Breaking News

Entertainment Lao

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!!

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!! ເກີດເປັນກະແສດຣາມ່າ ແລະ ສົງໄສໄປຕາມໆກັນໃນວົງການນາງງາມລາວ ທີ່ເມື່ອບໍ່ດົນມານີ້ ທາງກອງປະກວດ Miss Tourism international 2019 ທີ່ປະເທດມາເລເຊຍ ເຈົ້າພາບ ຈັດການປະກວດຮອບຕັດສິນວັນທີ 10 ພະຈິກ 2019 ນີ້. ໂດຍປະເທລາວເຮົາແມ່ນໄດ້ສົ່ງຕົວແທນຄື ສາວ ນິ່ງ ປາວິນາ ຍົງວົງສິດທິ Miss Tourism international Laos 2019 ໄປຮ່ວມໂດຍເດີນທາງໄປເມື່ອທ້າຍເດືອນທີ່ຜ່ານມາ (ດັ່ງທີ່ແອັດມິ້ນເຄີຍສະເໜີຂ່າວໄປແລ້ວ) ແຕ່ໄປຮອດຍັງບໍ່ໄດ້ປະກວດຊໍ້າ ພັດວ່າມີຂ່າວອອກມາວ່າ ນາງງາມຕົວແທນປະເທດລາວໄດ້ເດີນທາງກັບລາວແລ້ວ ຍ້ອນທາງກອງປະກວດບໍ່ສາມາດໃຫ້ນາງງາມລາວຂຶ້ນຮ່ວມເວທີປະກວດໄດ້ ຍ້ອນເຫດຜົນທີ່ຊາວເນັດ ແລະ ແຟນຄຣັບນາງງາມພາກັນດຣາມ່າຢູ່ໃນປັດຈຸບັນນີ້… ໂດຍທາງເພຈ໌ Miss Tourism International Laos ໄດ້ອອກມາຊີ້ແຈງວ່າ: ນາງ …

Read More »

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ)

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ) ເຂົ້າພິທີວິວາເປັນທີ່ຮຽບຮ້ອຍແລ້ວສໍາລັບ ເນັດໄອດໍສາຍຮາ ສາວ ສຸດາ ວັນທອງທິບ ທີ່ຕົກລົງປົງໃຈກັບແຟນໜຸ່ມຄົນຮູ້ໃຈ ໂບນັດ ບ່າວໄທທີ່ຄົບຫາກັນດົນເຖິງ 8 ປີ ກ່ອນຄວາມຮັກຈະສຸກງອມ ແລະ ຈູງມືກັນເຂົ້າປະຕູວິວາໃນທີ່ສຸດ. ສໍາລັບພິທີແຕ່ງດອງຂອງ ສາວສຸດາ ແມ່ນໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ ຢູ່ບ້ານເຈົ້າສາວ (ປະເທດລາວ) ຕາມແບບປະເພນີຂອງລາວເຮົາ ແລະ ໃນແບບສາກົນ. ໂດຍມີແຟນຄຣັບທັງຝັ່ງລາວ ແລະ ຝັ່ງໄທຮ່ວມອວຍພອນ-ສະແດງຄວາມຍິນດີ ພ້ອມດ້ວຍຄົນບັນເທີງໄປຮ່ວມສະແດງຄວາມຍິນດີຢ່າງລົ້ນຫຼາມ… ໂດຍສະເພາະທີ່ຂາດບໍ່ໄດ້ກໍແມ່ນໝູ່ຄົນສະນິດຂອງສາວສຸດາ ນັ້ນກໍຄື ສາວນູ່ນີ່ ກຸມພົນພັກດີ ກໍໄດ້ຄວງໜຸ່ມອ໊ອຟຫວານໃຈໄປຮ່ວມອວຍພອນໃຫ້ໝູ່ຄົນສະນິດເຊັ່ນກັນ… ແອັດມິ້ນເພຈຂວັນໃຈເອງກໍໄດ້ຮັບບັດເຊີນດອງ ສາວສຸດາ ເຊັ່ນກັນ ກໍຕ້ອງຂອບໃຈສາວສຸດາຫຼາຍໆທີ່ບໍ່ລືມແອັດມິ້ນຄົນງາມຄົນນີ້555 ແຕ່ພໍຕິດພາລະກິດເລີຍບໍ່ໄດ້ໄປຮ່ວມສະແດງຄວາມຍິນດີ ເລີຍຈະຂໍສະແດງຄວາມຍິນດີຜ່ານໂພສນີ້ກະແລ້ວກັນເນາະ! “ຂໍອວຍພອນໃຫ້ຊີວິດຄູ່ ໂບນັດ & ສຸດາ ຈົ່ງມີແຕ່ຄວາມສຸກ …

Read More »

ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40​ ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້)

ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40​ ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້) ເປີດຕົວຢ່າງງົດງາມ ສໍາລັບ 40 ນາງສາວຜູ້ທີ່ໄດ້ເຂົ້າຮອບໃນເວທີຄົ້ນຫາສາວງາມ “Miss Laos” ປະຈໍາປີ 2019 ເຊິ່ງຕ້ອງຂໍບອກເລີຍວ່າ ຫຼັງຈາກທີ່ໄດ້ເຫັນໜ້າຕາທັງ 40 ນາງສາວ ທີ່ມາຈາກຫຼາກຫຼາຍແຂວງທົ່ວປະເທດລາວ ມາປະຊັນຄວາມງາມເທິງເວທີແລ້ວ ເຮັດໃຫ້ຄະນະກໍາມະການຂອງພວກເຮົາເຈັບຫົວ ໜັກໃຈໄປຕາມໆກັນເລີຍແຫຼະ! ແຕ່ກໍຄືທີ່ຮູ້ນອກຈາກຄວາມງາມແລ້ວ ຄົນທີ່ຈະມາເປັນ ນາງສາວລາວກໍຕ້ອງເຕັມປ່ຽມໄປດ້ວຍຄວາມຮູ້ ແລະ ຄວາມສາມາດ ເພື່ອຈະເປັນໜ້າຕາໃຫ້ກັບປະເທດນໍາອີກ ຄືດັ່ງ Miss Laos 2018 ນ້ອງ ມິມີ່ ສຸດທິດາ ອານຸສິນ ທີ່ຈະອໍາລາຕໍາແໜ່ງໃນມໍ່ໆນີ້ ເຊິ່ງ ມິມີ່ ກໍຮັບໜ້າທີ່ເປັນ ນາງສາວລາວ ເປັນຕົວແທນແມ່ຍິງລາວມາໄດ້ 1​ ປີເຕັມ ແລະ ໃນເວລາ 1 …

Read More »

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ…

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ… ເວົ້າເລື່ອງຄວາມງາມ ແລະ ຄວາມສາມາດຂອງແມ່ຍິງລາວເຮົານັ້ນ ບໍ່ແມ່ນຕັ້ງຂີ້ໂມ້ໂອ້ອວດເວົ້າຍ້ອງເອົາແມ່ຍິງນໍາກັນ ຫຼືຕັ້ງຍ້ອງເອົາປະເທດຊາດບ້ານເກີດຕົວເອງແຕ່ຢ່າງໃດດອກ ແຕ່ເວົ້າຕາມຄວາມຈິງທີ່ໄດ້ຮູ້ ແລະ ເຫັນຜ່ານມາ ເມື່ອບໍ່ຫຼາຍປີມານີ້ ທີ່ປະເທດລາວເຮົາມີການເປີດກວ້າງເລື່ອງສິດເສລີພາບ, ໃຫ້ຄວາມສະເໝີພາບແກ່ແມ່ຍິງຫຼາຍຂຶ້ນ ກໍຈະໄດ້ເຫັນຜົນງານຂອງແມ່ຍິງລາວໃນດ້ານຕ່າງໆ ບໍ່ວ່າຈະເປັນໃນວົງການເສດຖະກິດ, ການເມືອງ ຫຼືສັງຄົມ ແມ່ຍິງລາວເຮົາກໍໄດ້ມີສ່ວນຮ່ວມໃນທຸກດ້ານ ແລະ ບໍ່ສະເພາະແຕ່ພາຍໃນປະເທດເທົ່ານັ້ນ ແຕ່ແມ່ຍິງລາວເຮົາຫຼາຍຄົນກໍຍັງໄປສ້າງຊື່ສຽງ ແລະ ມີບົດບາດໃນລະດັບສາກົນອີກດ້ວຍ… ເຊິ່ງເຮົາຈະເຫັນຫຼາຍທີ່ສຸດແມ່ນໃນເວທີການປະກວດສາວງາມໃນລະດັບໂລກ ແລະ ພາກພື້ນ ທີ່ປະເທດລາວເຮົາກໍໄດ້ມີນາງງາມເຂົ້າຮ່ວມປະກວດພຽງແຕ່ 2-3 ປີມານີ້ ແຕ່ນາງງາມທີ່ຖືກສົ່ງໄປຫຼາຍຄົນກໍໄດ້ຮັບຕໍາແໜ່ງໃດໜຶ່ງກັບມາ ຖ້າທຽບກັບປະສົບການທີ່ລາວເຮົາຫາກໍສົ່ງໄປຮ່ວມນັ້ນ ຖືວ່າເຮັດໄດ້ດີທີ່ສຸດແລ້ວ. ແຕ່ຜ່ານມາສ່ວນຫຼາຍຈະເປັນນາງງາມລຸ້ນນ້ອຍອາຍຸບໍ່ເກີນ 25 ປີ ທີ່ໄປປະກວດ ແຕ່ມື້ນີ້ແອັດມິ້ນມີນາງງາມລຸ້ນໃຫຍ່ທີ່ເຕັມໄປດ້ວຍຄວາມສາມາດ ຈົນໄດ້ຄອບຄອງຕໍາແ່ໜ່ງ Mrs Truism Earth 2019 ຈາກເວທີ Mrs Truism …

Read More »

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019 ເປັນຂ່າວທີ່ໜ້າຍິນດີຫຼາຍ ກັບການຕ້ອນຮັບການກັບມາຂອງໜຸ່ມ ຕ້າ ພິມມະສອນ ຫຼື ພິມມະສອນ ສິງສະຫວັນ ອາຍຸ 21 ປີ ໜຸ່ມນ້ອຍຜູ້ເຂົ້າປະກວດ Mr. Working Men International Laos 2019 ທີ່ເດີນທາງມາຈາກປາກເຊ ເຈົ້າຂອງສ່ວນສູງ 1.82 Cm ຜູ້ຄວ້າຕໍາແໜ່ງອັນດັບໜຶ່ງໃນເວທີການປະກວດຄັ້ງນີ້ ແລະ ໄດ້ເປັນຕົວແທນປະເທດລາວເດີນທາງໄປປະກວດ  Mr. Working Men International 2019 ຢູ່ທີ່ປະເທດໄທ. ທີ່ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 21 ຕຸລາ 2019 ທີ່ຜ່ານມາ ແລະ ຕັດສິນໃນຄໍ່າຄືນຂອງມື້ນັ້ນເລີຍ. …

Read More »