Breaking News

ດ່ວນ! ອັບເດດຈໍານວນຜູ້ຕິດເຊື້ອ COVID-19 ໃນວັນທີ 31 ມີນາ 2020…

ແບ່ງປັນ

ອັບເດດ! ຈໍານວນຜູ້ຕິດເຊື້ອ ຢູ່ໃນ ສ ປປ ລາວ ຫຼ້າສຸດວັນທີ 31 ມີນາ 2020  ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,ຜູ້ປະຈໍາການຄະນະສະເພາະກິດຖະແຫຼງວ່າ ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນໃນວັນທີ 31 ມີນາ 2020

ສະພາບການ COVID-19 ໃນທົ່ວໂລກ
ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີ
ທັງໝົດ 201 ປະເທດ.

ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ
(ເພີ່ມຂື້ນ 57,565 ກໍລະນີ, ເສຍຊິວິດ 33,930 (ເພີ່ມຂື້ນ 3,069 ກໍລະນີ) ແລະ
ປີ່ນປົວຫາຍດີ 151,191 (ເພີ່ມຂື້ນ 9,246).

ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 29 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ

ວຽກງານຈຸດຜ່ານດ່ານ
ຈໍານວນຜູ້ເດີນທາງເຂົ້າມາທັງໝົດ: 3,783 ຄົນ
ຈໍານວນຜູ້ເດີນທາງຜ່ານສະໜາມບິນທັງໝົດ 163 ຄົນ
ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 2,796 ຄົນ, ມີຄົນເປັນໄຂ້ 11 ຄົນ ທັງໝົດແມ່ນຢູ່ແຂວງຈຳປາສັກ, ໄດ້ຮັບການຕິດຕາມຢູ່ໂຮງໝໍເມືອງໂພນທອງ ແລະ ຈະເກັບຕົວຢ່າງສົ່ງມາແຂວງ.

ການເຝົ້າລະວັງ ແລະ ວິເຄາະ
ວັນທີ 30 ມີນາ 2020, ມີກໍລະນີສົງໃສ 31 ກໍລະນີ, ໄດ້ແກ່
ນະຄອນຫຼວງວຽງຈັນ 23 ກໍລະນີ
ແຂວງຫຼວງພະບາງ ແລະ ຈຳປາສັກ ແຂວງລະ 2 ກໍລະນີ
ແຂວງຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ເຊກອງ ແຂວງລະ 1 ກໍລະນີ
ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນກວດເປັນລົບທັງ 31 ກໍລະນີ.

ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໃສທັງໝົດມີ 407 ກໍລະນີ, ຜົນອອກມາເປັບລົບທັງໝົດ. ສ່ວນຜູ້ຕິດເຊື້ອຍັງເປັນ 9 ກໍລະນີ ຫຼື 9 ຄົນ.

ພ້ອມດຽວກັນນັ້ນ ພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນທີ່ພົບເຊື້ອມີທັງໝົດ 183 ຄົນ ດັ່ງນີ້:
ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ.
ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ
ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ນະຄອນຫຼວງ
ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ນະຄອນຫຼວງ
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.

ການປິ່ນປົວ
ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 09 ຄົນ: 06 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

ຂໍ້ແນະນໍາ
ຕໍ່ການຈັດຕັ້ງປະຕິບັດຄຳສັ່ງນາຍົກເລກທີ 6 /ນຍ, ວັນທີ 29 ມີນາ 2020:
ການຜັນຂະຫຍາຍຂອງແຕ່ລະຂະແໜງການ, ແຕ່ລະພາກສ່ວນ ເປັນອັນລະອຽດ ອາດຈະບໍ່ທ່ວງທັນຄົບຖ້ວນ; ສະນັ້ນຂໍໃຫ້ແຕ່ລະພາກສ່ວນຈົ່ງຮີບຮ້ອນຄົ້ນຄວ້າລົງລາຍລະອຽດສ້າງເປັນບົດແນະນຳ ເພື່ອມີຄວາມເຂົ້າໃຈ, ເປັນເອກະພາບ, ງ່າຍໃນການຈັດຕັ້ງປະຕິບັດ;
ເປັນຕົ້ນ:

ພັກການພາກສ່ວນຜູ້ພັກການຄວນປະຕິບັດຕົວແນວໃດ, ພາກສ່ວນບໍ່ພັກການຄວນປະຕິບັດແນວໃດ ເພື່ອຮັບປະກັນບໍ່ຕິດເຊື້ອ, ບໍ່ແຜ່ເຊື້ອເປັນວົງກວ້າງ;

ປິດຮ້ານຄ້າ, ໂຮງງານ ແລະ ອື່ນໆ ແລະ ບໍ່ປິດຕະຫຼາດແມ່ນປະຕິບັດແນວໃດ?

ລົດຂົນສົ່ງຜ່ານແດນ ຫຼື ເຂົ້າມາສົ່ງເຄື່ອງເຮັດແນວໃດ? ແລະ ອື່ນໆ

ການຕິດຕາມກວດກາການປະຕິບັດມາດຕະການຢູ່ຊາຍແດນຢ່າງເຄັ່ງຄັດ-ຈຳກັດການເຄື່ອນ ໄຫວ ການຈຳກັດບໍລິເວນຜູ້ມາຈາກຕ່າງປະເທດຢູ່ເຮືອນ ຢູ່ສະຖານທີ່ລັດຈັດສັນໃວ້ໃຫ້ຖືກມາດຕະຖານ, ຕິດຕາມກວດສຸຂະພາບ ບໍ່ເປັນແຫຼ່ງຕິດເຊື້ອ ແລະ ແຜ່ເຊື້ອ;

ການປະຕິບັດຕົນເອງຂອງຜູ້ສຳພັດໃກ້ສິດກັບຄົນເຈັບໃນການຈຳກັດບໍລິເວນຕົນເອງ ແລະ ຕິດຕາມອາການ
ຖ້າພວກເຮົາພ້ອມກັນປະຕິບັດມາດຕະການທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຈະສາມາດຫຼີກເວັ້ນການຕິດເຊື້ອ ການສົ່ງເຊື້ອ ຊື່ງເປັນການແຜ່ລະບາດ ແລະ ເອົາໃຈໃສ່ປິ່ນປົວສະເພາະຜູ້ຕິດເຊື້ອໃຫ້ຫາຍດີໄວ.

ຂອບໃຈຂໍ້ມູນຈາກ ໂທງລະໂຄ່ງ

ແບ່ງປັນ