Breaking News

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!!

ແບ່ງປັນ

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!!

ເກີດເປັນກະແສດຣາມ່າ ແລະ ສົງໄສໄປຕາມໆກັນໃນວົງການນາງງາມລາວ ທີ່ເມື່ອບໍ່ດົນມານີ້ ທາງກອງປະກວດ Miss Tourism international 2019 ທີ່ປະເທດມາເລເຊຍ ເຈົ້າພາບ ຈັດການປະກວດຮອບຕັດສິນວັນທີ 10 ພະຈິກ 2019 ນີ້. ໂດຍປະເທລາວເຮົາແມ່ນໄດ້ສົ່ງຕົວແທນຄື ສາວ ນິ່ງ ປາວິນາ ຍົງວົງສິດທິ Miss Tourism international Laos 2019 ໄປຮ່ວມໂດຍເດີນທາງໄປເມື່ອທ້າຍເດືອນທີ່ຜ່ານມາ (ດັ່ງທີ່ແອັດມິ້ນເຄີຍສະເໜີຂ່າວໄປແລ້ວ) ແຕ່ໄປຮອດຍັງບໍ່ໄດ້ປະກວດຊໍ້າ ພັດວ່າມີຂ່າວອອກມາວ່າ ນາງງາມຕົວແທນປະເທດລາວໄດ້ເດີນທາງກັບລາວແລ້ວ ຍ້ອນທາງກອງປະກວດບໍ່ສາມາດໃຫ້ນາງງາມລາວຂຶ້ນຮ່ວມເວທີປະກວດໄດ້ ຍ້ອນເຫດຜົນທີ່ຊາວເນັດ ແລະ ແຟນຄຣັບນາງງາມພາກັນດຣາມ່າຢູ່ໃນປັດຈຸບັນນີ້… ໂດຍທາງເພຈ໌ Miss Tourism International Laos ໄດ້ອອກມາຊີ້ແຈງວ່າ: ນາງ ໜິງ ປາວິນາ ຍົງວົງສິດທິ – MISS TOURISM INTERNATIONAL LAOS 2019 ທີ່ເປັນໂຕແທນປະເທດລາວຮ່ວມປະກວດ MISS TOURISM INTERNATIONAL 2019 ຕ້ອງເດີນທາງກັບປະເທດລາວກ່ອນກຳນົດການ ເພາະຍ້ອນລວງສູງບໍ່ຜ່ານ. ຍ້ອນຄວາມຜິດພາດຂອງການປະສານງານລະຫວ່າງທີມງານປະເທດລາວ ກັບ ທີມງານກອງປະກວດຕ່າງປະເທດ. ສະນັ້ນ, ບັນດາຜູ້ເຂົ້າປະກວດກໍ່ມີ 3 ປະເທດທີ່ຖືກຕັດສິດຈາກກອງປະກວດໃນປີນີ້ມີຄື: ລາວ, ອາເມເນຍ ແລະ ລັດເວຍ (Laos, Armenia and Latvia) ສະນັ້ນ, ທາງກອງປະກວດຕ່າງປະເທດຈື່ງກ່າວຂໍໂທດ ແລະ ແຈ້ງມາຍັງປະເທດລາວຮັບຊາບ… ແລະຄໍາທີ່ຫຼາຍຄົນສົງໄສວ່າ ເອົ່າ… ເປັນຫຍັງຄືລວງສູງບໍ່ຜ່ານ ແລ້ວ ສາວນິ່ງ ສູງແມັດເທົ່າໃດຈຶ່ງບໍ່ສາມາດຮ່ວມປະກວດໄດ້???  ແອັດມິ້ນຂໍຕອບໃຫ້ຮູ້ວ່າ ສາວນິ້ງ ນັ້ນສູງພຽງແຕ່ 168 Cm, ແຕ່ຕາມມາດຕະຖານຂອງກອງປະກວດ Miss Tourism international 2019 ແລ້ວແມ່ນຕ້ອງຢູ່ໃນເກນ 170 Cm ຂຶ້ນໄປ (ແຕ່ບາງຄັ້ງເຮົາກໍເຫັນຜູ້ເຂົ້າຮ່ວມປະກວດນາງງາມຈັກກະວານຫຼາຍເວທີ ສູງພຽງ 165 Cm ອັນນີ້ແອັດມິ້ນກໍງົງຄືກັນ 555) ແຕ່ແນວໃດກໍຂໍເປັນກໍາລັງໃຈໃຫ້ກັບ ສາວນິ້ງ ສູ້ໆເດີ້!!!

#ໂພສດັ່ງກ່າວ

#ນິ່ງ ປາວີນາ ອາຍຸ 20 ປີ, ສູງ 168 Cm, ນໍ້າໜັກ 50 Kg, ສັດສ່ວນ 36,26,35.

  

ແບ່ງປັນ