Breaking News

ຊົມເຊີຍ!! ໜຸ່ມ ບູຣາຕິໂນ້ ເຈົ້າຂອງເພງດັງ “ເຊົາຫຼາຍໃຈໄດ້ບໍ່”ຊ່ວຍສະໜັບສະໜູນອຸປະກອນການແພດ ໃຫ້ໂຮງໝໍ 150 ຕຽງເພື່ອຕ້ານໂຄວິດ-19…

ແບ່ງປັນ

ສະພາບການບ້ານເມືອງເຮົາໃນປັດຈຸບັນຖືວ່າກຳລັງຢູ່ໃນຊ່ວງພະຍາດບາດໂຄວິດ COVID_19 ແຜ່ລະບາດ ແລະ ຫຼ້າສຸດໃນ ສ ປປລາວເຮົາກໍມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 10 ຄົນແລ້ວ!  ເຖິງບ້ານເຮົາຈະຕົກຢູ່ໃນຊ່ວງວິກິດແບບນີ້ແຕ່ຄົນລາວເຮົາກໍບໍ່ໄດ້ລະເລີຍນໍ້າໃຈຕໍ່ກັນ ຍັງມີຫຼາຍຄົນ, ຫຼາຍພາກສ່ວນຮ່ວມແຮງຮ່ວມໃຈກັນສາມັກຄີກັນຊ່ວຍເຫຼືຶອສັງຄົມ… ເພື່ອຕໍ່ສູ້ກັບ COVID_19

ຂວັັນໃຈ ເຊື່ອວ່າແຟນໆຫຼາຍຄົນຍັງຈື່ຈໍາ ແລະ ຄິດຮອດ ນັກຮ້ອງດັງລາວຄົນນີ້ ສໍາຫຼັບ ໜຸ່ມ “ບູຣາຕິໂນ້ ວົງປະກາຍ” ເພາະໜຸ່ມຄົນນີ້ໄດ້ຝາກຜົນງານຄຸນະພາບໄວ້ຢ່າງຫຼາກຫຼາຍ ໂດຍສະເພາະແມ່ນຜົນງານສຽງເພງທີ່ຫຼາຍໆຄົນອາດຈະຄຸ້ນຫູກັນມາກ່ອນນັ້ນກໍຄືເພງ: “ເຊົາຫຼາຍໃຈໄດ້ບໍ່” ແລະ ເພງ “ຂາດເຈົ້າຂາດໃຈ” ຖືໄດ້ວ່າເປັນຜົງານເພງຮິດທີ່ໄດ້ຮັບກະແສຕອບຮັບຢ່າງລົ້ນຫຼາມຈາກແຟນເພງ…

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, เครื่องดื่ม

ຫຼ້າສຸດເມື່ອບໍ່ດົນມານີ້ມານີ້ໜຸ່ມ “ບູຣາຕິໂນ້” ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ:

“ມື້ນີ້ໄດ້ມອບອຸປະກອນການແພດ ເປັນກ່ອງອະຄຣີລິກປ້ອງກັນການແພ່ກະຈາຍເຊື້ອລະຫວ່າງຄົນເຈັບກັບຫມໍ ໃຫ້ທ່ານຫມໍໄວ້ກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 4 ກ່ອງ ມູນຄ່າ 2,800,000 ກີບ ໃຫ້ແກ່ທີມແພດຫມໍ ໂຮງຫມໍ 150 ຕຽງ…

ກ່ອງອະຄຣີລິກເປັນກ່ອງທີ່ສາມາດປ້ອງກັນການແຜ່ກະຈາຍເຊື້ອລະຫວ່າງຄົນເຈັບ ແລະ ທ່ານໝໍໄດ້ທັງເປັນປະໂຫຍດຢ່າງຫຼວງຫຼາຍໃນວິກິດການແບບນີ້

ในภาพอาจจะมี 1 คน

ຂວັນໃຈຂໍຊົມເຊີຍ ໜຸ່ມ ບູຣາຕິໂນ້ ທີ່ໃນຍາມບ້ານວິກິດແບບນີ້ຍັງມີນໍ້າໃຈເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມແບບນີ້ ຂວັນໃຈເຊື່ອວ່າ ແຟນໆຫຼາຍຄົນຍັງຄົງຄິດຮອດ ແລະ ຖ້າຕິດຕາມຜົນງານສຽງເພງຂອງໜຸ່ມຄົນນີ້ແນ່ນອນ…

ຂອບໃຈຮູບພາບຈາກ: ບູຣາຕິໂນ້ 

 

 

 

ແບ່ງປັນ