Breaking News

ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40​ ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້)

ແບ່ງປັນ

ຮ່ວມລຸ້ນ!!! Miss Laos 2019 ຈະແມ່ນໃຜ? ເຜີຍ 40​ ນາງສາວທີ່ໄດ້ເຂົ້າຮອບ (ມັກໃຜເຊຍໃຜຄອມເມັ້ນບອກແດ່ເດີ້)

ເປີດຕົວຢ່າງງົດງາມ ສໍາລັບ 40 ນາງສາວຜູ້ທີ່ໄດ້ເຂົ້າຮອບໃນເວທີຄົ້ນຫາສາວງາມ “Miss Laos” ປະຈໍາປີ 2019 ເຊິ່ງຕ້ອງຂໍບອກເລີຍວ່າ ຫຼັງຈາກທີ່ໄດ້ເຫັນໜ້າຕາທັງ 40 ນາງສາວ ທີ່ມາຈາກຫຼາກຫຼາຍແຂວງທົ່ວປະເທດລາວ ມາປະຊັນຄວາມງາມເທິງເວທີແລ້ວ ເຮັດໃຫ້ຄະນະກໍາມະການຂອງພວກເຮົາເຈັບຫົວ ໜັກໃຈໄປຕາມໆກັນເລີຍແຫຼະ! ແຕ່ກໍຄືທີ່ຮູ້ນອກຈາກຄວາມງາມແລ້ວ ຄົນທີ່ຈະມາເປັນ ນາງສາວລາວກໍຕ້ອງເຕັມປ່ຽມໄປດ້ວຍຄວາມຮູ້ ແລະ ຄວາມສາມາດ ເພື່ອຈະເປັນໜ້າຕາໃຫ້ກັບປະເທດນໍາອີກ ຄືດັ່ງ Miss Laos 2018 ນ້ອງ ມິມີ່ ສຸດທິດາ ອານຸສິນ ທີ່ຈະອໍາລາຕໍາແໜ່ງໃນມໍ່ໆນີ້ ເຊິ່ງ ມິມີ່ ກໍຮັບໜ້າທີ່ເປັນ ນາງສາວລາວ ເປັນຕົວແທນແມ່ຍິງລາວມາໄດ້ 1​ ປີເຕັມ ແລະ ໃນເວລາ 1 ປີ ທີ່ຜ່ານມາ ນ້ອງ ມິມີ່ ກໍໄດ້ປະຕິບັດໜ້າທີ່ຕົນເອງໄດ້ເປັນຢ່າງດີ… ແຕ່ຕອນນີ້ເອົາເປັນວ່າເຮົາມາຮ່ວມເຊຍ ຮ່ວມໃຫ້ກໍາລັງໃຈນ້ອງໆທັງ 40​ ຄົນ ແລະ ມາລຸ້ນນໍາກັນວ່າໃຜຈະໄດ້ຄອງຕໍາແໜ່ງ ນາງສາວລາວ ປະຈໍາປີ 2019 ນີ້!!!

MISS LAOS 2018

ຜູ້ເຂົ້າຮອບ 40 ຄົນ

ແຟນໆຄົນໃດມີຄົນທີ່ຮັກທີ່ເຊຍຢູ່ແລ້ວກໍຄອມເມັ້ນມາບອກກັນແດ່ເດີ້…

ແບ່ງປັນ