຊົມຈາກປະຊາຊົນໃນຊ່ວງວິກິດ COVID-19 :
ທ່ານນາງ Tsai Ing-wen ປະທານາທິບໍດີ ປະເທດ ໄຕ້ຫວັນ
ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ປະເທດ ນິວຊີແລນ
ທ່ານນາງ Mette Frederiksen ນາຍົກລັດຖະມົນຕີ ປະເທດ ເດນມາກ
ທ່ານນາງ Angela Dorothea Merkel ນາຍົກລັດຖະມົນຕີ ປະເທດ ເຢຍລະມັນ
ເລື່ອງລາວຂອງພວກເຂົານ່າສົນໃຈແນວໃດ? ມື້ນີ້ຂວັນໃຈຈະພາໄປຮູ້ຈັກ…
ກ່ອນອື່ນເຮົາມາເບິ່ງສະເພາະຕົວເລກຂອງຜູ້ຕິດເຊື້ອຂອງ 4 ປະເທດນີ້ (ຂໍ້ມູນວັນທີ 2 ເມສາ 2020)

ໄຕ້ຫວັນ 329 ຄົນ
ນິວຊີແລນ 723 ຄົນ
ເດນມາກ 3,107 ຄົນ
ເຢຍລະມັນ 77,981 ຄົນ
ເລີ່ມຈາກ ໄຕ້ຫວັນ ທີ່ຖືກປະເມີນວ່າຄວບຄຸມສະຖານະການໄດ້ດີ ໂດຍສະເພາະໃນຊ່ວງທີ່ COVID-19 ລະບາດຊ່ວງທໍາອິດ ເພາະວ່າໄຕຫວັນເປັນປະເທດທີ່ອ້ອມຮອບໄປດ້ວຍປະເທດທີ່ມີຜູ້ຕິດເຊື້ອສູງບໍ່ວ່າເປັນ ຍີ່ປຸ່ນ, ເກົາຫຼີໃຕ້ ໂດຍສະເພາະແມ່ນຈີນ ທີ່ເປັນສູນກາງໃນການລະບາດ ໃນເວລານັ້ນ
ເຖິງຢ່າງໃດກໍຕາມ ໄຕ້ຫວັນກັບສາມາດເຮັດໃຫ້ຕົວເລກຂອງຜູ້ຕິດເຊື້ອຄົງທີ່ໄດ້ ຈາກການເລີ່ມມາດຕະການປ້ອງກັນຕັ້ງແຕ່ການລະບາດຍັງເປັນພຽງແຕ່ຂ່າວລື ເຊິ່ງຕອນນັ້ນໄຕ້ຫວັນກໍເລີ່ມກວດສອບຜູ້ທີ່ເດີນທາງມາຈາກຫູເປີ່ຍ ເຊິ່ງເປັນຈຸດທີ່ພົບການລະບາດແຫ່ງທໍາອິດ ແລະ ຍັງເປັນປະເທດທໍາອິດ ທີ່ຕັດສິນໃຈຫຼຸດທ່ຽວບິນລະຫວ່າງຈີນອີກດ້ວຍ. ໃນເລື່ອງຂອງຜ້າປິດປາກທີ່ກຳລັງເປັນບັນຫາຂາດແຄນກັນທົ່ວໂລກ ລັດຖະບານໄຕ້ຫວັນກໍໄດ້ສັ່ງໃຫ້ເພີ່ມກຳລັງຜະລິດ ແລະ ໃນອີກດ້ານກໍປະກາດຫ້າມສົ່ງອອກ ລວມໄປເຖິງການກໍາຈັດເຊື້ອໃນປະເທດ ທີ່ສໍາຄັນຄື ມີການນໍາເທັກໂນໂລຊີມາໃຊ້ ເພື່ອສື່ສານຂໍ້ມູນທີ່ເປັນປະໂຫຍດແກ່ປະຊາຊົນຢ່າງສະໝໍ່າສະເໝີຢ່າງ Application ລະບຸຮ້ານຂາຍຜ້າປິດປາກ ຫຼືແຜນທີ່ຕິດຕາມຜູ້ປ່ວຍ COVID-19


ນອກຈາກນີ້ ທ່ານນາງ Tsai Ing-wen ຍັງອອກມາສື່ສານກັບປະຊາຊົນດ້ວຍຕົນເອງຢູ່ຫຼາຍເທື່ອ ພ້ອມທັງມີການແບ່ງແຍກໜ້າທີ່ຢ່າງຊັດເຈນວ່າໃຜໃນຄະນະລັດຖະບານຮັບຜິດຊອບສ່ວນໃດ ເຊິ່ງທັງໝົດນີ້ເຮັດໃຫ້ທ່ານ ນາງ Tsai Ing-wen ແລະ ຄະນະລັດຖະບານຂອງໄຕ້ຫວັນໄດ້ຮັບຄໍາຊື່ນຊົມ ແລະ ຄວາມນິຍົມຈາກປະຊາຊົນຫຼາຍຂຶ້ນ…


ປະເທດຕໍ່ມາ ນິວຊີແລນ ພາຍໃຕ້ການນໍາພາຂອງທ່ານນາງ Jacinda Ardern ເຊິ່ງໄດ້ຮັບຄໍາຊື່ນຊົມຕັ້ງແຕ່ກ່ອນວິກິດໂຄວິດລະບາດນີ້ແລ້ວ ອາດຈະເປັນເພາະເປັນແມ່ຍິງ ແລະ ອາຍຸນ້ອຍແຕ່ເຮັດໃຫ້ການຕອບສະໜອງຕໍ່ສະຖານະການຕ່າງໆ ເຕັມໄປດ້ວຍຄວາມເຂົ້າໃຈ ໃນຮູບແບບທີ່ເຂົ້າເຖິງຄົນທົ່ວໄປຫຼາຍເຫດການບໍ່ວ່າຈະເປັນພາບທີ່ລົງມາຈາກຍົນດ້ວຍຊຸດລໍາລອງ ແລະ ກະເປົາເປ້ໃບໜື່ງເພື່ອມາເຂົ້າຮ່ວມກອງປະຊຸມສຸດຍອດ Business and Investment Summit 2019 ທີ່ຈັດຂຶ້ນໃນປະເທດໄທທ້າຍປີຜ່ານມາ ແລະ ຫຼ້າສຸດທ່ານນາງ Jacinda Ardern ກໍກາຍເປັນທີ່ເວົ້າເຖິງອີກເທື່ອ ຈາກການ Live ສົດໃນເຟສບຸກສ່ວນຕົວຫຼັງທີ່ນິວຊີແລນສົ່ງຂໍ້ຄວາມຫາປະຊາຊົນ ເພື່ອແຈ້ງຂ່າວການປິດປະເທດໃນມື້ຕໍ່ມາໂດຍທ່ານາງ Jacinda Ardern ມາປະກົດຕົວໃນຊຸດລໍາລອງຄືເກົ່າ ລາວບອກວ່າຫາກໍພາລູກເຂົ້ານອນແລ້ວ ຈຶ່ງຢາກຈະໃຊ້ເວລານີ້ລົມກັບປະຊາຊົນຂອງລາວ ຕະຫຼອດການ Live ຂອງລາວ ເປັນການເວົ້າເຖິງສະຖານະການທົ່ວໄປຂອງການລະບາດ ວິທີຮັບມື ການຕອບຄໍາຖາມຈາກຜູ້ຄອມເມັ້ນ ດ້ວຍຄໍາເວົ້າທີ່ເຂົ້າໃຈງ່າຍ ລວມເຖິງການສົ່ງກຳລັງໃຈ ແລະ ເຕືອນໃຫ້ທຸກຄົນເບິ່ງແຍງເຊິ່ງກັນ ແລະ ກັນ


ສໍາຫຼັບໃນດ້ານນະໂຍບາຍຮັບມືກັບ COVID-19 ຂອງທ່ານ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ ນອກຈາກຈະຕັດສິນໃຈຍົກລະດັບມາດຕະການສູງສຸດ ເຊິ່ງໝາຍເຖິງການປິດເມືອງ ແລະ ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໄວວາ ພ້ອມກັນນັ້ນຍັງມີໂຄງການຊົດເຊີຍລາຍໄດ້ ແລະ ຊ່ວຍຈ່າຍຄ່າຈ້າງພະນັກງານ ແລະ ທຸລະກິດທີ່ໄດ້ຮັບຜົນກະທົບ…


ເດນມາກ ເປັນອີກໜື່ງປະເທດທີ່ໃຊ້ນະໂຍບາຍຄ້າຍຄືກັບ ນິວຊີແລນ ທ່ານນາງ Mette Frederiksen ນາຍົກລັດຖະມົນຕີແຫ່ງເດນມາກ ຕັດສິນໃຈຢ່າງໄວວາຍອມປະກາດປິດປະເທດ ພາຍໃນ 2 ມື້ ຫຼັງຈາກທີ່ມີຜູ້ຕິດເຊື້ອເພີ່ມຂຶ້ນມື້ດຽວເຖິງ 172 ຄົນ ເມື່ອວັນທີ 9 ມີນາ 2020 ມາດຕະການນີ້ຄວບຄຸມທັງການເດີນທາງລະຫວ່າງປະເທດ ແລະ ພາຍໃນປະເທດ

ລວມເຖິງສັ່ງຫ້າມຄົນທີ່ເຮັດວຽກໃນເມືອງ ບໍ່ໃຫ້ເດີນທາງກັບພູມລໍາເນົາຕົນເອງ ເພື່ອປ້ອງກັນການແຜ່ກະຈາຍຂອງພະຍາດ ແນ່ນອນວ່າມາດຕະການນີ້ ເຮັັດໃຫ້ພາກທຸລະກິດໄດ້ຮັບຜົນກະທົບຢ່າງໜັກ ແຕ່ທີ່ນ່າສົນໃຈຄື ລັດຖະບານ ໄດ້ວາງແຜນ ແລະ ອອກນະໂຍບາຍຮອງຮັບໄວ້ລ່ວງໜ້າ ມີການເຂົ້າໄປຊ່ວຍເຫຼືອທຸລະກິດທີ່ມີບັນຫາໂດຍຝ່າຍລັດຖະບານຮັບຜິດຊອບຊ່ວຍຈ່າຍເງິນເດືອນໃຫ້ກັບພະນັກງານ ເປັນຈໍານວນ 75% ຂອງເງິນເດືອນທີ່ໄດ້ຮັບ ສ່ວນພະນັກງານທີ່ຮັບຄ່າຈ້າງລາຍວັນແມ່ນໄດ້ 90% ທາງລັດຖະບານມີນະໂຍບາຍແບບນີ້ ພາກທຸລະກິດຈື່ງບໍ່ຕ້ອງຫຼຸດພະນັກງານ ແລະ ປະຊາຊົນກໍບໍ່ມີການເຄື່ອນຍ້າຍກັບບ້ານເກີດ ສົ່ງຜົນໃຫ້ການລະບາດໃນປະເທດເດນມາກ ບໍ່ຮຸນແຮງເທົ່າປະເທດອ້ອມຂ້າງຕິດກັນ…

ປະເທດສຸດທ້າຍ ເຢຍລະມັນ ເຊິ່ງຫຼາຍຄົນອາດສົງໄສວ່າ ປະເທດນີ້ນ່າສົນໃຈແນວໃດ? ເຖິງວ່າຕົວເລກຜູ້ຕິດເຊື້ອຂອງເຢຍລະມັນຕອນນີ້ຈະສູງເປັນອັນດັບຕົ້ນໆ ຂອງໂລກ ແຕ່ຖ້າສັງເກດເບິ່ງສະເພາະສ່ວນຂອງອັດຕາການເສຍຊີວິດໃນເຢຍລະມັນ ຈະພົບວ່າປະມານ 1% ໃນຂະນະທີ່ ອີຕາລີ ສູງເຖິງ 16% ແລະ ຂອງສະເປນ 12% ເລື່ອງນີ້ມີມາຈາກ ການຍອມທຸ່ມງົບປະມານ ແລະ ຊັບພະຍາກອນຂອງລັດຖະບານ ໃນການກວດຫາເຊື້ອຈາກຜູ້ຕ້ອງສົງໄສ ເຖິງຈະມີອາການບໍ່ໜັກ ຫຼືບໍ່ມີອາການເລີຍກໍຕາມ ເຮັດໃຫ້ເຢຍລະມັນເຫັນພາບຊັດເຈນຂຶ້ນຫຼາຍກັບຈໍານວນຜູ້ຕິດເຊື້ອ ແລະ ສາມາດກັກຕົວຜູ້ຕິດເຊື້ອ ເພື່ອບໍ່ໃຫ້ແຜ່ເຊື້ອຕໍ່ໄດ້ ເມື່ອປະກອບກັບຄວາມພ້ອມດ້ານການແພດ ແລະ ສາທາລະນະສຸກ ລັດຖະບານຈື່ງຮັບມືກັບເລື່ອງນີ້ໄດ້ຢ່າງໄວວາ


ນອກຈາກນີ້ທ່ານນາງ Angela Dorothea Merkel ຍັງໄດ້ອອກມາຖະແຫຼງຜ່ານທົ່ວປະເທດທົ່ວປະເທດ ເພື່ອສ້າງຄວາມເຊື່ອໝັ່ນຈາກປະຊາຊົນ ພ້ອມບອກໃຫ້ຮູ້ເຖິງສະຖານະການຈິງທີ່ອາດຮຸນແຮງຂຶ້ນເລື້ອຍໆ ແຕ່ກໍຂໍໃຫ້ເຊື່ອໝັ່ນວ່າ ລັດຖະບານຈະພາປະເທດພົ້ນວິກິດໄປໄດ້…

ເລື່ອງທັງໝົົດນີ້ ສະແດງໃຫ້ເຫັນເຖິງຄວາມສາມາດຂອງຜູ້ນໍາຍິງຫຼາຍໆຄົນ ທັງໃນເລື່ອງຂອງການສື່ສານ ການຈັດການບັນຫາເຊິ່ງຄິດມາແລ້ວຢ່າງຄວບຄຸມ ສາມາດພິສູດໄດ້ວ່າ ແມ່ຍິງທີ່ຖືກເບິ່ງວ່າເປັນເພດທີ່ອ່ອນໂຍນ ກໍສາມາດສະແດງຄວາມແຂງແກ່ນອອກມາໄດ້ເຊັ່ນກັນ ໂດຍສະເພາະໃນຊ່ວງເວລາ ທີ່ທຸກຄົນກຳລັງບາດເຈັບ ການແກ້ໄຂບັນຫາຢ່າງເຂົ້າໃຈ ກໍອາດຈະເປັນສິ່ງຈໍາເປັນບໍ່ແພ້ກັນ…

ແບ່ງປັນ