Breaking News

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ…

ແບ່ງປັນ

ສຸດຍອດໄປເລີຍ!!! ນາງງາມລາວ (ລຸ້ນໃຫຍ່) ຄວ້າຕໍາແໜ່ງ Mrs Truism Earth 2019 ຈາກເວທີລະດັບໂລກ…

ເວົ້າເລື່ອງຄວາມງາມ ແລະ ຄວາມສາມາດຂອງແມ່ຍິງລາວເຮົານັ້ນ ບໍ່ແມ່ນຕັ້ງຂີ້ໂມ້ໂອ້ອວດເວົ້າຍ້ອງເອົາແມ່ຍິງນໍາກັນ ຫຼືຕັ້ງຍ້ອງເອົາປະເທດຊາດບ້ານເກີດຕົວເອງແຕ່ຢ່າງໃດດອກ ແຕ່ເວົ້າຕາມຄວາມຈິງທີ່ໄດ້ຮູ້ ແລະ ເຫັນຜ່ານມາ ເມື່ອບໍ່ຫຼາຍປີມານີ້ ທີ່ປະເທດລາວເຮົາມີການເປີດກວ້າງເລື່ອງສິດເສລີພາບ, ໃຫ້ຄວາມສະເໝີພາບແກ່ແມ່ຍິງຫຼາຍຂຶ້ນ ກໍຈະໄດ້ເຫັນຜົນງານຂອງແມ່ຍິງລາວໃນດ້ານຕ່າງໆ ບໍ່ວ່າຈະເປັນໃນວົງການເສດຖະກິດ, ການເມືອງ ຫຼືສັງຄົມ ແມ່ຍິງລາວເຮົາກໍໄດ້ມີສ່ວນຮ່ວມໃນທຸກດ້ານ ແລະ ບໍ່ສະເພາະແຕ່ພາຍໃນປະເທດເທົ່ານັ້ນ ແຕ່ແມ່ຍິງລາວເຮົາຫຼາຍຄົນກໍຍັງໄປສ້າງຊື່ສຽງ ແລະ ມີບົດບາດໃນລະດັບສາກົນອີກດ້ວຍ… ເຊິ່ງເຮົາຈະເຫັນຫຼາຍທີ່ສຸດແມ່ນໃນເວທີການປະກວດສາວງາມໃນລະດັບໂລກ ແລະ ພາກພື້ນ ທີ່ປະເທດລາວເຮົາກໍໄດ້ມີນາງງາມເຂົ້າຮ່ວມປະກວດພຽງແຕ່ 2-3 ປີມານີ້ ແຕ່ນາງງາມທີ່ຖືກສົ່ງໄປຫຼາຍຄົນກໍໄດ້ຮັບຕໍາແໜ່ງໃດໜຶ່ງກັບມາ ຖ້າທຽບກັບປະສົບການທີ່ລາວເຮົາຫາກໍສົ່ງໄປຮ່ວມນັ້ນ ຖືວ່າເຮັດໄດ້ດີທີ່ສຸດແລ້ວ. ແຕ່ຜ່ານມາສ່ວນຫຼາຍຈະເປັນນາງງາມລຸ້ນນ້ອຍອາຍຸບໍ່ເກີນ 25 ປີ ທີ່ໄປປະກວດ ແຕ່ມື້ນີ້ແອັດມິ້ນມີນາງງາມລຸ້ນໃຫຍ່ທີ່ເຕັມໄປດ້ວຍຄວາມສາມາດ ຈົນໄດ້ຄອບຄອງຕໍາແ່ໜ່ງ Mrs Truism Earth 2019 ຈາກເວທີ Mrs Truism pageant 2019 ທີ່ປະເທດ ຟີລິບປິນ ໃນຄໍ່າຄືນຂອງວັນທີ 28 ຕຸລາ 2019 ທີ່ຜ່ານມາ.

ແລະ ສາວງາມຕົວແທນປະເທດລາວຄົນນັ້ນກໍຄື: ທ່ານ ນາງ ມາໄລທອງ ສີລິລັກ (ປິວ) ອາຍຸ 55 ປີ ເປັນຕົວແທນປະເທດລາວ ເຂົ້າຮ່ວມປະກວດການຄົ້ນຫາ ລາຊະນີແຫ່ງການທ່ອງທ່ຽວ ຮອບຕັດສິນຈັັດຂຶ້ນທີ່ປະເທດຟີລິບປິນ, ໃນນັ້ນ ນາງງາມຕົວແທນປະເທດລາວກໍໄດ້ເຂົ້າເຖິງຮອບ 5 ຄົນສຸດທ້າຍ ພ້ອມທັງຄວ້າຕໍາແໜ່ງ  Mrs Truism Earth 2019 ມາຄອງ. ໃນເວທີການປະກວດດັ່ງກ່າວຜູ້ເຂົ້າຮອບ 5 ຄົນສຸດທ້າຍແມ່ນຈະໄດ້ຕໍາແໜ່ງທຸກຄົນເຊັ່ນ: ຕໍາແໜ່ງ  Mrs Truism Queen Mather 2019 ໄດ້ແກ່ຕົວແທນຈາກປະເທດ ໄທ,  Mrs Truism Universe 2019 ໄດ້ແກ່ຕົວແທນຈາກປະເທດ ຟີລີບປິນ,  Mrs Truism World 2019 ແມ່ນຕົວແທນຈາກປະເທດ ໄຕ້ຫວັນ, Mrs Truism International 2019 ແມ່ນຕົວແທນຈາກ ອາຟຣິກາ ແລະ  Mrs Truism Globe 2019 ແມ່ນຕົວແທນຈາກ ບັງກະລາເທດ.

 

 

ຂອບໃຈຮູບພາບຈາກ Facebook: ຈຳປາແຫ່ງເມືອງລາວ ປີວ

ແບ່ງປັນ