Breaking News

ຊົມຮູບເງົາ ໂດຍບໍ່ເສຍຄ່າ!!! ເທດສະການຮູບເງົາດີເດັ່ນ ລາວ-ຈີນ ຄັ້ງທີ 3

ແບ່ງປັນ

ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ( ຖວທ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນ ຄັ້ງທີ 3 ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໃນວັນທີ 30 ຕຸລາ 2019 ທີ່ຜ່ານມານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ເຊິ່ງມີິມວນຊົນຫຼາຍພາກສ່ວນຫຼາຍກວ່າ 800 ຄົນ ເຂົ້າຮ່ວມພິທີເປີດ ພ້ອມທັງໄດ້ຮັບຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ.

ເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019ນີ້ ຈະໄດ້ນໍາ​ເອົາຮູບ​ເງົາ​ດີເດັ່ນຈີນ 2 ​ເລື່ອງຄື: ມະຫາ​ເສດຖີ​ຈໍາ​ເປັນ, ຮອຍຍິ້ມຈາກ​ສາຍພູ ,​ທີ່ພາກ ເປັນພາສາລາວໂດຍນັກພາກມືອາຊີບ ແລະສິລະປິນ ຊື່ດັງຂອງລາວເຊັ່ນ: ທ່ານ ສະລຽງ ສ່ຽງວົງ, ອາເລັກຊັນດາ ບຸນຊ່ວຍ, ສັກ ວົງເຊວ, ຕ່າຍ ອາກາດ , MC ມິດປະຊາ…. ນອກຈາກນີ້, ກໍຈະໄດ້ນໍາເອົາຮູບເງົາດີເດັ່ນລາວ-ຈີນນີ້ ໄປ​​ເດີນ​ສາຍ​ທີ່ ນະຄອນຫຼວງວຽງຈັນ ແລະ ອີກ 8 ແຂວງຂອງທົ່ວປະເທດລາວ ໂດຍບໍ່ເສຍຄ່າຄື: ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ໄຊຍະບູລີ, ບໍ່ແກ້ວ ແລະແຂວງຜົ້ງສາລີ ໃ​ນລະຫວ່າງ​ເດືອນ​ພະ​ຈິກນີ້.

ສຳລັບ, ອີກແຂວງອື່ນໆ ຈະສາຍຢູ່ໃສ ແລະ ວັນທີໃດ ສາມາດຕິດຕາມໄດ້ທາງເພສ ວິທະຍຸ CRI-fm93

ແບ່ງປັນ