Breaking News

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ)

ແບ່ງປັນ

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ)

ເຂົ້າພິທີວິວາເປັນທີ່ຮຽບຮ້ອຍແລ້ວສໍາລັບ ເນັດໄອດໍສາຍຮາ ສາວ ສຸດາ ວັນທອງທິບ ທີ່ຕົກລົງປົງໃຈກັບແຟນໜຸ່ມຄົນຮູ້ໃຈ ໂບນັດ ບ່າວໄທທີ່ຄົບຫາກັນດົນເຖິງ 8 ປີ ກ່ອນຄວາມຮັກຈະສຸກງອມ ແລະ ຈູງມືກັນເຂົ້າປະຕູວິວາໃນທີ່ສຸດ. ສໍາລັບພິທີແຕ່ງດອງຂອງ ສາວສຸດາ ແມ່ນໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ ຢູ່ບ້ານເຈົ້າສາວ (ປະເທດລາວ) ຕາມແບບປະເພນີຂອງລາວເຮົາ ແລະ ໃນແບບສາກົນ. ໂດຍມີແຟນຄຣັບທັງຝັ່ງລາວ ແລະ ຝັ່ງໄທຮ່ວມອວຍພອນ-ສະແດງຄວາມຍິນດີ ພ້ອມດ້ວຍຄົນບັນເທີງໄປຮ່ວມສະແດງຄວາມຍິນດີຢ່າງລົ້ນຫຼາມ… ໂດຍສະເພາະທີ່ຂາດບໍ່ໄດ້ກໍແມ່ນໝູ່ຄົນສະນິດຂອງສາວສຸດາ ນັ້ນກໍຄື ສາວນູ່ນີ່ ກຸມພົນພັກດີ ກໍໄດ້ຄວງໜຸ່ມອ໊ອຟຫວານໃຈໄປຮ່ວມອວຍພອນໃຫ້ໝູ່ຄົນສະນິດເຊັ່ນກັນ… ແອັດມິ້ນເພຈຂວັນໃຈເອງກໍໄດ້ຮັບບັດເຊີນດອງ ສາວສຸດາ ເຊັ່ນກັນ ກໍຕ້ອງຂອບໃຈສາວສຸດາຫຼາຍໆທີ່ບໍ່ລືມແອັດມິ້ນຄົນງາມຄົນນີ້555 ແຕ່ພໍຕິດພາລະກິດເລີຍບໍ່ໄດ້ໄປຮ່ວມສະແດງຄວາມຍິນດີ ເລີຍຈະຂໍສະແດງຄວາມຍິນດີຜ່ານໂພສນີ້ກະແລ້ວກັນເນາະ! “ຂໍອວຍພອນໃຫ້ຊີວິດຄູ່ ໂບນັດ & ສຸດາ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ຮັ່ງມີຕະຫຼອດໄປ ແລະ ຂໍໃຫ້ຮັກກັນຈົນຖືໄມ້ເທົ້າຍອດທອງ ກະບອງຍອດເຜັດ ຈົນກວ່າຈະຈາກໂລກນີ້ໄດ້ເດີ້” ແຕ່ຕອນນີແອັດຈະພາທຸກຄົນມາເບິ່ງພາບບັນຍາກາດໃນມື້ງານແຕ່ງສາວສຸດາວ່າມີຄົນບັນເທີງຄົນໃດໄປຮ່ວມແດ່ ໄປເບິ່ງກັນເລີຍ!!!

#ງານເຊົ້າ

#ງານແລງ

    

 

 

ແບ່ງປັນ