Breaking News

ຕິດຕາມຢ່າງໃກ້ຊິດ!! ຄະນະສະເພາະກິດລາຍງານ… ອາການຂອງຜູ້ຕິດເຊື້ອ Covid-19 10 ຄົນ ຢູ່ ສປປ. ລາວ

ແບ່ງປັນ

ຕໍ່ເນື່ອງກັບການລະບາດຂອງໂຄວິດ-19 ຫຼ້າສຸດໃນວັນທີ 2 ເມສາ 2020 ທ່ານຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງວ່າ: ປັດຈຸບັນຢູ່ ສປປ ລາວ ຍັງບໍ່ທັນມີຜູ້ຕິດເຊື້ອໂຄວິດ_19 ເພິ່ມ ແລະ ກໍມີຂ່າວດີທີ່ຜູ້ຕິດເຊື້ອກ່ອນໜ້ານີ້ ແມ່ນມີອາການດີຂຶ້ນຕາມລໍາດັບ ພປົວເອົາໃຈໃສ່ຈາກແພດໝໍ ແລະ ຄາດວ່າໃນໄວໆນີ້ ຜູ້ທີ່ຕິດເຊື້ອຈະຫາຍດີ ແລະ ອອກໂຮງໝໍໄດ້ໂດຍໄວ…າຍຫຼັງໄດ້ຮັບການປິ່ນ

ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອຈໍານວນ 7 ຄົນ ແລະ ຫຼວງພະບາງ 3 ຄົນ ລວມເປັນ 10 ຄົນ… ນອກຈາກນີ້ກະຊວງສາທາລະນະຍັງໄດ້ພົວພັນການພະແນກສາທາລະນະສຸກແຂວງຫຼວງພະບາງກໍຄືໂຮງໝໍແຂວງຫຼວງພະບາງ ເພື່ອຕິດຕາມອາການຂອງຄົນເຈັບທີນອນປິ່ນປົວ 3 ຄົນ ເຊິ່ງຕອນນີ້ຍັງບໍ່ມີອາການທີ່ນ່າເປັນຫ່ວງ ແລະ ອາການເບົາບາງລົງ ລວມທັງຈໍານວນຜູ້ຕິດເຊື້ອ 7 ຄົນທີ່ຢູ່ນະຄອນຫຼວງວຽງຈັນກໍເຊັ່ນດຽວກັນ. ຕອນນີ້ຈໍານວນໜື່ງກໍໃກ້ຈະໄດ້ອອກໂຮງໝໍ ແຕ່ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະໄດ້ອອກຈາກໂຮງໝໍຕ້ອງໄດ້ມີການກວດ 2 ຄັ້ງກ່ອນ ຖ້າວ່າຜົນກວດອອກມາເປັນລົບ 2 ຄັ້ງ ຄົນເຈັບກໍຈະໄດ້ອອກຈາກບ້ານໄປຫາອ້ອມກອດຂອງພໍ່ແມ່ ຫຼື ຄົນທີ່ໃກ້ຊິດໄດ້.

ໃນໄລຍະອີກບໍ່ດົນມານີ້ ທີມແພດທາງໂຮງໝໍມິດຕະພາບກໍໄດ້ລາຍງານວ່າ ມີຄົນເຈັບຈໍານວນໜື່ງໃກ້ຈະໄດ້ອອກໂຮງໝໍ ແລະ ຂັ້ນຕອນຕ່າງໆກ່ອນທີ່ຈະອອກໂຮງໝໍ ຕ້ອງມີການກວດສຸຂະພາບກ່ອນ…

ຂອບໃຈຮູບພາບຈາກ: ຂ່າວເສດຖະກິດການຄ້າ

ແບ່ງປັນ