Breaking News

ສະແດງຄວາມຍິນດີ!!! ໃບເຕີຍ ນັກຮ້ອງຄ່າຍດັງ (ປະເທດໄທ) ເຂົ້າພິທີແຕ່ງດອງກັບ ດີເຈແມນ ຫຼັງຄົບກັນເປັນແຟນ 7 ປີ. ກັບງານແຕ່ງສຸດອາລັງການ!!!

ແບ່ງປັນ

ສະແດງຄວາມຍິນດີ!!! ໃບເຕີຍ ນັກຮ້ອງຄ່າຍດັງ (ປະເທດໄທ) ເຂົ້າພິທີແຕ່ງດອງກັບ ດີເຈແມນ ຫຼັງຄົບກັນເປັນແຟນ 7 ປີ. ກັບງານແຕ່ງສຸດອາລັງການ!!!

ສະບາຍດີວັນຈັນ ກັບແອັດມິ້ນເພຈຂວັນໃຈຄົນເກົ່າຄົນເດີມ ເລີ່ມຕົ້ນອາທິດດ້ວຍຂ່າວໜ້າຍິນດີຂອງນັກຮ້ອງສາວສຸດເຊັກຊີ່ (ປະເທດໄທ) ໃບເຕີຍ ອາສະຫຍາມ ທີ່ຕັດສິນໃຈສະຫຼະຄວາມໂສດ (ແຕ່ບໍ່ຖີ້ມຄວາມແຊ໋ບ) ກັບແຟນໜຸ່ມຫວານໃຈ ດີເຈແມນ ຫຼັງຈາກທີ່ທັງສອງຖືສະຖານະແຟນ ສຶກສາເບິ່ງໃຈກັນເປັນເວລາດົນເຖິງ 7 ປີ. ແລະ ໄດ້ຈູງມືກັນເຂົ້າປະຕູວິວາໄປເມື່ອວັນເສົາທີ 5 ຕຸລາ ທີ່ຜ່ານມານີ້ ດ້ວຍງານແຕ່ງທີ່ຫຼູຫຼາອະລັງການສົມກຽດ ຄ່າດອງລວມໆ 45 ລ້ານບາດ ແລະ ຄ່າໃຊ້ຈ່າຍຈັດງານປະມານ 10 ລ້ານບາດ (ເງິນກີບຄຸນເອົາເອງເດີ່ ແອັດບໍ່ໄດ້ເຊັກເລດ 555) ພ້ອມເຊີນແຂກທັງໃນ ແລະ ນອກວົງການນັບ 1000 ຄົນມາຮ່ວມສະແດງຄວາມຍິນດີ. ຟັງກໍຮູ້ແລ້ວວ່າຕ້ອງອາລັງການງານສ້າງແຮງແນ່ນອນເລີຍ ມື້ນີ້ແອັດໄດ້ນໍາເອົາພາບບັນຍາກາດມາໃຫ້ເບິ່ງນໍາກັນ!!! ໄປເບິ່ງວ່າ ຊຸດເຈົ້າສາວແຕ່ລະຊຸດຂອງ ໃບເຕີຍ ຈະແຊ໋ບຂະໜາດໃດ??? ງານຈະອາລັງການສົມກັບລາຄາ ຫຼືບໍ່???? ມາເບິ່ງເລີຍ!

 

 

    

ແບ່ງປັນ