Breaking News

ຊົມເຊີຍ! 3 ໜຸ່ມສຸດຫລໍ່ ອຸງ ອາ​ນົນ  ແລະ ລ໊ອກ​ກີ້ ມອບຜ້າອັດປາກ 114 ກ່ອງ ໃຫ້ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ ຕ້ານ COVID-19…

ແບ່ງປັນ

ຕໍ່ເນື່ອງກັບພະຍາດລະບາດໂຄວິດ -19 ທີ່ປັດຈຸບັນເກືອບທຸກພື້ນທີ່ທົ່ວໂລກນັບມື້ມີຄົນຕິດເຊື້ອເພີ່ມຂຶ້ນເລື້ອຍໆ ແລະ ສປປ ລາວ ເຮົາກໍເຊັ່ນດຽວກັນ ມາຮອດຕອນນີ້ມີ ຄົນຈໍານວນຜູ້ຕິດເຊື້ອທັງໝົດເປັນ 6 ຄົນແລ້ວ ແນ່ນອນວ່າທຸກພາກສ່ວນຢູ່ໃນສັງຄົມກໍບໍ່ໄດ້ລະເລີຍ  ແລະ ພາກັນສຸມໃສ່ປະຕິບັດຕາມຄໍາແນະນໍາທີ່ຂັ້ນເທິງວາງອອກ… ເຊິ່ງຍັງມີອີກພາກສ່ວນໜື່ງທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ເກືອບຕະຫຼອດ 24 ຊົ່ວໂມງນັ້ນກໍຄືທ່ານໝໍ ທີ່ໄດ້ເຮັດວຽກຢ່າງໜັກ ເຊິ່ງໃນສະຖານະການວິກິດແບບນີ້ ຍັງມີຄົນຈໍານວນໜື່ງທີ່ປຸກລະດົມນໍ້າໃຈກັນຊ່ວຍເຫຼືອສັງຄົມເຮົາບໍ່ວ່າຈະເປັນປັດໄຈດ້ານຕ່າງໆ…  ທີ່ຜ່ານມາຄົນດັງລາວເຮົາກໍມີຫຼາຍຄົນທີ່ໄດ້ລະດົມທຶນເພື່ອເອົາໄປຊື້ອຸປະກອນປ້ອງກັນພະຍາດດັ່ງກ່າວໄປຊ່ວຍເຫຼືອໂຮງໝໍຕ່າງໆ ຫຼ້າສຸດໃນວັນທີ່ 26 ມີນາ 2020 ໜໍແນ່ງ ກໍໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ:

ດາຣາໄປໂຮງຫມໍ ຄົນເຈັບຊິເຊົາໄຂ້ໄວແລ້ວແບບນິ?
ນ້ອງຊາຍຕາງຫນ້າແນ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການບໍລິຈາກ ( ບັນຊີສ່ວນຕົວ ) 18.200.000 ກີບ ມອບ mask 114 ກ່ອງ ໃຫ້ສອງໂຮງຫມໍ ໂຮງຫມໍ ມິດຕະພາບ ແລະ ໂຮງຫມໍ ມະໂຫສົດ

ຖ້າໄດ້ ONE HEART ( 16.000.000 ) + ເງິນທີ່ຫລາຍຄົນໂອນມາເພີ່ມ ຮວບຮວມແລ້ວຈະໄປບໍລິຈາກໃຫ້ໃຫມ່ອີກເດີ້ ອົດໃຈອີກແປ໋ບດຽວເນີ້ ສັ່ງມາສກໍ່ຍາກແລ້ວວວ ??
ຊິຊອກສຸດຄວາມສາມາດ ແລະ ຢາຍທຸກພະແນກເລີຍໂລດ

ຂອບໃຈ Oung Thotsaphone Sitphaxay
ຂອບໃຈ Nonh Sanonh Maniphonh
ຂອບໃຈ Rocky Sisoulath
ສາມຫນຸ່ມໂສດແລະດີ

ຂອບໃຈພະຍາບານແສນສວຍ ຊ້າ ແລະ ຫມໍນຸ້ຍ Nui Nitisack Sysana ທີ່ພາແຈກເດີ້
ດຽວໄປໃຫມ່ ອົດໃຈແປ໋ບຫນຶ່ງ

ຮູ້ສຶກດີທຸກຄັ້ງທີ່ໄດ້ມີສ່ວນຮ່ວມ
ຊ່ວຍໄດ້ໜ່ອຍໜື່ງກະດີໃຈ ສູ້ໆເດີແພດໝໍ ທຸກຄົນ ເຮົາຕ້ອງຜ່ານວິກີດນີ້ໄປໄດ້ ✌?

ในภาพอาจจะมี 4 คน, ผู้คนกำลังยืน

ຂວັນໃຈ ຂໍຊົມເຊີຍ ທັງຫຼໍ່ ແລະ ໃຈ​ດີ 3 ໜຸ່ມສຸດຮ໋ອດຂອງວົງການບັນເທິງລາວ ຢ່າງ ໜຸ່ມ ອຸງ , ໜຸ່ມ ອາ​ນົນ  ແລະ ໜຸ່ມ ລ໊ອກ​ກີ້…  ເຊິ່ງທັງ ສາມ ໜຸ່ມເປັນ ດາ​ລາ-ນັກ​ສະ​ແດງ -ນາຍ​ແບບ   ພ້ອມ​ທີມ​ງານ ທີ່ຕາງ​ໜ້າ​ໄປ​ມອບ​ຜ້າ​ອັດ​ປາກ​ໃຫ້​ໂຮງ​ໝໍ   ພ້ອມທັງໄປ​ໃຫ້ກຳ​ລັງ​ໃຈ​ໃຫ້​ທີມ​ງານ​ແພດ​ໝໍ  ຖື​ວ່າ​ເປັນ​ບຸກຄົນທີ່ນ່າຊື່ນຊົມ ແລະ  ​ມີນໍ້າໃຈ ໂດຍ​ສະ​ເພາະ​ໝໍ​ຄົນ​ງາມ ຢ່າງໝໍ​ແໜ່ງ​ທີ່​ໄດ້​ ລະດົມ​ທຶນເພື່ອ​ມາ​ມອບ ແລະ ຊື້​ອຸ​ປະ​ກອນ​ຕ່າງໆ​ໃຫ້​ກັບ​ທີມ​ແພດ​ໝໍ​ທີ່​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່ ສູ້ຊົນກັບcovid-19…

ในภาพอาจจะมี 4 คน, ผู้คนกำลังยืน

ในภาพอาจจะมี 1 คน, กำลังยืน

Oung Thotsaphone Sitphaxay

ในภาพอาจจะมี 1 คน

ในภาพอาจจะมี 1 คน, กำลังยิ้ม, ดอกไม้, ต้นพืช และ ธรรมชาติ

Nonh Sanonh Maniphonh

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, กลางคืน

 Rocky Sisoulath

ในภาพอาจจะมี 2 คน

 

 

 

ຂອບໃຈຮູບພາບຈາກ:Chandaly Ningnang Sitpraxay 

                                    Rocky Sisoulath

Oung Thotsaphone Sitphaxay

                                    Nonh Sanonh Maniphonh

 

ແບ່ງປັນ