Breaking News

ຄັ້ງທໍາອິດໃນປະເທດລາວ!!! ກຸງສີເປີດຕົວ “Blockchian” ເຕັກໂນໂລຊີສຸດລໍ້າ ທີ່ຈະເຂົ້າມາຊ່ວຍເລື່ອງການໂອນເງິນໃຫ້ວ່ອງໄວຂຶ້ນ…

ແບ່ງປັນ

ຄັ້ງທໍາອິດໃນປະເທດລາວ!!! ກຸງສີເປີດຕົວ “Blockchian” ເຕັກໂນໂລຊີສຸດລໍ້າ ທີ່ຈະເຂົ້າມາຊ່ວຍເລື່ອງການໂອນເງິນໃຫ້ວ່ອງໄວຂຶ້ນ…

ເຕັກໂນໂລຊີຫຼາກຫຼາຍທີ່ເກີດຂຶ້ນໃນຕ່າງປະເທດນັ້ນ ຈະບໍ່ແມ່ນເລື່ອງທີ່ໄກຕົວຜູ້ປະກອບການລາວອີກຕໍ່ໄປ ເມື່ອທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ ເຊິ່ງຖືວ່າເປັນຄັ້ງທໍາອິດໃນລາວທີ່ໄດ້ນໍາເອົາເຕັກໂນໂລຊີສຸດລໍ້າຕົວນີ້ເຂົ້າມານໍາໃຊ້…

ເຊິ່ງສາເຫດທີ່ທາງທະນາຄານກຸງສີນໍາເອົາ “Blockchian” ເຂົ້າມາຊ່ວຍເລື່ອງການໂອນເງິນນີ້ ກໍເພື່ອເປັນການເພີ່ມຄວາມສະດວກ, ສະບາຍ, ສ້າງຄວາມໝັ້ນໃຈໃຫ້ກັບບັນດາລູກຄ້າ ກໍຄືຜູ້ປະກອບການທັງຄົນລາວ ແລະ ຄົນໄທທີ່ດໍາເນີນທຸລະກໍາທາງການເງິນຮ່ວມກັນ. ໂດຍ ທ່ານ ແດນ ຮາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ, ທະນາຄານກຸງສີອາຢຸດທະຍາ ຈຳກັດ (ມະຫາຊົນ) ກ່າວວ່າ: ການຄ້າ ແລະ ການລົງທຶນລະຫວ່າງໄທ ແລະ ລາວ ເຕີບໂຕ ແລະ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ກຸງສີຈຶ່ງໄດ້ນຳເອົານະວັດຕະກຳທາງການເງິນມາໃຊ້ ເພື່ອສະໜັບສະໜູນດ້ານທຸລະກິດການຄ້າ ລະຫວ່າງສອງປະເທດ. ໂດຍທະນາຄານໄດ້ເປີດໂຕ Krungsri Blockchain Interledger ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ (ລາວ-ໄທ) ໃຫ້ສາມາດໂອນເງິນລະຫວ່າງປະເທດໄດ້ສະດວກ, ວ່ອງໄວ ແລະ ປອດໄພໃນເວລາບໍ່ເທົ່າໃດນາທີເທົ່ານັ້ນ. ບໍລິການດັ່ງກ່າວຖືເປັນການກ້າວຜ່ານຂີດຈຳກັດ, ແບບເກົ່າທີ່ຕ້ອງໃຊ້ເວລາໃນການໂອນເງິນ ລະຫວ່າງປະເທດຢ່າງໜ້ອຍ 1-3 ວັນ ໃຫ້ເຫຼືອພຽງແຕ່ບໍ່ເກີນ 30 ວິ ນາທີ ກໍສາມາດ “ໂອນ-ຮັບ” ເງິນໄດ້.

ທັງນີ້, ນະວັດຕະກຳ Krungsri Blockchain Interledger ຂອງກຸງສີໄດ້ສ້າງການປ່ຽນແປງຄັ້ງສຳຄັນໃນການເຮັດທຸລະກຳດ້ານການເງິນສຳລັບພາກທຸລະກິດ. ຈາກຄວາມສຳເລັດໃນການໂອນເງິນລະຫວ່າງປະເທດແບບຣຽວທາມ (Real Time) ເປັນເປັນຄັ້ງທຳອິດໃນການຊື້-ຂາຍນໍ້າມັນລະບໍລິສັດພະລັງງານບົວສະຫວັນ ຈຳກັດ ຄູ່ຄ້າຂອງໄອອາຣພີຊີໃນ ສປປ ລາວ ແລະ ຕໍ່ມາກຸງສີກໍໄດ້ຮັບຄວາມໄວ້ວາງໃຈຈາກກຸ່ມລູກຄ້າ, ອົງກອນຊັ້ນນຳ ທັງໃນໄທ ແລະ ຕ່າງປະເທດຮ່ວມໃຊ້ນະວັດຕະກຳ Krungsri Blockchain Interledger ພາຍໃຕ້ກອບ BOT Regulatory Sandbox ອັນໄດ້ເຮັດໃຫ້ກຸງສີກາຍເປັນທະນາຄານທຳອິດທີ່ໄດ້ຮັບການອະນຸມັດຈາກທະນາຄານແຫ່ງປະເທດໄທໃນການພັດທະນານະວັດຕະກຳທີ່ນຳເຕັກໂນໂລຊີດັ່ງກ່າວລະຫວ່າງ “ໄທ-ລາວ”.

 

 

ແບ່ງປັນ