Breaking News

ສົມກັບສາຍາ!! ນາງງາມໃຈບຸນ ຍຸ້ຍ ສັນທະນີ Miss Supranational 2018 ບໍລິຈາກຜ້າອັດປາກ ແລະ ເຈລລ້າງມືໃຫ້ກັບໜ່ວຍກູ້ໄພ…

ແບ່ງປັນ

ສົມກັບໄດ້ຮັບສາຍາ “ນາງງາມໃຈບຸນ” ອີກຄົນໜຶ່ງທີ່ບໍ່ວ່າຈະມີເຫດການຫຍັງເກີດຂຶ້ນຢູ່ປະເທດລາວເຮົາ, ປະຊາຊົນເດືອດຮ້ອນຕ້ອງການຄວາມຊ່ວຍເຫຼືອຢູ່ໃສ ແມ່ນໜ້ອຍບ່ອນທີ່ຈະບໍ່ເຫັນໜ້າສາວຄົນນີ້ ຍຸ້ຍ ສັນທະນີ ອະດີດນາງງາມ Miss Supranational 2018… ແລະ ໃນໄລຍະນີ້ປະເທດລາວເຮົາກໍກໍາລັງພະເຊີນກັບໄພພິບັດຈາກ ໂຄວິດ-19 ເຊິ່ງມັນໄດ້ສົ່ງຜົນກະທົບທຸກດ້ານຕໍ່ກັບປະເທດເຮົາ ແຕ່ພາກລັດ ແລະ ບັນດາໜ່ວຍງານທີ່ຮັບຜິດຊອບກໍໄດ້ພະຍາຍາມທຸກວິທີທາງເພື່ອຮັບມື ແລະ ສະກັດກັ້ນພະຍາດດັ່ງກ່າວ!! ລວມທັງປະຊາຊົນຄົນລາວເຮົາຜູ້ທີ່ມີເງື່ອນໄຂກໍໄດ້ອອກມາໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເຕັມທີ່…


ກໍຄືບັນດາຄົນບັນດາຄົນບັນເທີງລາວຫຼາຍຄົນທີ່ຍື່ນມືເຂົ້າມາຊ່ວຍເຫຼືອ ບໍ່ວ່າຈະເປັນອຸປະກອນທາງການແພດຕ່າງໆ ເທົ່າທີ່ຄວາມສາມາດຈະຊ່ວຍໄດ້ ລວມທັງ ນາງງາມໃຈບຸນຄົນນີ້ ຍຸ້ຍ ສັນທະນີ ເຫັນມິດໆບໍ່ໂພສຫຍັງໃນ FB ສ່ວນຕົວແຕ່ກໍລົງໄປບໍລິຈາກເຄື່ອງຊ່ວຍເຫຼືອ ໃຫ້ກັບທີມກູ້ໄພ ທີ່ກໍາລັງປະຕິບັດໜ້າທີ່ຊ່ວຍເຫຼືອຄົນເຈັບຢູ່ສະໜາມດ້ວຍຕົນເອງ… ຈົນເຮັດໃຫ້ FB ຊື່: SaoKai Jaojaohude ໂພສຮູບພາບຂອງສາວຍຸ້ຍ ພ້ອມແຄັບຊັ່ນວ່າ


“ວ່າສີບໍ່ເອົາລົງລະນ່າ………..ແຕ່ຈັກຫນ່ອຍຄົນສີບໍ່ຮູ້ນຳວ່ານາງໃຈດີ ແຕ່ສະພາບນາງງາມທີ່ຂ້ອຍເຄີຍແອບມັກແອບປື້ມຄວາມງາມຕອນນີ້ມັນຫາຍໄປໃສແລ້ວ ຫຼືຖືກປົກປີດດ້ວຍຜ້າອັດປາກໄວ້ຫມົດ 5555 ແຕ່ກະຍັງຮັກໃນຄວາມດີນາງນີໃສດີໃຈດີຂອງນາງຢູ່555555 ຂອບໃຈນ້ອງສາວຂ້ອຍ ຢຸ້ຍ ສັນທະນີ ອະດີດນາງງາມປີ2018 ມາບໍລິຈາກເຢວລ້າງມືແລະໃຫ້ກຳລັງໃຈມາຕະຫຼອດຮັກເດີ້ ບໍ່ເວົ້າຍັງຫຼາຍຮູ້ໆກັນຢູ່… Yui Santhany ຮັກເດີ້ສູດເລີຟ” ໂອ່ຍຍຍ ເຫັນແລ້ວຮູສຶກຮັກນາງເຂົ້າໄປຕຶ່ມອີກ… ແນວໃດແອັດມິ້ນກໍຂໍຊົມເຊີນ ສາວຍຸ້ຍ ກັບການຊ່ວຍເຫຼືອສັງຄົມໃນຄັ້ງນີ້ ພ້ອມທັງຂໍໃຫ້ຄົນລາວທຸກຄົນຜ່ານວິກິດນີ້ໄປໃຫ້ໄດ້ໂດຍໄວເດີ້!!!

   
ຂອບໃຈ: SaoKai Jaojaohude

ແບ່ງປັນ