Breaking News

ຄວາມໃນໃຈຂອງຜູ້ຕິດເຊື້ອໂຄວິດ_19 ກໍລະນີຜູ້ທີ 3 ຫຼັງຈາກເຂົ້າຮັບການປິ່ນປົວ… ພ້ອມທັງ(ຂໍຮ້ອງໃຫ້ທຸກຄົນໃນສັງຄົມມີສະຕິລະວັງຕົວ)

ແບ່ງປັນ

ຕໍ່ເນື່ອງກັບສະພາບການລະບາດຂອງພະຍາດລະບາດໂຄວິດ-19 ເຊິ່ງປັດຈຸບັນ ສປປ ລາວ ມີຈໍານວນຜູ້ຕິດເຊື້ອ 10 ຄົນແລ້ວ…

ມື້ນີ້ຂວັນໃຈຢາກໃຫ້ທຸກຄົນໄດ້ອ່ານບົດຄວາມຂອງ ຜູ້ຕິດເຊື້ອກໍລະນີທີ 3 ທີ່ຊື່ວ່າ Jamebon phnphanith ທີ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກທີ່ຕິດເຊື້ອໂຄວິດ ພ້ອມທັງ Update ອາການຫຼັງຈາກເຂົ້າການຮັກສາຕົວມາໄດ້ເກືອບ ອາທິດກວ່າແລ້ວວ່າ…

??? ສະບາຍດີ ?? ຫມູ່ເພື່ອນທຸກຄົນ ???
ກ່ອນອື່ນຫມົດເຈມຂໍຂອບໃຈທຸກຄວາມຫວັງດີແລະກຳລັງໃຈທີ່ມອບໃຫ້ ຕອນນີ້ສະພາບຈິດໃຈ ແລະ ຮ່າງກາຍຂອງເຈມເລີ່ມດີຂື້ນແລ້ວ ເຈມເລີຍຢາກອອກມາອະທິບາຍ ແລະ ຂຽນລາຍລະອຽດໃນສ່ວນຂອງອາການ ແລະ ທາມລາຍຂອງເຈມ

-26/02/2029 ເຈມເດີນທາງໄປທ່ຽວEurope

-10/03/2020 ເຈມມີອາການໄອເລັກຫນ້ອຍ ຕາມປົກກະຕິເວລາທີ່ໄປເມືອງຫນາວ ເພາະເຈມມີໂລກປະຈຳໂຕ(ເຈັບອາມິດ້ານ)

-16/03/2020 ເຈມເດີນທາງກັບລາວຜ່ານເດີ່ນບິນສຸວັນນະພູມ ແລ້ວມາຕໍ່ຍົນລົງວຽງຈັນ

-16/03/2020 ຫລັງຈາກຮອດບ້ານເຈມກະກັກໂຕເອງຢູ່ແຕ່ໃນຫ້ອງນອນບໍ່ໄດ້ອອກໄປໃສເລີຍແຕ່ເພື່ອຄວາມສະບາຍໃຈ ແລະ ເພື່ອຄວາມປອດໄພຂອງເຈມ ແລະ ຄົນໃນຄອບຄົວ ເຈມຈຶ່ງໄປກວດຫາເຊື້ອ COVID-19 ຢູ່ໂຮງຫມໍ150ຕຽງ ໃນວັນທີ 17/03/2020 ແລະ ຫມໍໃຫ້ນອນຢູ່ໂຮງຫມໍຄືນຫນຶ່ງເພື່ອຖ້າຜົນກວດ

-18/03/2020 ຜົນກວດອອກມາວ່າລົບ(ບໍ່ຕິດເຊື້ອ) ແຕ່ຫມໍໃຫ້ຕິດຕາມເບີ່ງອາການອີກ 14 ມື້ ແຕ່ທັງນີ້ທັງນັ້ນອາການຂອງເຈມກໍຄົງທີ່ມາຕັ້ງແຕ່ວັນທີ10 ຈົນຮອດວັນທີ18 ບໍ່ມີໄຂ້ເລີຍ (8ມື້ແລ້ວ)

-19/03/2020 ເຈມມີຄວາມຈຳເປັນທີ່ຈະຕ້ອງໄປຝາກເຄື່ອງຢູ່ DHL ຕອນເຊົ້າ (ທັງພະນັກງານ ແລະ ເຈມ ກໍ່ໃສ່ຜ້າປິດປາກ ແລະ ລ້າງມືດ້ວຍເຈລແອລກໍຮໍແລ້ວ)

ໃນຕອນແລງປະມານ4-5ໂມງຂອງມື້ດຽວກັນເຈມກໍໄດ້ໄປຫາເອື້ອຍເມທີ່ພັກຢູ່ ໂຮງແຮມຄລາວພາຊ່າ ແລະ ໄດ້ໂທຊວນຫມູ່(ກໍລະນີທີ1)ມາກິນເຂົ້ານຳ

-20/03/2020 ເຈມໄດ້ໄປຫາເອື້ອຍເມອີກແປັບຫນຶ່ງແລ້ວກໍກັບບ້ານເລີຍ

-21/03/2020 ຍ້ອນຄວາມຮັກແພງເຈມຈຶ່ງເອົາບັດດອງໄປສົ່ງດ້ວຍໂຕເອງ ແຕ່ກໍ່ໃສ່ຜ້າປິດປາກ ແລະ ພົກເຈວລ້າງມືຕິດໂຕຕະຫລອດ ແລະ ໄດ້ນັ່ງກັບຫມູ່ພຽງແຕ່ 3 ຄົນເປັນເວລາປະມານ 30ນາທີເທົ່ານັ້ນກໍກັບບ້ານແລ້ວ

-22/03/2020 ຢູ່ບ້ານບໍ່ໄດ້ໄປໃສ
-23/03/2020 ຢູ່ບ້ານບໍ່ໄດ້ໄປໃສ

-23/03/2020 ຫມູ່ຂອງເຈມ(ກໍລະນີທີ1)ເປັນໄຂ້ເຂົ້າໂຮງຫມໍເຈມເອງກໍເປັນຫ່ວງ ແລະ ຕິດຕາມອາການຫມູ່ຕະຫລອດ

-24/03/2020 ຜົນກວດຂອງຫມູ່ເຈມໄດ້ຖືກຢັ້ງຢືນວ່າພົບເຊື້ອ
ແລະ ພາຍຫລັງທີ່ຫມູ່ເຈມກວດພົບ ເຈມເອງກະບໍ່ສະບາຍໃຈ ແລະ ເຈມຄິດວ່າໂຕເອງກໍຄວນໄປກວດເພາະເຈມເອງກໍ່ເດີນທາງມາຈາກປະເທດທີ່ຊຸ່ມສ່ຽງເຊັ່ນກັນ ຈື່ງຕັດສິນໃຈກັບໄປຂໍກວດອີກຮອບ1 ແຕ່ຫມໍພຽງແຕ່ວັດໄຂ້ໃຫ້ເທົ່ານັ້ນ ແລະ ບອກເຈມວ່າຈະບໍ່ກວດຫາເຊື້ອ COVID-19ໃຫ້ ເພາະເຈມບໍ່ມີອາການໄຂ້ ຊຶ່ງຜົນກວດຂອງເຈມໃນວັນທີ18 ແມ່ນບໍ່ພົບເຊື້ອ ແລ້ວຫມໍຈື່ງໃຫ້ເຈມກັບບ້ານ

ແຕ່ເຈມກະຍັງບໍ່ສະບາຍໃຈຄືເກົ່າ ແລະ ກໍ່ຕັດສິນໃຈກັບໄປຫາຫມໍອີກຮອບຫນຶ່ງເພື່ອຂໍໃຫ້ຫມໍກວດໂດຍໃຫ້ອີກເຫດຜົນຫນຶ່ງທີ່ວ່າເຄີຍໄດ້ໄປກິນເຂົ້າກັບຫມູ່(ກໍລະນີທີ1)ມາ ຫມໍຈຶ່ງຍອມກວດໃຫ້ ແລະ ໃຫ້ກັບບ້ານເພື່ອຖ້າຟັງຜົນ

-25/03/2020 ຫມໍໂທມາແຈ້ງເຈມວ່າ ຜົນກວດຂອງເຈມເປັນບວກເດີ້(ຕິດເຊື້ອ) ພ້ອມທັງໄດ້ແຈ້ງໃຫ້ຄົນໃກ້ຊິດ ແລະ ຄອບຄົວໃຫ້ກັກໂຕ ເພື່ອເຂົ້າໄປກວດທັນທີ

-26/03/2020 ຜົນກວດທັງຫມົດອອກມາແມ່ນມີພຽງແຕ່1ຄົນໃນຄອບຄົວຂອງເຈມທີ່ພົບເຊື້ອ(ສຳຫຼັບຄົນອື່ນໃນຄອບຄົວ ລວມທັງກຸ່ມທີ່ໄປຟຣັ່ງດ້ວຍກັນອີກ6ຄົນແມ່ນບໍ່ພົບເຊື້ອ)

-27/03/2020 ເຈມໄດ້ຍິນຂ່າວວ່າພະນັກງານຢູ່ DHL ທີ່ຊ່ວຍເຈມແພັກເຄື່ອງໃນວັນທີ19/03/2020 ກໍໄດ້ເຂົ້າໄປກວດແລະ ຜົນອອກມາພົບເຊື້ອ

ສະນັ້ນ ເຈມຢາກຂໍໂທດຫມູ່ຄູ່ທີ່ເຈມຮັກແພງ,ອ້າຍເອື້ອຍນ້ອງທຸກຄົນ, ຄົນໃກ້ຊິດ ແລະ ທຸກຄົນໃນສັງຄົມທີ່ໄດ້ຮັບຜົນກະທົບ ໂດຍສະເພາະທຸກຄົນທີ່ຕິດເຊື້ອ ທີ່ອາດຈະຕິດເຊື້ອຈາກເຈມ ຫລື ໃຜທີ່ບໍ່ຕິດຈາກເຈມກໍ່ຕາມ ແຕ່ຖ້າຕິດເຊື້ອຈາກເຈມແທ້ເຈມເສຍມີຄວາມຮູ້ສືກເສຍໃຈຈາກໃຈທີ່ສຸດ ແລະ ຂໍໂທດທຸກໆຄົນອີກຄັ້ງຫນຶ່ງ!

ມື້ນີ້ວັນທີ 02/04/2020 ເຈມພັກຮັກສາຕົວຢູ່ໂຮງຫມໍເປັນເວລາ9ມື້ແລ້ວ ສະພາບຮ່າງກາຍ ແລະ ຈິດໃຈດີຂື້ນກວ່າຊ່ວງທຳອິດທີ່ຮູ້ຜົນກວດຫລາຍ ເພາະໄດ້ກຳລັງໃຈຈາກຄົນອ້ອມຂ້າງ ແລະ ຫມູ່ເພື່ອນ ເພາະວ່າທຳອິດທີ່ເຈມຮູ້ຜົນກວດ ເຈມອະທິບາຍບໍ່ຖືກເລີຍວ່າການທີ່ຮູ້ວ່າໂຕເອງຕິດເຊື້ອ COVID-19 ຊຶ່ງເປັນເຊື້ອທີ່ຮ້າຍແຮງທີ່ສຸດໃນຕອນນີ້ຈະເປັນແນວໃດ, ຢ້ານ, ກັງວົນ ວ່າຈະມີໃຜໃນຄອບຄົວ, ຄົນໃກ້ຊິດ ຈະມີໃຜອີກບໍ່ທີ່ໄດ້ຮັບເຊື້ອ.

ຍອມຮັບວ່າສະຕິຫລຸດຈົນບໍ່ສາມາດລົມກັບໃຜໄດ້ເລີຍ ປອບໃຈໂຕເອງທັງນຳ້ຕາວ່າເຮົາຕ້ອງເຊົາ ແລະ ຫລັງຈາກທີ່ຕັ້ງສະຕິໄດ້ກໍໄດ້ບອກໂຕເອງວ່າຂ້ອຍຈະຕັ້ງໃຈຮັກສາໂຕເອງ ແລະ ຈະສູ້ກັບມັນໃຫ້ເຖິງທີ່ສຸດ

ທີ່ອອກມາເວົ້ານີ້ແມ່ນຍ້ອນເຈມເອງກໍເສຍໃຈສຳຫລັບທຸກຢ່າງທີ່ເກີດຂື້ນ ໂດຍສະເພາະການທີ່ຄົນໃນຄອບຄົວ ແລະ ຫມູ່ທີ່ຮັກແພງ , ຄົນໄກ້ຕົວຖືກກຸ່ມຄົນຈຳນວນຫນຶ່ງເວົ້າເຖິງໃນທາງທີ່ບໍ່ດີ ຈົນເຮັດໃຫ້ເກີດຜົນກະທົບຫລາຍໆຢ່າງຈາກໃຈເຈມໆບໍ່ຢາກຕິດເຊື້ອແລະບໍ່ຢາກເປັນຄົນແພ່ເຊື້ອໃຫ້ຄົນອື່ນທີ່ຢູ່ໃກ້ໂຕເຈມແລະຮັກແພງ.

ເຈມຢາກຂໍຮ້ອງໃຫ້ທຸກຄົນໃນສັງຄົມມີສະຕິລະວັງຕົວ ແລະ ເຈມບໍ່ຢາກໃຫ້ໃຜຕົກມາຢູ່ໃນສະຖານະການດຽວກັນກັບເຈມໃນຕອນນີ້ເພາະໃນປະຈຸບັນບໍ່ຮູ້ວ່າເຊື້ອພະຍາດນີ້ມີຢູ່ໃສແນ່ ແລະ ມີໃຜອີກທີ່ຕິດ
ຢ່າປະຫມາດ ໃຫ້ທຸກຄົນຢູ່ເຮືອນ ແລະ ກັກໂຕ ໃຫ້ເຮັດຕາມຄໍາສັ່ງຂອງແພັດຫມໍ.

ຢາກຝາກເຖິງທຸກຄົນໃຫ້ມີສະຕິຕື່ມໃນການໄປກວດຫາພະຍາດ Covid-19

– ໃນກໍລະນີສຳຫຼັບຄົນທີ່ບໍ່ໄດ້ພົວພັນກັບຄົນຕິດvirus ຫຼືໄປບ່ອນສຸ່ມສ່ຽງມາ,ຖ້າບໍ່ມີອາການຫຍັງກໍ່ກັກໂຕຢູ່ເຮືອນປົກກະຕິ.
– ສຳຫຼັບຄົນທີ່ມີອາການບໍ່ສະບາຍເລັກນ້ອຍໃຫ້ຕິດຕາມເບິ່ງອາການໂຕເອງຕື່ມ, ກັກໂຕຢູ່ບ້ານ ແລະເຝົ້າເບິ່ງອາການກ່ອນວ່າເຂົ້າຄ່າຍສ່ຽງກັບນິຍາມຂອງໂລກ Covid-19 ບໍ່ ຫຼື ເປັນຍ້ອນວິຕົກເກີນໄປຈົນເຮັດໃຫ້ບໍ່ສະບາຍ, ກ່ອນຈະຕັດສິນໃຈໄປກວດ.
– ເນື່ອງຈາກເຄື່ອງມື,ບຸກຂະລາກອນແລະສະຖານທີ່ຍັງມີຈຳກັດຢູ່, ເຫັນໃຈແພດໝໍເພິ່ນ, ເພາະເພິ່ນຕ້ອງໄດ້ເບິ່ງແຍງຄົນທີ່ນອນໃນກຸ່ມສ່ຽງຕິດຫຼາຍກ່ອນ ແລະຍັງຕ້ອງໄດ້ປິ່ນປົວຄົນເຈັບພະຍາດທົ່ວໄປ ແລະ ສຸກເສີນອີກ …
– ຖ້າບໍ່ໄດ້ຢູ່ໃນພາວະສ່ຽງໃດໆ, ຂໍໃຫ້ມີສະຕິພິຈາລະນາເບິ່ງດີໆວ່າອາການນັ້ນເຫັນສົມຄວນແລ້ວບໍ່, ເພາະການທີ່ໄປແອອັດກັນໃນໂຮງຫໍອາດຈະເຮັດໃຫ້ແພດໝໍເຮັດວຽກບໍ່ສະດວກ, ແລະເຮົາຍັງຈະສ່ຽງທີ່ຈະຕິດພະຍາດຕື່ມອີກ.
– ສິ່ງທີ່ສຳຄັນທີ່ສຸດແມ່ນການຢູ່ເຮືອນ ແລະ ຫຼີກລ່ຽງການອອກໄປພົບປະຜູ້ຄົນຖ້າບໍ່ຈຳເປັນ. ເພາະນີ້ຄືການຮັບຜິດຊອບຕໍ່ຄອບຄົວແລະສັງຄົມ#???

ຂວັນໃຈຂໍໃຫ້ຜູ້ຕິດເຊື້ອທຸກຄົນ ຫາຍດີໄວໆ ແລະ ພ້ອມທັງຂໍໃຫ້ທຸກຄົນຈົ່ງມີສະຕິນໍາກັນຢ່າປະໝາດໃຫ້ທຸກຄົນຢູ່ເຮືອນ ຖ້າບໍ່ຈໍາເປັນຕ້ອງອອກໄປໃສ ເຊື່ອຢ່າງຍິ່ງວ່າ ພວກເຮົາຈະຜ່ານວິກິດນີ້ໄປພ້ອມກັນ

ຂອບໃຈຂໍ້ມູນ: Jamebon phnphanith

ແບ່ງປັນ