Breaking News

ມາຮູ້ຈັກກັບ…ສູນບໍລິການຫລັງການຂາຍມາດຕະຖານຂອງ ນິສສັນ ຕັນຈົງ ມໍເຕີ້ລາວ

ແບ່ງປັນ

ສະບາຍດີ! ມື້ນີ້ຈະພາທຸກທ່ານມາຮູ້ຈັກກັບສູນບໍລິການຫລັງການຂາຍມາດຕະຖານຂອງນິສສັນທີ່ຫລາຍຄົນອາດຫຍັງບໍ່ຮູ້ຈັກ ແຕ່ມື້ນີ້ເຮົາຍາກໃຫ້ທຸກຄົນໜັ້ນໃຈວ່າສູນບໍລິການຫລັງການຂາຍຂອງນິສສັນມີຮອງຮັບລູກຄ້າບໍ່ວ່າຈະເປັນນະຄອນຫລວງຫລື ຕ່າງແຂວງ  ເຊີ່ງມີສຳນັກງານໃຫ່ຍ

ຕັ້ງຢູ່ ບ້ານ ຈອມແຈ້ງ ເມືອງສີສັດຕະນາກ ຖະໜົນທ່າເດືອ ນະຄອນຫລວງວຽງຈັນ

ແລະມີ ສາຂານະຄອນຫລວງອີກຫນື່ງແຫ່ງ ຕັ້ງຢູ່ ບ້ານ ດອນແດງ ເມືອງຈັນທະບູລີ

ຕ່າງແຂວງກໍ່ມີສາຂາ ຢູ່ສະຫວັນນະເຂດເຊິ່ງ ສະຖານທີ່ ຕັ້ງຢູ່ ບ້ານ ນາເລົ່າ ນະຄອນໄກສອນ ແຂວງສະຫວັນນະເຂດ

ການບໍລິການຫລັງການຂາຍຂອງສູນນິສສັນແມ່ນດໍຳເນີນມາແຕ່ປີ 2010 ຕັ້ງແຕ່ເປີດໂຕ ສູນນິສສັນຕັນຈອງ ຢ່າງເປັນທາງການໃນປະເທດລາວນັບວ່າຫລາຍປີມາແລ້ວ ການບໍລິການແມ່ນໄດ້ຮັບຄວາມນິຍົມຫລາຍມີຜູ້ຄົນມາໃຊ້ບໍລິການກັນ ຫຼາກຫລາຍ ບໍ່ສະເພາະແຕ່ລົດນິສສັນ ຍັງຮັບສ້ອມແປງລົດໃຫຍ່ທຸກລຸ້ນ ມີຊ່າງສ້ອມແປງທີ່ຊ່ຽວຊານ ມີການດໍາເນີນງານແບບເປັນລະບົບ ສະຖານທີ່ການສ້ອມແປງກໍໄດ້ມາດຖານ ມີອຸປະກອນ ສ້ອມແປງທີ່ ທັນສະໄຫນ ມີການບໍລິການແບບເປັນກັນເອງ ໃຫ້ບໍລິການດ້ວຍໃຈ ມອບຮອຍຍິ້ມ ແລະ ໃຫ້ຄຳປຶກສາທີ່ດີໃຫ້ແກ່ລູກຄ້າ

           

ການເບິ່ງແຍງລູກຄ້າບໍ່ສະເພາະແຕ່ໃຫ້ບໍລິການໃນຫ້ອງການຍັງມີການໂທຕິດຕາມລູກຄ້າໃນແຕ່ລະເດືອນ ຫລືໃນກໍລະນີລົດລູກຄ້າພົບບັນຫາຕ້ອງການສອບຖາມ ຫລືປຶກສາກໍສາມາດໂທຫາທາງບໍລິການຫລັງການຂາຍໄດ້ເລີຍ

ຂັ້ນຕອນໃນການບໍລິການຂອງສູນນິສສັນບໍ່ໄດ້ຫຍຸ້ງຍາກຢ່າງທີ່ຄິດມາຮູ້ແຕ່ລະຂັ້ນຕອນນຳກັນເລີຍ

  1. ພຽງແຕ່ທ່ານ ໂທນັດໝາຍກັບພະນັກງານເພື່ອເຂົ້າໃຊ້ການບໍລິການ
  2. ເມື່ອນໍຳລົດເຂົ້າມາແລ້ວພະນັກງານກໍຈະເຂົ້າມາສອບຖາມກ່ຽວກັບລົດຂອງທ່ານເມື່ອຂໍ້ມູນຄົບຖ້ວນແລ້ວ ພະນັກງານກໍດຳເນີນການກວດເຊັກສະພາບລົດຂອງທ່ານ

3. ລໍຖ້າການກວດເຊັກ ວ່າລົດຂອງທ່ານມີບັນຫາກ່ຽວກັບຫຍັງແດ່

4. ຫລັງຈາກນັ້ນພະນັກງານກໍຈະມາບອກບັນຫາຫລັງການກວດເຊັກກ່ຽວກັບລົດຂອງທ່ານວ່າຄວນຈະສ້ອມແປງຫຍັງແດ່ ແລະ ໃນເມື່ອລູກຄ້າຕົກລົງແລວ້ກໍພົບກັບຂັ້ນຕອນຕໍ່ໄປ

5. ແມ່ນການລໍຖ້າການສ້ອມແປງທີ່ລະອຽດຈາກຊ່າງສ້ອມແປງ ແລະ ລະຫວ່າງການລໍຖ້າ ທາງນິສສັນມີຫອ້ງຮັບແຂກໄວ້ໃຫ້ລູກຄ້າພັກຜ່ອນລໍຖ້າຢ່າງສະບາຍ ດື່ມນ້ຳ ດື່ມກາເຟ ລໍຖ້າ

6. ຂັ້ນຕອນການຊຳລະຄ່າບໍລິການກັບພະນັກງານບໍລິການຫລັງການຂາຍ ແລະ ຮັບກຸນແຈຈາກພະນັກງານ ເປັນອັນວ່າສຳເລັດຂັ້ນຕອນໃນການໃຊ້ບໍລິການກັບສູນຫລັງການຂາຍ ຂອງນິສສັນ ຕັງຈົງ

     

     

     

ຍັງບໍ່ພໍ ທາງສູນນິສສັນ ຕັນຈົງເພີ່ນຍັງ ມີບໍລິການ ສ້ອມແປງລົດນອກສະຖານທີ່

ຕົວຢ່າງ:ເວລາລົດເຮົາເປ່ເພກາງທາງເຮົາສາມາດໂທຫາເພີ່ນໄດ້ເພີ່ນກໍຈະມີບໍລິການສ້ອມແປງເຄື່ອນທີ່ມາຫາເຮົາທັນທີເລີຍ

ເປັນແນວໃດກັບ ການບໍລິການຫລັງການຂາຍຂອງນິສສັນ ຖືວ່າສຸດຍອດກັນແທ້ໆ…ແມ່ນບໍ ຖ້າໃຜຍາກມາໃຊ້ບໍລິການບັນທືກເບີໂທຕິດຕໍ່ກັນໄວ້ເດີໂທຫາເພີ່ນປືກສາກ່ອນໄດ້ ແລະ ບັກທືກໄວ້ເພື່ອສຸກເສີນຈະໄດ້ບໍ່ຫຍຸ້ງຍາກ

ເບີໂທຕິດຕໍ່ແຕ່ລະສາຂາແມ່ນຢູ່ດ້ານລຸ່ມເລີຍ:

030 5839 117 ສຳນັກງານໃຫ່ຍ ຈອມແຈ້ງ

030 5680 002 ສາຂາດອນແດງ

020 5555 7934 ສາຂາສະຫວັນນະເຂດ

ຂໍ້ມູນເພີ່ມເຕີມກ່ຽວກັບການບໍລິການຫລັງການຂາຍ ແລະ ລົດຍົນນິສສັນ  Nissan ທຸກລຸ້ນໃນປະເທດລາວ , ທ່ານສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos /https://www.facebook.com/NissanLaos/

 

 

ແບ່ງປັນ