Breaking News

ຊາວເນັດຮືຮາ!!!​ ຮັບຂວັນລູກສາວຈົນເປັນຂ່າວ! ນີ້ແຫຼະນິຍາມຄໍາວ່າ “ເກີດມາເທິງກອງເງິນກອງູຄໍາ”

ແບ່ງປັນ

ສາວໆ ເມື່ອເວົ້າເຖິງໂລກໂຊຊ່ຽວ ຫຼືສື່ສັງຄົມ Social Media ນັ້ນ ເປັນສິ່ງທີ່ຄົນຍຸກປັດຈຸບັນຮູ້ຈັກ ແລະ ໃຊ້ກັນທົ່ວໄປໃນສັງຄົມ. ເຊິ່ງຄົນສ່ວນຫຼາຍມັກຈະຄິດວ່າໂຊຊ່ຽວນັ້ນຄືກັບໂລກນ້ອຍໆຂອງຕົວເອງ ທີ່ຈະໂພສ, ຈະເວົ້າ, ຈະສະແດງຄວາມຄິດເຫັນຫຍັງກໍຍ່ອມໄດ້ ໂດຍສະເພາະ Facebook ທີ່ເຮົາຈະເຫັນເປັນປະຈໍາຄື ທຸກຄົນຈະອັບເດດເລື່ອງລາວການໃຊ້ຊີວິດຂອງຕົວເອງລົງເປັນປະຈໍາ (ລວມທັງຕົວແອັດມິ້ນເອງ) ຫຼັງຈາກໂພສລົງໄປແລ້ວກໍຈະມີການຄອມເມັ້ນກັນໄປມາ ທັງຄົນທີ່ຮູ້ຈັກໃນຊີວິດປະຈໍາວັນ ຫຼືຄົນທີ່ຮູ້ຈັກກັນທາງໂຊຊ່ຽວ (ບໍ່ເຄີຍເຫັນໜ້າກັນ) ກໍເຂົ້າມາໂອ້ລົມກັນຢ່າງສະນິດສະໜົມ ອັນນີ້ແມ່ນເລື່ອງປົກກະຕິ. ແຕ່ເລື່ອງທີ່ບໍ່ປົກກະຕິທີ່ແອັດຈະນໍາມາຕ້ອນໃນມື້ນີ້ກໍຄື ການຮັບຂວັນຫຼານ ທີ່ຖືກເຜີຍແຜ່ມາທາງໂຊຊ່ຽວແລ້ວກາຍເປັນກະແສ ທ໊ອກອ໊ອຟເດິທາວ ໃນຕອນນີ້!! ເຊິ່ງເຫດແມ່ນເກີດຈາກຜູ້ໃຊ້ເຟສບຸກຊື່ Viluna Tou ໄດ້ໂພສຮູບແມ່ອຸ້ມລູກນ້ອຍນອນຢູ່ເທິງຕຽງໂຮງໝໍ ພ້ອມກັບພໍ່ເຖົ້າຖືກັບເຄື່ອງປະດັບທີ່ເຮັດດ້ວຍ ເພັດ ແລະ ຄໍາ ພ້ອມດ້ວຍແຄັບຊັ່ນວ່າ “ຮັບຂວັນລູກສາວນ້ອງພິງເຂົ້າສູ່ອ້ອມກອດແລກຂອງພໍ່ຕູ່ແມ່ກຸ້ງ” ເບິ່ງແລ້ວກໍເປັນໂພສທີ່ແສນຈະທໍາມະດາຂອງຄົນເປັນພໍ່ທີ່ດີໃຈ ຮັບເອົາລູກສາວເຂົ້າສູ່ອ້ອມເອິກຂອງພໍ່ແມ່ ຄືກັບຄົນທົ່ວໄປໂພສ ແຕ່ເມື່ອໂພສນີ້ຖືກເຜີຍແຜ່ອອກທາງໂຊຊ່ຽວໄດ້ບໍ່ດົນ ກໍມີຊາວເນັດແຫ່ກັນເຂົ້າມາໄລ້, ຄອມເມັ້ນ ແລະ ແຊຣ ເປັນຈໍານວນຫຼວງຫຼາຍ ເພາະຂອງຂວັນຮັບລູກສາວນັ້ນມູນຄ່າບໍ່ທໍາມມະດາ “ນີ້ແຫຼະເຂົາວ່າເກີດມາເທິງກອງເງິນກອງຄໍາ” ແລະ ຄໍາເຫັນຕ່າງໆນາໆຈົນເປັນຂ່າວ…

ໂພສດັ່ງກ່າວ

ເກີດມາເທິງກອງເງິນກອງຄໍາອີ່ຫຼີ

ຂໍໃຫ້ລູກສາວເປັນຄົນດີຂອງພໍ່ແມ່ເດີ່!!!

ພໍ່ຕູ່ແມ່ກຸ້ງຕອນແຕ່ງເມື່ອ 2 ປີກ່ອນ ຫລໍ່ ແລະ ງາມຫຼາຍ

ຂໍອະນຸຍາດ ເຈົ້າຂອງໂພສ

ແບ່ງປັນ