Breaking News

Entertainment Lao

ທັງງາມ ທັງເກັ່ງ! ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019 ຮັບໃບປະກາດກຽດນິຍົມ ຄະນະເສດຖະສາດ… ເຜີຍ “ເຄັດລັບຮຽນແນວໃດໃຫ້ເກັ່ງ”

ທັງງາມ ທັງເກັ່ງ! ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019 ຮັບໃບປະກາດກຽດນິຍົມ ຄະນະເສດຖະສາດ… ເຜີຍ “ເຄັດລັບຮຽນແນວໃດໃຫ້ເກັ່ງ” ປຸ້ຍ ເກດມະນີ ວົງປະເສີດ ສາວນ້ອຍໜ້າໃສ ທີ່ທຸກຄົນຮູ້ຈັກກັນດີໃນຖານະ ນາງສາວ ນະຄອນຫຼວງ 2019  ທີ່ໃຜເຫັນກໍຕ້ອງຕົກຂຸມຮັກໃນຄວາມໜ້າຮັກ, ສົດໄສ ແລະ ຕ້ອງຍົກໃຫ້ກັບຄວາມສາມາດຂອງນາງ ຈົນສາມາດຄວ້າຕໍາແໜ່ງນີ້ໄປຄອງ ແຕ່ຍັງບໍ່ໝົດເທົ່ານັ້ນ ເພາະຄວາມສາມາດຂອງ ນ້ອງ ປຸ້ຍ ຍັງບໍ່ຈົບທີ່ກອງປະກວດ ນາງສາວນະຄອນຫຼວງເທົ່ານັ້ນ ເພາະວ່າ ເມື່ອບໍ່ດົນມານີ້ ປຸ້ຍ ໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ໂດຍສະແດງໃຫ້ເຫັນວ່າ ຕົນເອງນັ້ນໄດ້ຮຽນຈົບໃນລະດັບປະລິນຕີແລ້ວ ຈາກຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງກໍເປັນເລື່ອງທີ່ໜ້າຍິນດີຫຼາຍ ແຕ່ສິ່ງທີ່ໜ້າຍິນດີໄປກວ່ານັ້ນຄື ໃນຮູບຈະເຫັນວ່າ ນ້ອງ ປຸ້ຍ ຖືໃບປະກາສະນີຍະບັດສີແດງ ນັ້ນກໍຄືໃບປະກາດກຽດຍົມນັ້ນເອງ ເຊິ່ງຜູ້ທີ່ຈະໄດ້ຮັບໃບປະກາດກຽດນິຍົມນັ້ນບໍ່ແມ່ນເລື່ອງທີ່ນັກສຶກສາທຸກຄົນເຮັດໄດ້ ຍິ່ງເປັນສະຖາບັນການສຶກສາລະດັບ ມະຫາວິທະຍາໄລແຫ່ງຊາດແລ້ວ ປີໜຶ່ງມີນັກສຶກສາທີ່ໄດ້ຮັບໃບປະກາດກຽມນິຍົມໜ້ອຍຫຼາຍຖ້າທຽບກັບຈໍານວນນັກສຶກສາແລ້ວ… ເອີ້ນໄດ້ວ່າ ນ້ອງ …

Read More »

ສຸດຍອດໄປເລີຍ!!! ນາງງາມລາວ ຄວ້າອັນອັບ 3 ຊຸດປະຈໍາຊາດດີເດັ່ນ ຈາກເວທີ Miss Tourism World 2019 ທີ່ປະເທດ ຈີນ.

ສຸດຍອດໄປເລີຍ!!! ນາງງາມລາວ ຄວ້າອັນອັບ 3 ຊຸດປະຈໍາຊາດດີເດັ່ນ ຈາກເວທີ Miss Tourism World 2019 ທີ່ປະເທດ ຈີນ ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ Miss Tourism World 2019 ທີ່ປະເທດຈີນ ເປັນເຈົ້າພາບຈັດງານ, ສໍາລັບຮອບຕັດສິນແມ່ນໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2019 ທີ່ຜ່ານ. ເຊິ່ງນາງງາມຜູ້ທີ່ຄວ້າຕໍາແໜ່ງ Miss Tourism World ປະຈໍາປີ 2019 ກໍໄດ້ແກ່ Miss Tourism World Mexico ສາວງາມ ທີ່ມາພ້ອມຄວາມສາມາດຈັດເຕັມເໝາະສົມກັບຕໍາແໜ່ງຫຼາຍ… ສ່ວນ Miss Tourism World Laos ຄື ນ້ອງ ແອນນີ້ ນິດາກອນ ຈັນດາລາສານ ທີ່ເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາຄັ້ງນີ້ ເຖິງຈະບໍ່ສາມາດຄວ້າຕໍາແໜ່ງ Miss Tourism World 2019 ມາໄດ້ ແຕ່ກໍບໍ່ເຮັດໃຫ້ເສຍກໍາລັງໃຈ …

Read More »

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS”

ເຕັມ 10 ໃຫ້ໃຜເທົ່າໃດ? ງາມກິນກັນບໍ່ລົງ 3 ສາວງາມຈາກເວທີດຽວກັນ “MISS GRAND INTERNATIONAL LAOS” ສະບາຍດີຕອນວັນສຸກເດີ່ສາວໆ ແລະ ແຟນນາງງາມທັງຫຼາຍ ແລງວັນສຸກທ້າຍອາທິດ (ຂອງການເຮັດວຽກ) ກັບອາກາດເຢັນຈັກເລັກໜ້ອຍ ບວກກັບຝົນຕົກແບບເບົາໆ ເໝາະແກ່ການພັກຜ່ອນ (ນອນ) ເປັນທີ່ສຸດ!!! ແຕ່ກ່ອນຊິເລີກວຽກກັບບ້ານໄປນອນ ແອັດກໍມີແນວງາມໆມາໃຫ້ຕອບມ່ວນຊື່ນ ກັບການໃຫ້ຄະແນນນາງງາມ ທີ່ງາມແບບກືນກັນບໍ່ລົງ ເພາະທຸກຄົນນັ້ນມີຕໍາແໜ່ງເປັນເຖີງ “MISS GRAND INTERNATIONAL LAO” ແຕ່ລະປີນັ້ນເອງ ແລະ ແຕ່ລະຄົນກໍເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາ, ຄວາມຮູ້ຄວາມສາມາດຂອງແມ່ຍິງລາວ ໃນເວທີລະດັບສາກົນມາແລ້ວ (ມີສາວງາມຄົນ 1 ທີ່ກຽມຕົວກໍາລັງໄປ) ເປັນຕາມ່ວນກັນບໍ່ລະ? ຄັ້ນຊັ້ນເຮົາມາເບິ່ງນໍາກັນເລີຍ! ວ່າມີໃຜແດ່??? ເລີ່ມຈາກນາງງາມລຸ້ນເອຶ້ອຍ Miss Grand Laos ຄົນທໍາອິດ ນັ້ນກໍຄື ຟ້າໄສ ຈິນນາລີ ນໍລະສິງ Miss Grand …

Read More »

ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019…

ຊວນສາວແທ້ສາວທຽມມາຟີນ!!! ກັບພາບບັນຍາກາດການເກັບຕົວຂອງໜຸ່ມໆ Mister International Laos 2019… ກ່ອນຈະອ່ານບົດຄວາມຕໍ່ໄປນີ້ ແອັດຂໍໄວ້ຢ່າງໜຶ່ງວ່າ “ຢ່າຄອມເມັ້ນວ່າແອັດຫື່ນເດີ່ 555” ເພາະຄວາມຈິງແອັດບໍ່ໄດ້ຢາກໄປສອດສ່ອງຫຍັງດອກເລື່ອງຂອງຜູ້ຊາຍເຂົາ (ຄ້ອນຂ້າງສຽງສູງ) ແຕ່ກໍເພື່ອແຟນໆຂວັນໃຈ ບໍ່ວ່າຈະເປັນສາວແທ້ສາວທຽມທີ່ຮຽກຮ້ອງມາວ່າ ໂຄງການປະກວດ Mister International Laos 2019 ໄປຮອດໃນແລ້ວ ເຊິ່ງກໍຂໍຕອບໄວ້ບ່ອນນີ້ເລີຍວ່າ ຕອນນີ້ໜູ່ມທັງ 20 ຄົນຂອງເຮົາແມ່ນຢູ່ໃນຂັ້ນຕອນການເກັບຕົວຢູ່ ສ່ວນສະຖານທີ່ເກັບຕົວນັ້ນກໍຄື ວັງວຽງແດນງາມນັ້ນເອງ ແລະ ມື້ນີ້ແອັດກໍໄດ້ເສຍສະຫຼະຕົວເອງໄປສ່ອງພາບບັນຍາກາດການເກັບຕົວ ຂອງໜຸ່ມໆ Mister International Laos 2019 ມາໃຫ້ສາວໆໄດ້ຟີນກັນກ່ອນມື້ຕັດສິນ ເຊິ່ງຂໍບອກກ່ອນວ່າ ສາວໆຈະບໍ່ເສຍດາຕ່າຟຣີຖ້າເລື່ອນເບິ່ງຮູບຈົນຈົບ 555+ ມາເບິ່ງພາບບັນຍາກາດກັນເລີຍ!!!

Read More »

ຕົວຈິງໜ້າຮັກຫຼາຍ “ແຕ້ວ ນັດທະພອນ” ເຈົ້າແມ່ນາຄີ ເດີນທາງມາລາວ ແລະ ຝາກເຖິງແຟນໆຊາວລາວແບບນີ້!!!

ເປັນດາຣາສາວຈາກປະເທດເພື່ອນບ້ານ ທີ່ມີແຟນຄຣັບເປັນຄົນລາວຫຼາຍພໍສົມຄວນສໍາລັບ ແຕ້ວ ນັດທະພອນ ເຕມີຣັກ ຍ້ອນຄວາມໜ້າຮັກ, ສົດໄສ ແລະ ຝີມືການສະແດງລະຄອນທີ່ເກັ່ງແບບບໍ່ໃຫ້ໃຜແຊງ ໂດຍສະເພາະ ລະຄອນແນວອີສານ “ນາຄີ” ຈົນໄດ້ຊື່ຈາກແຟນໆວ່າ ຄໍາແກ້ວ ຈົນເຖິງຂັ້ນວ່າເວົ້າຊື່ນີ້ອອກມາແລ້ວບໍ່ມີໃຜທີ່ບໍ່ຮູ້ຈັກກັນເລີຍແຫຼະ!!! ແລະ ໃນວັນທີ 28 ກັນຍາ ທີ່ຜ່ານມາ ສາວແຕ້ວ ຫຼືຄໍາແກ້ວ ກໍໄດ້ເດີນທາງມາຮ່ວມງານເປີດສາຂາໃໝ່ຂອງ Shiseido Beauty Center ໃນລາວພ້ອມທັງຮ່ວມພົບປະແຟນໆຊາວລາວຢ່າງໃກ້ຊິດ ແລະ ເປັນກັນເອງທີ່ສຸດ… ຫຼັງຈາກແລ້ວງານທາງການແລ້ວ ກໍໄດ້ມີໂອກາດເຂົ້າສໍາພາດສາວແຕ້ວກ່ຽວກັບຄວາມຮຸ້ສຶກທີ່ມີຕໍ່ແຟນຄຣັບຊາວລາວ ກັບຊື່ຄໍາແກ້ວ ເຊິ່ງສາວແຕ້ວກໍໄດ້ຕອບດ້ວຍສີໜ້າຍິ້ມແຍ້ມວ່າ ກ່ອນທີ່ຈະມີຊື່ ຄໍາແກ້ວ ກໍມັກໃນຄວາມໜ້າຮັກຂອງຄົນລາວຢູ່ແລ້ວ ຍິ່ງມີແຟນຄຣັບຊາວລາວເອີ້ນ ຄໍາແກ້ວ ກໍຮູ້ສຶກດີໃຈຫຼາຍ  ຢາກໃຫ້ຕິດຕາ່ມຜົນງານໄປເລື້ອຍໆ ເພາະຍັງຈະມີຜົນງານໃໝ່ອອກມາໃຫ້ແຟນໆໄດ້ຮັບຊົມຕະຫຼອດ (ຍິ້ມປະທັບໃຈແຮງ) ແລະ ສາວ ແຕ້ວ ຍັງບອກອີກວ່າ ຕົວເອງເດີນທາງມາປະເທດລາວ ເປັນຄັ້ງທີ 3 ແລ້ວ …

Read More »