ເມ ເນລະມິດ Miss World Laos 2019 ເປັນນາງງາມອີກໜື່ງຄົນຂອງລາວ ທີ່ທັງງາມ ທັງເກ່ັ່ງ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ພ້ອມນັ້ນກໍຍັງມີຄວາມນ່າຮັກ ສົດໃສ! ດັ່ງທີ່ເຮົາຮູ້ກັນແລ້ວວ່າຜ່ານມາທ້າຍປີ 2019 ສາວ ເມ ກໍໄດ້ເປັນຕົວແທນນາງງາມລາວໄປປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດ ມື້ນີ້ຂວັນຈະພາແຟນໆໄປເບິ່ງວ່າສາວ ເມ ເພິ່ນໄດ້ຜ່ານຫຍັງມາແດ່ກວ່າຈະໄປຮອດຈຸດນັ້ນ ເຮົາໄປເບິ່ງນໍາກັນເລີຍ…
]
ຈາກເດັກນ້ອຍບ້ານນອກກັບການເດີນທາງຄົນດຽວໄປປະກວດ ຢູ່ກຸງລອນດອນ, ມັນເປັນເລື່ອງທີ່ທ້າທາຍຫຼາຍ ແລະ ເປັນຄັ້ງທໍາອິດໃນຊີວິດ ທີ່ຕ້ອງເດີນທາງໃຊ້ເວລາຢູ່ເທິງຍົນ 13ຊົ່ວໂມງ ເພາະ ເມ ບໍ່ເຄີຍເດີນທາງໄກປານນີ້ຈັກເທື່ອ, ພໍແຕ່ຍົນແຕະຮອດພື້ນສະໜາມບິນ ຮີດໂທຣ ລອນດອນ ເບິ່ງໄປອ້ອມຮອບບໍ່ຄຸ້ນໜ້າໃຜເລີຍຄືກັບວ່າຫຼຸດເຂົ້າໄປໃນໜັງຕ່າງປະເທດ, ສັງເກດປ້າຍໄປເລື້ອຍໆຈົນເຫັນເຈົ້າໜ້າທີ່ຜູ້ໜຶ່ງຢືນຈັບເຈ້ຍທີ່ມີຊື່ເມຢູ່ ຄວາມຮູ້ສຶກຕອນນັ້ນຄືໂລ່ງໃຈແຮງ ເພິ່ນບອກວ່າ ການບິນໄທ ທີ່ເປັນສະປອນເຊີ້ ໂທລະເລກມາໃຫ້ຖ້າຮັບ ແລ້ວພາໄປເອົາກະເປົາທີ່ເດີນທາງມາພ້ອມກັບເມ 6 ຫີບໃຫຍ່, ອອກມາແລ້ວກໍເຫັນທີມງານກອງປະກວດ ແລະ ໝູ່ນາງງາມທີ່ຖ້ຽວບິນໃກ້ຄຽງກັນຖ້າຢູ່, ພໍກ້າວຂາອອກຈາກສະໜາມບິນມາຂຶ້ນລົດໄປໂຮງແຮມ ມີຄວາມສະຕັ້ນກັບສະພາບອາກາດທີ່ໜາວເຢັນ ແລະ ລົມແຮງ ເກືອບ 5°. ຮອດບ່ອນເກັບໂຕ The Tower Hotel ທຸກຄົນຖ້າຕ້ອນຮັບມີການລົງທະບຽນ ແລະ ຖາມຂໍ້ມູນທີ່ທາງກອງໃຫ້ຕຽມມາ, ມື້ທໍາອິດໝູ່ຍັງມາບໍ່ຄົບເພິ່ນກະໃຫ້ກິນເຂົ້າແລ້ວໄປພັກຜ່ອນຢູ່ຫ້ອງກ່ອນ. ເມ ແນະນໍາເລີຍວ່າພາສາອັງກິດສໍາຄັນແຮງ ເພາະຢ່າງໜ້ອຍເຖິງຈະເວົ້າບໍ່ເກັ່ງແຕ່ກະຂໍໃຫ້ສື່ສານໄດ້ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເວົ້າ ເພາະເຮົາຕ້ອງໄດ້ເອົາໂຕລອດໃນແຕ່ລະມື້. ຕ້ອງໄດ້ປັບໂຕຫຼາຍໆຢ່າງທັງເລື່ອງເວລາທີ່ຊ້າກ່ວາລາວ 7ຊົ່ວໂມງ ກາງຄືນບໍ່ຢາກນອນຕອນສວາຍຢາກຫຼັບ, ອາຫານກະຊິບໍ່ສະໃຈຄືຕຳໝາກຮຸ່ງບ້ານເຮົາ…
ASEAN Team
ເມ ນອນຄົນດຽວໄດ້ສາມມື້ຣູມເມດຈຶ່ງມາຮອດ, ເຊິ່ງແມ່ນຫວຽດນາມ. ກຸ່ມເມທີ່ສະໜິດກັນທີ່ສຸດມີ ຫວຽດນາມ,ຈີນ,ມາເກົ້າ,ຮ່ອງກົງ,ສິງກະໂປ ແລະ ເກົາຫຼີ. ຈະມີການແບ່ງສີໃນການຊ້ອມ ແລະ ເຮັດກິດຈະກຳ, ມີການແຂ່ງເກັບຄະແນນໃນແຕ່ລະຮອບ ຜູ້ທີ່ຊະນະແຄມເປນຈະເຂົ້າຮອບ 40ຄົນ ອັດຕະໂນມັດ.
ນອກນັ້ນ, ຍັງມີອັດວິດີໂອຕ່າງໆທີ່ມາແບບກະທັນຫັນຕ້ອງໄດ້ຄິດເອງ ແລະ ຄິດໃຫ້ໄວ, ກຽມຊຸດ ແຕ່ງໜ້າເຮັດຜົມເອງໃນແຕ່ລະມື້ ລວມທັງມື້ໄຟນໍ, ເວທີແທ້ ແມ່ນຈັດຢູ່ ເອັກເຊວ ລອນດອນ ເວທີໃຫຍ່ອະລັງການ ມີຜູ້ເຂົ້າຊົມຫຼາຍຮ້ອຍຈາກຫຼາຍປະເທດ, ໂຊເປີດໂຕເປັນເພງຊ້າທຸກຄົນຕ້ອງໃຊ້ອິນເນີໄປນຳ, ໂຊທີ່ສອງແມ່ນຊຸດຄອສຕູມຂອງໃຜລາວອອກມາເທື່ອລະທີມສີ ທຸກຄົນຕ້ອງໄດ້ອອກມາໜ້າເວທີສະແດງໂຊຕົວເອງແລ້ວຜູ້ຢູ່ທາງຫຼັງເຮັດຕາມ ເມ ແມ່ນຟ້ອນດວງຈຳປາຄືເກົ່າ, ໂຊຕໍ່ມາແມ່ນໄດ້ຍ່າງໄປເຕັ້ນໄປສະເຕັບແຕ່ລະທີມສີແມ່ນຕ່າງກັນເນັ້ນຄວາມເອັນເຕີເທນ(ເຕັ້ນມ່ວນຈົນລືມວ່າໃສ່ສົ້ນສູງ ). ຈາກນັ້ນປະກາດຮອບ 40ຄົນ ຍ່າງຄູ່ ແລ້ວຄັດເອົາ 12ຄົນ ຍ່າງເຕັ້ນໃນເພງ Girls in London ແລ້ວຕອບຄຳຖາມຈາກວິດີໂອສັ້ນໆ, ຄັດເອົາ 5ຄົນ ມານັ່ງສຳພາດ ແລະ ມິສເວີລ 2019 ແມ່ນ ຈາໄມກາ.
ເມ ໄດ້ຝຶກຕົວເອງຫຼາຍເລີຍທັງດ້ານພາສາທີ່ຮູ້ສຶກວ່າເວົ້າເກັ່ງຂຶ້ນຫຼັ້ງຈາກກັບມາ, ຝຶກຄວາມອົດທົນ ຮຽນຮູ້ເອົາໂຕລອດຊ່ວຍເຫຼືອຕົວເອງ, ການສ້າງມິດຕະພາບທີ່ດີ, ການເປີດໂລກະທັດໃນໂລກກ້ວາງ ແລະ ຍັງໄດ້ຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນໂລກລວມທັງໄດ້ຮູ້ຈັກສະຖານທີ່ ທີ່ບໍ່ເຄີຍຮູ້ຈັກມາກ່ອນ. ສິ່ງສຳຄັນທີ່ສຸດຄືເຮັດໃຫ້ທຸກປະເທດໄດ້ຮູ້ວ່າລາວຢູ່ໃສ ມີເອກະລັກວັດທະນະທຳແນວໃດ, ພູມໃຈ ແລະ ດີໃຈ ທີ່ໄດ້ເປັນ ມິສເວີລລາວ ຄົນທີ່ສາມຂອງປະເທດ ຄັ້ງໜຶ່ງໃນຊີວິດ ມັນຈະຖືກບັນທຶກໄວ້ຕະຫຼອດໄປ. May Nelamith Miss World Lao 2019.
ເອີ້ນໄດ້ວ່າ ສາວ ເມ ເປັນອີກໜື່ງຄວາມພູມໃຈຂອງວົງການນາງງາມລາວ ແລະ ຄົນລາວເຮົາທຸກຄົນເລີຍກໍວ່າໄດ້ ເປັນຜູ້ຍິງພຽງໂຕນ້ອຍໆແຕ່ຜ່ານເລື່ອງລາວຕ່າງໆມາທັ້ງງາມ ແລະ ເກັ່ງ! ຂວັນໃຈເຊື່ອວ່າ ທຸກຄົນຄົງປະຕິເສດບໍ່ໄດ້ເລີຍວ່າ ໜື່ງຄຸນະພາບຂອງວົງການນາງງາມລາວນັ້ນ ກໍຄື ເມ ເນລະນິດ Miss World Lao 2019
ຂອບໃຈຂໍ້ມູນຈາກ: May Nelamith