Breaking News

ສຸດຍອດໄປເລີຍ!!! ນາງງາມລາວ ຄວ້າອັນອັບ 3 ຊຸດປະຈໍາຊາດດີເດັ່ນ ຈາກເວທີ Miss Tourism World 2019 ທີ່ປະເທດ ຈີນ.

ແບ່ງປັນ

ສຸດຍອດໄປເລີຍ!!! ນາງງາມລາວ ຄວ້າອັນອັບ 3 ຊຸດປະຈໍາຊາດດີເດັ່ນ ຈາກເວທີ Miss Tourism World 2019 ທີ່ປະເທດ ຈີນ

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ Miss Tourism World 2019 ທີ່ປະເທດຈີນ ເປັນເຈົ້າພາບຈັດງານ, ສໍາລັບຮອບຕັດສິນແມ່ນໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2019 ທີ່ຜ່ານ. ເຊິ່ງນາງງາມຜູ້ທີ່ຄວ້າຕໍາແໜ່ງ Miss Tourism World ປະຈໍາປີ 2019 ກໍໄດ້ແກ່ Miss Tourism World Mexico ສາວງາມ ທີ່ມາພ້ອມຄວາມສາມາດຈັດເຕັມເໝາະສົມກັບຕໍາແໜ່ງຫຼາຍ… ສ່ວນ Miss Tourism World Laos ຄື ນ້ອງ ແອນນີ້ ນິດາກອນ ຈັນດາລາສານ ທີ່ເປັນຕົວແທນປະເທດລາວໃນການໄປເຜີຍແຜ່ວັດທະນະທໍາຄັ້ງນີ້ ເຖິງຈະບໍ່ສາມາດຄວ້າຕໍາແໜ່ງ Miss Tourism World 2019 ມາໄດ້ ແຕ່ກໍບໍ່ເຮັດໃຫ້ເສຍກໍາລັງໃຈ ເພາະ ແອນນີ້ ກໍສາມາດ ຄວ້າລາງວັນຊຸດປະຈໍາຊາດດີເດັ່ນ Best National Costume 2nd Runner up ມາຕ້ອນຄົນລາວທັງປະເທດ.

ສໍາລັບຊຸດປະຈໍາຊາດທີ່ ແອນນີ້ ນໍາໄປຄວ້າລາງວັນໃນຄັ້ງນີ້ແມ່ນມາໃນຄອນເຊັບ ຊົນເຜົ່າອາຄ່າ “AKHA OF LAOS” ເປັນຊຸດຈາກຫ້ອງເຄື່ອງ: ແສງຈຳປາ, ອອກແບບໂດຍ: ອຈ ສົມສະນຸກ ເພຍສະຂາ. ເຊິ່ງໄດ້ແຮງບັນດານໃຈໃນການອອກແບບ ໂດຍເນັ້ນໃຫ້ປະເທດລາວ ມີຄວາມຫຼາກຫຼາຍຂອງຊົນຊາດຊົນເຜົ່າ ແລະ ມີເອກະລັກສະເພາະໂຕທີ່ແຕກຕ່າງກັນ ເຊິ່ງເຜົ່າອາຄ່າ ກໍເປັນຊົນເຜົ່າໜຶ່ງ ທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມີວັດທະນະທຳ, ຮີດຄອງປະເພນີອັນດີງາມ ສະແດງອອກເຖິງການນຸ່ງຖືທີ່ເປັນເອກະລັກສືບທອດກັນມາແຕ່ບູຮານນະການ ສະແດງເຖິງຄວາມອຸດົມສົມບູນຮັ່ງມີຂອງຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນ ເຄື່ອງເງິນ, ໂລຫະ ທີ່ໄດ້ນໍາມາເປັນເຄື່ອງປະດັບ ແລະ ຜ້າຝ້າຍ ທີ່ໄດ້ມາຈາກທຳມະຊາດ.

ຖືວ່າເປັນຂ່າວດີສໍາລັບເວທີນາງງາມລາວ ແລະ ຄົນລາວທັງປະເທດ ໂດຍສະເພາະ ນ້ອງ ແອນນີ້ ທີ່ເປັນຕົວແທນຄົນລາວທັງປະເທດ ເອກອ້າງເຖິງຄວາມເປັນລາວທີ່ບໍ່ດ້ອຍກວ່າຊາດໃດໃນໂລກ… ຊົມເຊີຍຫຼາຍເດີ່!!!

 

ແບ່ງປັນ