Breaking News

ສະຖານະການໜ້າເປັນຫ່ວງ!! ຍອດຜູ້ຕິດເຊື້ອໃນ ອາເມຣິກາ ເພີ່ມຂຶ້ນ 17 ພັນກວ່າຄົນໃນມື້ດຽວ ເປັນອັນດັບ 1 ຂອງໂລກ…

ແບ່ງປັນ

ຈາກການແຜ່ລະບາດຂອງ ໂຄວິດ-19 ເຊິ່ງໃນປັດຈຸບັນມີຜູ້ຕິດເຊື້ອແລ້ວທົ່ວໂລກລວມທັງປະເທດລາວເຮົາເອງ (ແຕ່ມື້ນີ້ ວັນທີ 27 ມີນາ ຢູ່ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອແລ້ວ) ແລະ ຫຼ້າສຸດສະຫະລັດ ອາເມຣິກາ ມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 17,224 ຄົນ ເຊິ່ງແຊງຈີນໄປເປັນທີ່ຮຽບຮ້ອຍແລ້ວ… ໂດຍທາງ worldometers ເຊິ່ງເປັນເວັບໄຊ້ຮວບຮວມສະຖານະການພະຍາດ ໂຄວິດ-19 ແບບ Rail-time ໄດ້ເຜີຍແຜ່ຂໍ້ມູນຜູ້ຕິດເຊື້ອທົ່ວໂລກ ປະຈໍາວັນທີ 27 ມີນາ 2020 ວ່າ ມີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນເລື້ອຍໆ ຕະຫຼອດເວລາ ປັດຈຸບັນພົບຜູ້ຕິດເຊື້ອ 532,119 ຄົນ ແລະ ເສຍຊີວິດ 24,089 ຄົນ; ສາມາດປິ່ນປົວເຊົາແລ້ວ 124,326 ຄົນ.

ຈາກສະຖິຕິ ຂໍ້ມູນແບບ Rail-time ຂອງມື້ວານນີ້ (ວັນທີ 26 ມີນາ 2020) ຈະເຫັນໄດ້ວ່າ ຍອດຜູ້ຕິດເຊື້ອຂອງປະເທດ ສະຫະລັດ ອາເມຣິກາ ເພີ່ມຂຶ້ນຈາກເກົ່າເຖິງ 17,224 ຄົນ. ເຮັດໃຫ້ຜູ້ຕິດເຊື້ອ ໂຄວິດ-19 ລວມເປັນ 85,594 ຄົນ. ເຊິ່ງການຮວບຮວມຂອງມື້ນີ້ (ວັນທີ 27 ມີນາ 2020) ມີຜູ້ປ່ວຍສະສົມລວມ 85,489 ຄົນ ໂດຍເມືອງທີ່ພົບຜູ້ປ່ວຍຫຼາຍທີ່ສຸດແມ່ນ ເມືອງ ນິວຢ໋ອກ; ພົບຜູ້ປ່ວຍຫຼາຍເຖິງ 38,977 ຄົນ. ໃນຂະນະທີ່ອາເມຣິກາ ມີຜູ້ເສຍຊີວິດລວມ 1,300 ຄົນ ຍອດຜູ້ປ່ວຍເພີ່ມຂຶ້ນຕໍ່ເນື່ອງ ເຮັດໃຫ້ ອາເມຣິກາ ເປັນອັນດັບ 1 ຂອງປະເທດທີ່ມີປະຊາກອນຕິດເຊື້ອ ໂຄວິດ-19 ຫຼາຍທີ່ສຸດໃນໂລກ.

ແຫຼ່ງຂ່າວ: 

ແບ່ງປັນ