Breaking News

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…

ແບ່ງປັນ

ຈົບໄປຢ່າງຈົບງາມ!!! ງານແລ່ນປະກາດຈຸດຢືນ ຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກັບຜູ້ເຂົ້າຮ່ວມຫຼາຍກວ່າ 2.000 ຄົນ…

ຣັນຟໍເຮີ (Run for her) ແມ່ນງານແລ່ນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ Slogan “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ” ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນແລະລານແຫ່ງຊາດລາວ ມີຈຸດປະສົງເພື່ອ: 1. ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2.ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 ມີຜູ້ຮ່ວມລົງທະບຽນຫຼາຍກວ່າ 1.500 ຄົນ. ແຕ່ກໍຍັງມີຜູ້ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍທີ່ບໍ່ທັນລົງທະບຽນ ຄາດວ່າປິຕໍ່ໄປຈະໄດ້ເພີ່ມຈໍານວນ.

ພາບບັນຍາກາດໃນຕອນເຊົ້າຂອງ ວັນທີ 27 ຕຸລາ 2019 ມື້ງານແຂ່ງຂັນແລ່ນ Run for Her ແມ່ນມີຄວາມຄຶກຄື້ນຫຼາຍ, ມົນຊົນໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມຫຼາຍກວ່າ 2.000 ກວ່າຄົນ, ມີບູສໃຫ້ເຄື່ອງດື່ມ, ອາຫານ ທີ່ສະໜັບສະໜຸນໂດຍສະປອນເຊີ່, ນ້ອງໆອາສາສະໝັກມາຊ່ວຍເລື່ອງການຖ່າຍຮູບ, ຈຸດເຊັກອິນ ແລະ ນັກກິລາເຂົ້າເສັ້ນໄຊ, ກອງເຊຍມັນໆຈາກນ້ອງໆນັກຮຽນ ມສ ວຽງຈັນ ທີ່ເຕັມໄປດ້ວຍຮອມຍິ້ມ, ສຽງຫົວ, ສຽງເຊຍຈົນຝົດສະນັ່ນ ແລະ ຜົນການແຂ່ງຂັນທີ່ຕັດສິນດ້ວຍບາດກ້າວຂອງແຕ່ລະຄົນ ຕັ້ງແຕ່ກ້າວທໍາອິດ ຈົນເຖິງກ້າວສຸດທ້າຍທີ່ເຂົ້າເສັ້ນໄຊ… ແນວໃດກໍຂໍສະແດງຄວາມຍິນດີກັບຜູ້ຊະນະຕັ້ງແຕ່ອັນດັບທີ 1-5 ຂອງແຕ່ລະສາຍນໍາເດີ້ (ຂໍອະໄພທີ່ແອັດມິ້ນບໍ່ສາມາດເກັບລາຍຊື່ຂອງຜູູ້ຊະນະແຕ່ລະສາຍໄດ້ ເພາະຄົນຫຼາຍແຮງອີ່ຫຼີ ແລະ ລາງວັນທີ່ໄດ້ຮັບກໍມີດ້ວຍກັນເຖິງ 80 ລາງວັນ ແລະ ລາງວັນເງິນສົດຈໍານວນ 28.000 ກີບ) ສ່ວນຜູ້ທີ່ບໍ່ຕິດອັນດັບກໍໄປເຝິກຊ້ອມຕຶ່ມ ມາຍາດໄຊຊະນະໃນປີຕໍ່ໄປເດີ້!

ແຕ່ແນວໃດກໍຕາມ ງານດີໆແບບນີ້ຈະເກີດຂຶ້ນບໍ່ໄດ້ ຫາກຂາດຜູ້ຢຸ່ເບື້ອງຫຼັງສະໜັບສະໜູນ. ສະນັ້ນ ໃນນາມ ວາລະສານຂວັນໃຈ ທີ່ເປັນຜູ້ຈັດງານນີ້ຂຶ້ນມາ ຈຶ່ງຂໍຕາງໜ້າຂອບໃຈມາຍັງ ຜູ້ສະໜັບໜູນນໍ້າໃຈງາມທີ່ຊ່ວຍໃຫ້ງານຄັ້ງນີ້ເກີດຂຶ້ນ ແລະ ຈົບລົງຢ່າງສົມບູນແບບ ແລະ ຈົບງາມ ເຊິ່ງປະກອບດ້ວຍ…

ຜູ້ສະໜັບສະໜູນຫລັກ: Krungsri Leasing Services company Limited

ຜູ້ສະໜັບສະໜູນຂັ້ນ Silver: Royal Thai Embassy , K&C Group, , Thai Airways, , Australian Embassy, Lao Ford City , Land Rover –Jaguar ,ເຄື່ອງດື່ມ Revive .

ຮ່ວມສະໜັບສະໜູນ: Panyathip International school, Panyathip Advertising, Panyathip Plan B Media ,GURU,  B-Vision, Lao IT Dev, Watashi Lao sole company Limited, Digital Monkey, ວາລະສານ ທາເກັດ, Samart event organizer, FM 95.0Mhz, FM 103.7Mhz, FM 105.5Mhz, Muan.la, Tholakhong, ໄຕບ້ານ, Kaogee cafe, Senglao café, MK restaurant, Sensen restaurant, Take it easy cefe & grill.

ຂໍຂອບໃຈນັກກິລາ ແລະ ມວນຊົນທີ່ໃຫ້ຄວາມສົນໃຈ ງານຂອງພວກເຮົາຢ່າງລົ້ນຫຼາມ, ຖ້າຜິດພາດປະການໃດຕ້ອງຂໍອະໄພມາຍັງທີ່ນີ້ດ້ວຍ… ພົບກັນໃໝ່ໃນ Run for Her 2020 ເດີ້!!!

  

#ທຸກບາດກ້າວຄືພະລັງຢຸດຢັ້ງຄວາມຮຸນແຮງ

#RunforHer2019

ແບ່ງປັນ