Breaking News

ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ…

ແບ່ງປັນ

ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ…

ຈົບລົງໄປແລ້ວສໍາລັບເວທີປະກວດສາວງາມ Miss Asia Global 2019 ຈັດຂຶ້ນທີ່ປະເທດອິນເດຍ ແລະ ຮອບຕັດສິນໃນຄໍ່າຄືນວັນທີ 1 ພະຈິກ 2019. ໃນນັ້ນປະເທດລາວເຮົາກໍມີມີຕົວແທນຄື ສາວນ້ອຍຫຼາກຫຼາຍຄວາມສາມາດ ນ້ອງ ແຮນນ້າ ໂຣເຊັ່ນບຣູ້ມ ເດີນທາງໄປຮ່ວມປະກວດ ແລະ ສາວນ້ອຍຄົນນີ້ກໍບໍ່ໄດ້ເຮັດໃຫ້ຄົນລາວທັງປະເທດຕ້ອງຜິດຫວັງ ເພາະເຖິງວ່າຈະບໍ່ໄດ້ມຸງກຸດ Miss Asia Global 2019 ມາຄອບຄອງ ແຕ່ ແຮນນ້າ ກໍໄດ້ຄວ້າລາງວັນ Miss social media ເຊິ່ງເປັນລາງວັນສໍາລັບສາວງາມທີ່ໄດ້ຮັບຄວາມນິຍົມຫຼາຍໃນສື່ອອນລາຍ ບໍ່ວ່າຈະເປັນການໂຫວດ ກົດໄລ໊ ກົດແຊ ສະແດງຄວາມຄິດເຫັນຕ່າງໆ ຫຼືຖ້າຈະໃຫ້ແອັດມິ້ນເວົ້າງ່າຍໆ ກໍໝາຍເຖິງ ຂວັນໃຈຊາວໂຊຊ່ຽວອີ່ຫຍັງປະມານແຫຼະເນາະ!!! ແນວໃດກໍຕ້ອງຂໍສະແດງຄວາມຍິນດີກັບນ້ອງແຮນນ້າຫຼາຍໆເດີ້ ທີ່ສາມາດຍາດລາງວັນໃດໜຶ່ງຈາກກອງປະກວດມາໄດ້ ກໍຖືວ່າເກັ່ງທີ່ສຸດແລ້ວ ແລະ ເຖິງວ່າຈະບໍ່ໄດ້ລາງວັນຫຍັງມາກັບມາແຕ່ແຮນນ້າກໍຍັງເປັນຂວັນໃຈຂອງຄົນລາວທຸກຄົນເດີ້!

ແບ່ງປັນ