Breaking News

ສະຖານະການຍັງໜ້າເປັນຫ່ວງ!! ອັບເດດຈໍານວນຜູ້ຕິດເຊື້ອ COVID_19 ປັດຈຸບັນບັນລຸ 7 ແສນກວ່າຄົນ… ອັນດັບໜຶ່ງຍັງຄົງເປັນ ສ. ອາເມຣິກາ.

ແບ່ງປັນ

ປັດຈຸບັນ ໂລກແຜ່ລະບາດ COVID_19 ກຳລັງແຕ່ລະບາດເກືອບທົ່ວທຸກພື້ນທີ່ຂອງໂລກເຊິ່ງໄດ້ສົ່ງຜົນໃຫ້ຈໍານວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດນັບມື້ນັບຫຼາຍຂຶ້ນ ຫຼ້າສຸດ ສູນວິທະຍາສາດ ແລະ ວິສະວະກຳທາງລະບົບ (CSSE) ທີ່ມະຫາວິທະຍາໄລຈອນຮອບກິນ ໄດ້ລາຍງານຂໍ້ມູນວ່າ: ປັດຈຸບັນມີຈໍານວນຜູ້ຕິດເຊື້ອໄວຣັສ COVID_19 ທົ່ວໂລກ ແລ້ວປະມານ 777.286 ຄົນ ແລະ ມີຈໍານວນຜູ້ເສຍຊີວິດທົ່ວໂລກແລ້ວ 37.148 ຄົນ.
ລາຍງານດັ່ງກ່າວ: ປັດຈຸບັນອາເມລິກາມີຈໍານວນຜູ້ຕິດເຊື້ອ COVID_16 ແລ້ວ 160.020 ຄົນ ແລະ ເສຍຊີວິດມີ 2.953 ຄົນ ເຊິ່ງລັດ New York ໄດ້ຮັບຜົນກະທົບໜັກທີ່ສຸດຈາກການແຜ່ລະບາດຂອງພະຍາດໂຄວິດ ມີລາຍງານຜູ້ຕິດເຊື້ອຫຼາຍກວ່າ 66.000 ຄົນ ແລະ ມີຜູ້ເສບຊີວິດ 1.218 ຄົນ.
ປັດຈຸບັນ ອາເມລິກາຍັງສ້າງສະຖິຕິຂອງການມີຈໍາານວນຜູ້ຕິດເຊື້ອໂຄວິດ-19 ສູງທີ່ສຸດໃນໂລກ, ຮອງລົງມາຄື ອີຕາລີ 101.739 ຄົນ, ເຢຍລະມັນ 66.711 ຄົນ, ຝລັ່ງ 45.169 ຄົນ, ອີຣານ 41.495 ຄົນ ແລະ ອັງກິດ 22.448 ຄົນ.

ຂອບໃຈຂໍ້ມູນ: ໜັງສືພີມລາວພັດທະນາ Laophattana News

ແບ່ງປັນ