ເປັນດາຣາສາວຈາກປະເທດເພື່ອນບ້ານ ທີ່ມີແຟນຄຣັບເປັນຄົນລາວຫຼາຍພໍສົມຄວນສໍາລັບ ແຕ້ວ ນັດທະພອນ ເຕມີຣັກ ຍ້ອນຄວາມໜ້າຮັກ, ສົດໄສ ແລະ ຝີມືການສະແດງລະຄອນທີ່ເກັ່ງແບບບໍ່ໃຫ້ໃຜແຊງ ໂດຍສະເພາະ ລະຄອນແນວອີສານ “ນາຄີ” ຈົນໄດ້ຊື່ຈາກແຟນໆວ່າ ຄໍາແກ້ວ ຈົນເຖິງຂັ້ນວ່າເວົ້າຊື່ນີ້ອອກມາແລ້ວບໍ່ມີໃຜທີ່ບໍ່ຮູ້ຈັກກັນເລີຍແຫຼະ!!! ແລະ ໃນວັນທີ 28 ກັນຍາ ທີ່ຜ່ານມາ ສາວແຕ້ວ ຫຼືຄໍາແກ້ວ ກໍໄດ້ເດີນທາງມາຮ່ວມງານເປີດສາຂາໃໝ່ຂອງ Shiseido Beauty Center ໃນລາວພ້ອມທັງຮ່ວມພົບປະແຟນໆຊາວລາວຢ່າງໃກ້ຊິດ ແລະ ເປັນກັນເອງທີ່ສຸດ…
ຫຼັງຈາກແລ້ວງານທາງການແລ້ວ ກໍໄດ້ມີໂອກາດເຂົ້າສໍາພາດສາວແຕ້ວກ່ຽວກັບຄວາມຮຸ້ສຶກທີ່ມີຕໍ່ແຟນຄຣັບຊາວລາວ ກັບຊື່ຄໍາແກ້ວ ເຊິ່ງສາວແຕ້ວກໍໄດ້ຕອບດ້ວຍສີໜ້າຍິ້ມແຍ້ມວ່າ ກ່ອນທີ່ຈະມີຊື່ ຄໍາແກ້ວ ກໍມັກໃນຄວາມໜ້າຮັກຂອງຄົນລາວຢູ່ແລ້ວ ຍິ່ງມີແຟນຄຣັບຊາວລາວເອີ້ນ ຄໍາແກ້ວ ກໍຮູ້ສຶກດີໃຈຫຼາຍ ຢາກໃຫ້ຕິດຕາ່ມຜົນງານໄປເລື້ອຍໆ ເພາະຍັງຈະມີຜົນງານໃໝ່ອອກມາໃຫ້ແຟນໆໄດ້ຮັບຊົມຕະຫຼອດ (ຍິ້ມປະທັບໃຈແຮງ) ແລະ ສາວ ແຕ້ວ ຍັງບອກອີກວ່າ ຕົວເອງເດີນທາງມາປະເທດລາວ ເປັນຄັ້ງທີ 3 ແລ້ວ ເຊິ່ງທຸກຄັ້ງທີ່ມາກໍປະທັບໃຈທຸກຄັ້ງ ມັກຄົນລາວທີ່ມີນໍ້າໃຈ, ອ່ອນນ້ອມ, ຍິ້ມຫວານຫຼາຍ ທຸກເທື່ອທີ່ມາກໍຈະໄດ້ຮັບຄວາມປະທັບໃຈກັບໄປທຸກຄັ້ງ ແຕ່ສ່ວນຫຼາຍຈະມາວຽກບໍ່ຄ່ອຍໄດ້ໄປທ່ຽວໃສ ແຕ່ວ່າງໆກໍຈະຫາໂອກາດມາທ່ຽວລາວຢູ່ ແຖມຍັງຝາກທ້າຍວ່າ ບໍ່ຮູ້ຈະມີຄົນນໍາທ່ຽວບໍ່ (ຫົວມ່ວນຊື່ນກັບນັກຂ່າວ)
ໂອ່ຍຍຍ ຄົນອີ່ຫຍັງຈັ່ງແມ່ນທັງງາມ, ໜ້າຮັກ, ຂີ້ອ້ອນສຸດໆ ແບບນີ້ຈະບໍ່ໃຫ້ແຟນໆຮັກແຟນໆຫຼົງໄດ້ແນວໃດສາວແຕ້ວວວວ…
ມາເບິ່ງຄວາມໜ້າຮັກ ແລະ ເປັນກັນເອງຂອງສາວ ແຕ້ວ ກັນເລີຍ!!!