Breaking News

ທັງງາມ ທັງເກັ່ງ! ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019 ຮັບໃບປະກາດກຽດນິຍົມ ຄະນະເສດຖະສາດ… ເຜີຍ “ເຄັດລັບຮຽນແນວໃດໃຫ້ເກັ່ງ”

ແບ່ງປັນ

ທັງງາມ ທັງເກັ່ງ! ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019 ຮັບໃບປະກາດກຽດນິຍົມ ຄະນະເສດຖະສາດ… ເຜີຍ “ເຄັດລັບຮຽນແນວໃດໃຫ້ເກັ່ງ”

ປຸ້ຍ ເກດມະນີ ວົງປະເສີດ ສາວນ້ອຍໜ້າໃສ ທີ່ທຸກຄົນຮູ້ຈັກກັນດີໃນຖານະ ນາງສາວ ນະຄອນຫຼວງ 2019  ທີ່ໃຜເຫັນກໍຕ້ອງຕົກຂຸມຮັກໃນຄວາມໜ້າຮັກ, ສົດໄສ ແລະ ຕ້ອງຍົກໃຫ້ກັບຄວາມສາມາດຂອງນາງ ຈົນສາມາດຄວ້າຕໍາແໜ່ງນີ້ໄປຄອງ ແຕ່ຍັງບໍ່ໝົດເທົ່ານັ້ນ ເພາະຄວາມສາມາດຂອງ ນ້ອງ ປຸ້ຍ ຍັງບໍ່ຈົບທີ່ກອງປະກວດ ນາງສາວນະຄອນຫຼວງເທົ່ານັ້ນ ເພາະວ່າ ເມື່ອບໍ່ດົນມານີ້ ປຸ້ຍ ໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ໂດຍສະແດງໃຫ້ເຫັນວ່າ ຕົນເອງນັ້ນໄດ້ຮຽນຈົບໃນລະດັບປະລິນຕີແລ້ວ ຈາກຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງກໍເປັນເລື່ອງທີ່ໜ້າຍິນດີຫຼາຍ ແຕ່ສິ່ງທີ່ໜ້າຍິນດີໄປກວ່ານັ້ນຄື ໃນຮູບຈະເຫັນວ່າ ນ້ອງ ປຸ້ຍ ຖືໃບປະກາສະນີຍະບັດສີແດງ ນັ້ນກໍຄືໃບປະກາດກຽດຍົມນັ້ນເອງ ເຊິ່ງຜູ້ທີ່ຈະໄດ້ຮັບໃບປະກາດກຽດນິຍົມນັ້ນບໍ່ແມ່ນເລື່ອງທີ່ນັກສຶກສາທຸກຄົນເຮັດໄດ້ ຍິ່ງເປັນສະຖາບັນການສຶກສາລະດັບ ມະຫາວິທະຍາໄລແຫ່ງຊາດແລ້ວ ປີໜຶ່ງມີນັກສຶກສາທີ່ໄດ້ຮັບໃບປະກາດກຽມນິຍົມໜ້ອຍຫຼາຍຖ້າທຽບກັບຈໍານວນນັກສຶກສາແລ້ວ…

ເອີ້ນໄດ້ວ່າ ນ້ອງ ປຸ້ຍ ນາງສາວນະຄອນຫຼວງປີນີ້ບໍ່ທໍາມະດາອີ່ຫຼີ ຈົນເຮັດໃຫ້ສາຍາ “ທັງງາມທັງເກັ່ງ” ທີ່ແຕ່ງຕັ້ງໂດຍຊາວເນັດ ແລະ ແຟນນາງງາມນັ້ນ ຕົກເປັນຂອງນ້ອງປຸ້ຍໄປໃນທັນທີ!!! ພ້ອມກັນນັ້ນ ນ້ອງ ປຸ້ຍ ກໍຍັງໄດ້ອອກມາເຜີຍເຄັດລັບການຮຽນເກັ່ງໃນແບບສະບັບຂອງນາງງາມມາບອກຕໍ່ກັນນໍາ ເຊິ່ງຈະເປັນແນວໃດນັ້ນ ລອງມາເບິ່ງນໍາກັນເລີຍ!!!

1.ບໍ່ເຂົ້າໃຈ ຕ້ອງຖາມ: ການຖາມໃນສິ່ງທີ່ເຮົາສົງໄສ ບໍ່ແມ່ນເລື່ອງທີ່ໜ້າອາຍ ແຕ່ເປັນເຕັກນິກໃນການຮຽນຮູ້ທີ່ສໍາຄັນອີກຢ່າງໜຶ່ງທີ່ຊ່ວຍໃຫ້ເຮົາເຂົ້າໃຈບົດຮຽນໄດ້ໄວຂຶ້ນ. ເພາະວ່າຖ້າເກີດຂໍ້ສົງໄສແລ້ວບໍ່ຖາມ ອາດເຮັດໃຫ້ເຮົາເຂົ້າໃຈຜິດ ແລະ ບໍ່ສາມາດສືບຕໍ່ບົດຮຽນໃໝ່ໄດ້ ເນື່ອງຈາກບົດຮຽນເກົ່າກໍຍັງສັບສົນຢູ່

2. ຈື່ດີກວ່າຈົດ ຈື່ບໍ່ໝົດຈົດເອົາດີກວ່າ: ການມີສະມາທິ ຕັ້ງໃຈເບິ່ງ ຕັ້ງໃຈຟັງ ແລະ ຈື່ຄໍາອະທິບາຍຂອງອາຈານເປັນສິ່ງໜຶ່ງທີ່ສໍາຄັນ ເພາະບັນດາຄໍາອະທິບາຍຕ່າງໆລ້ວນແຕ່ເປັນເນື້ອໃນ ໃນບົດເສັງເກືອບທັງໝົດ

3 ສອນໝູ່ໃນສິ່ງທີ່ເຮົາເຂົ້າໃຈ: ການສອນ ຫຼື ການແບ່ງປັນສິ່ງທີ່ຕົນເອງຮູ້ ເຂົ້າໃຈ ກໍເປັນອີກໜຶ່ງວິທີທີ່ສາມາດຊ່ວຍໃຫ້ເຮົາຈົດຈໍາບົດຮຽນໃຫ້ໄວຂຶ້ນ. ການສອນໝູ່ກໍເປັນການທົບທວນບົດຮຽນໃຫ້ແກ່ໂຕເອງອີກແບບໜຶ່ງເພື່ອຝຶກຄວາມຈື່ຈໍາ ເພາະກ່ອນທີ່ເຮົາຈະສອນໝູ່ ກໍຕ້ອງມີການທໍາຄວາມເຂົ້າໃຈ, ມີການສັງເກດວ່າຈຸດໃດທີ່ສໍາຄັນ ແລະ ມີການຮຽບຮຽງບົດຮຽນຄືນ ເພື່ອອະທິບາຍໃຫ້ໝູ່ເພື່ອນເຂົ້າໃຈ.

4 ສະຫຼຸບບົດຮຽນກ່ອນເສັງ: ເປັນອີກວິທີໜຶ່ງທີ່ເຮັດແລ້ວໄດ້ຜົນທີ່ສຸດໃນການສອບເສັງໄດ້ຄະແນນດີ ກໍຄືການສະຫຼຸບບົດຮຽນຄືນກ່ອນເສັງ. ເພາະການທີ່ເຮົານໍາເອົາບົດຮຽນ ຫຼື ຄໍາອະທິບາຍຂອງອາຈານມາສະຫຼຸບເປັນແບບຂອງເຮົາເອງນັ້ນຈະຊ່ວຍໃຫ້ເຮົາຈື່ຈໍາໄດ້ດີຂຶ້ນ. ເນື່ອງຈາກເຮົາຕ້ອງມີການອ່ານຄືນ ຮຽບຮຽງຄືນ ເພື່ອຂຽນບົດຮຽນ ຫຼື ຄໍາອະທິບາຍນັ້ນມາໃນແບບຂອງເຮົາເອງ

ແລະ ນີ້ກໍຄື 4 ເຄັດລັບງ່າຍໆ ທີ່ເຮັດໃຫ້ປຸ້ຍປະສົບຜົນສໍາເລັດ ສາມາດຄວ້າໃບປະກາດກຽດນິຍົມມາຄອບຄອງ ສໍາລັບນ້ອງໆໃຜທີ່ຈະເອົາໄປນໍາໃຊ້ ສາວປຸ້ຍ ເພິ່ນກໍບໍ່ໄດ້ຫ້າມເດີ່!!!

ແບ່ງປັນ