Breaking News

ຊົມເຊີຍ! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ! ກັນຍາ ແກ້ວມະນີ ຢືນ 1 ໃນຕໍາແໜ່ງ ຮອງປະທານ ພັດທະນາບານເຕະຂອງ AFC….

ແບ່ງປັນ

“ບໍ່ມີສິ່ງໃດທີ່ແມ່ຍິງລາວເຮັດບໍ່ໄດ້” ແລະ ” ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ” ເປັນຄໍາຍ້ອງຍໍຊົມເຊີຍສໍາລັບຜົນສໍາເລັດທີ່ຫຼາກຫຼາຍຂອງແມ່ຍິງລາວ ທີ່ຜ່ານມາມີແມ່ຍິງລາວຫຼາຍໆຄົນຈາກຫຼາກຫຼາຍສາຂາອາຊີບ ທີ່ມີຄວາມສາມາດໄປໂຊຄວາມສາມາດໃນເວທີ ແລະ ວົງການໃນລະດັບໂລກ. ຄືກັນກັບແມ່ຍິງລາວຄົນນີ້ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ AFC  Development Committee ໃນລະຫວ່າງປີ 2019-2023.

  

ຈາກກອງປະຊຸມ ປຶກສາຫາລືກະກຽມເປີດສົກການແຂ່ງຂັນກິລາບານເຕະ ຢູ່ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ ວັນທີ 25 ກັນຍາ 2019 ນັ້ນ ເຫັນໄດ້ຊັດເຈນເລີຍວ່າ ແມ່ຍິງລາວຄົນນີ້ບໍທໍາມະດາ ແລະ ເປັນແມ່ຍິງພຽງຄົນດຽວໃນຄະນະປະທານ ແລະ ກໍາມະການທັງໝົດ 19 ທ່ານ. ໂດຍມີລາຍຊື່ດັ່ງນີ້:

1. ທ່ານ Salem Said Salem Al Wahaibi (ໂອມານ) ເປັນປະທານ
2. ທ່ານ ນາງ ກັນຍາ ແກ້ວມະນີ (ສປປ ລາວ) ເປັນຮອງປະທານ
3. ທ່ານ David Gallop (ອົດສະຕຣາລີ) ເປັນຄະນະ
4. ທ່ານ Ali Al Buainain (ບາເຣນ) ເປັນຄະນະ
5. ທ່ານ Jigme N. Norbu (ພູຖານ) ເປັນຄະນະ
6. ທ່ານ Luo Zhao (ສປ ຈີນ) ເປັນຄະນະ
7. ທ່ານ Kazumichi Iwagami (ຍິ່ປຸ່ນ) ເປັນຄະນະ
8. ທ່ານ Yong Soo Park (ສ ເກົາຫຼີ) ເປັນຄະນະ
9. ທ່ານ Chan Keng Hou (ມາເກົາ) ເປັນຄະນະ
10. ທ່ານ Mohd Joehari Ayub (ມາເລເຊຍ) ເປັນຄະນະ
11. ທ່ານ Shijir Ulzhiikhuu (ມົງໂກລີ) ເປັນຄະນະ
12. ທ່ານ Karma Tsering Sherpa (ເນປານ) ເປັນຄະນະ
13. ທ່ານ Ross Zapanta (ໝູ່ເກາະມາຣິອານນ່າເໝືອ) ເປັນຄະນະ
14. ທ່ານ Ahmed Yar Khan Lodhi (ປາກິສະຖານ) ເປັນຄະນະ
15. ທ່ານ Mohammed Khalid Fakhroo (ກາຕ້າ) ເປັນຄະນະ
16. ທ່ານ Korrawee Prissananantakul (ໄທ) ເປັນຄະນະ
17. ທ່ານ Arslan Aynazarov (ເຕີກເມນິດສະຖານ) ເປັນຄະນະ
18. ທ່ານ Mohammed Hazzam Al Dhaheri (ສະຫະລັດອາຫລັບເອມິເຣດ) ເປັນຄະນະ
19. ທ່ານ Avaz Maksumov (ອຸດເບກິສະຖານ) ເປັນຄະນະ

ຈາກຜົນງານດັ່ງກ່າວ ສາມາດເວົ້າໄດ້ວ່າ ທ່ານ ນາງ ກັນຍາ ແກ້ວມະນີ ເປັນແມ່ຍິງລາວອີກຄົນໜຶ່ງທີ່ສະແດງໃຫ້ເຫັນວ່າ ແມ່ຍິງລາວເກັ່ງ ແລະ ມີຄວາມສາມາດບໍ່ວ່າຈະຢູ່ໃນວົງການໃດ! ເໝາະສົມກັບຄໍາວ່າ “ບໍ່ມີສິ່ງໃດທີ່ແມ່ຍິງລາວເຮັດບໍ່ໄດ້” ແລະ ” ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ” ທີ່ສຸດແລ້ວ!!!

ຂໍ້ມູນ ແລະ ຮູບພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ແບ່ງປັນ