Breaking News

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019

ແບ່ງປັນ

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019

ເປັນຂ່າວທີ່ໜ້າຍິນດີຫຼາຍ ກັບການຕ້ອນຮັບການກັບມາຂອງໜຸ່ມ ຕ້າ ພິມມະສອນ ຫຼື ພິມມະສອນ ສິງສະຫວັນ ອາຍຸ 21 ປີ ໜຸ່ມນ້ອຍຜູ້ເຂົ້າປະກວດ Mr. Working Men International Laos 2019 ທີ່ເດີນທາງມາຈາກປາກເຊ ເຈົ້າຂອງສ່ວນສູງ 1.82 Cm ຜູ້ຄວ້າຕໍາແໜ່ງອັນດັບໜຶ່ງໃນເວທີການປະກວດຄັ້ງນີ້ ແລະ ໄດ້ເປັນຕົວແທນປະເທດລາວເດີນທາງໄປປະກວດ  Mr. Working Men International 2019 ຢູ່ທີ່ປະເທດໄທ. ທີ່ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 21 ຕຸລາ 2019 ທີ່ຜ່ານມາ ແລະ ຕັດສິນໃນຄໍ່າຄືນຂອງມື້ນັ້ນເລີຍ. ເຊິ່ງຜົນການຕັດສິນກໍເປັນທີ່ໜ້າຍິນດີຫຼາຍ ທີ່ໜຸ່ມ ຕ້າຕົວແທນປະເທດລາວລາວເຮົາ ທີ່ເຖິງວ່າຈະບໍ່ໄດ້ຕໍາແໜ່ງ  Mr. Working Men International 2019 ມາຄອງ ແຕ່ໜຸ່ມຕ້າກໍບໍ່ໄດ້ໜ້ອຍໜ້າ ເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸກທ້າຍ ຈາກ 25 ປະເທດ ແລະ ສາມາດຄວ້າລາງວັນມາໄດ້ເຖິງ 2 ລາງວັນຄື: ໜຸ່ມອັດທະຍະໃສດີ Mr. Friendly Guy ແລະ ທູດສາຍສຳພັນລະຫວ່າງລາວ-ໄທ Ambassador Relationship Thai-Laos. ເທົ່ານີ້ ໜຸ່ມຕ້າ ກໍໄດ້ໃຈແຟນຄຣັບໄປຈົນເຄິ່ງປະເທດແລ້ວ!!! ແອັດເອງກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍກັບຜົນງານ ແລະ ຄວາມສາມາດໃນຄັ້ງນີ້ຂອງຕ້ານໍາເດີ້…

ແບ່ງປັນ