Breaking News

ຊົມເຊີຍ!! “ໝໍແນ່ງ” ຈົກເງິນສ່ວນຕົວຈໍານວນ 9 ລ້ານກີບ ຊື້ອຸປະກອນຊ່ວຍສະໜັບສະໜູນໜ່ວຍກູ້ໄພເພື່ອຕ້ານ Covid_19

ແບ່ງປັນ

ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ປັດຈຸບັນໄດ້ແຜ່ລະບາດຢ່າງຮຸນແຮງໄປຫຼາຍປະເທດທົ່ວທຸກມຸມໂລກ ເຊິ່ງສົ່ງຜົນເຮັດໃຫ້ຍອດຜູ້ຕິດເຊື້ອ ແລະ ເສຍຊີວິດນັບມື້ນັບສູງຂຶ້ນ. ປະເທດລາວເຮົາກໍເຊັ່ນດຽວກັນປັດຈຸບັນ ມີຍອດຜູ້ຕິດເຊື້ອ Covid_19 ເພິ່ມຂຶ້ນເປັນຈໍານວນ 9 ຄົນແລ້ວ  ພະຍາດລະບາດດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການດໍາລົງຊີວິດຂອງຄົນຢູ່ໃນສັງຄົມກໍພົບຄວາມຫຍຸ້ງຍາກ…

 

ໃນສະຖານະການວິກິດແບບນີ້ ກໍຍັງຫຼາຍຄົນ-ຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມ! ເຊິ່ງ ຈັນດາລີ ສິດພະໄຊ ຫຼືທີ່ທຸກຄົນຮູ້ກັນດີໃນນາມ ໝໍແນ່ງ ບໍ່ວ່າບ້ານເຮົາວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ຊ່ວຍເຫຼືອອຸປະກອນ ປ້ອງກັນພະຍາດລະບາດໂຄວິດ ໃຫ້ໜ່ວຍງານແພດເຮົາມາຫຼາຍແຫ່ງແລ້ວ   ຫຼ້າສຸດ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຂອງຕົນເອງວ່າ:

ຂອບໃຈຫລາຍໆເດີ້ແມ່ Chandaly Ningnang Sitpraxay ສຳລັບເຄື່ອງບໍລິຈາກມີ: ຜ້າອັດປາກ 20ກ່ອງ. ຖົງມື 5ແກັດ. ນ້ຳຢາລ້າງມື 2ຕຸກ. ເຫລົ້າ90 3ຕຸກ. ເຄື່ອງພົ່ນຢາ 1 ເຄື່ອງ. ລວມເປັນເງິນທັງຫມົດປະມານ 9.000.000ກີບ ຂອບໃຈຫລາຍໆທີ່ຍັງເຫັນຄວາມສຳຄັນພວກລູກຕັ້ງແຕ່ເຂື່ອນແຕກອັດຕະປືແລະໄດ້ມາເຈິກັບໄວຣັດໂຄວິດ19 ແມ່ສົມເປັນຄົນຂອງສັງຄົມອີ່ຫລີ ເຄື່ອງທີ່ແມ່ມອບໃຫ້ພວກລູກຈະນຳໄປໃຊ້ໃຫ້ເກີດປະໂຫຍດໃຫ້ແກ່ສັງຄົມແລະປະເທດເຮົາ. #ຜ່ານໄປນຳກັນໂຄວິດ19. #ຫນ່ວຍກູ້ໄພ1623. #ຄົນຊ່ວຍຄົນ. #ປະເທດລາວ??. #ເມື່ອຊາດຕ້ອງການ.

ຂວັນໃຈຂໍຊົມເຊີຍ ໝໍແນ່ງ ໃນຍາມທີ່ບ້ານເມືຶອງວິກິດແບບນີ້ຍັງຄິດເຫັນຜົນປະໂຫຍດຂອງສ່ວນລວມຫຼາຍກວ່າຕົນເອງພ້ອມທັງໃຫ້ການຊ່ວຍເຫຼືອສະໜັບສະໜູນໜ່ວຍງານແພດ ແລະ ໝ່ວຍງານກູ້ໄພໃນການປະຕິບັດໜ້າທີ່ຕ້ານໂຄວິດ ເອີ້ນໄດ້ວ່າ ທັງງາມ ທັງເກັ່ງ ແລະ ໃຈບຸນນໍາອີກ!

ແບ່ງປັນ