Breaking News

Entertainment Lao

ຕຸ້ຍ ອິນປັນ ຈາກອະດີດນັກຮ້ອງວົງ Overdance ໃນຕຳນານ ສູ່ພິທີກອນຊາຍລະດັບແຖວໜ້າຂອງປະເທດລາວ!!!

ວ້າວ…ມາເລີ່ມຕົ້ນເດືອນ ສິງຫາ 2017 ກັບຄົນເກັ່ງໆມີຄວາມສາມາດຫຼາກຫຼາຍດ້ານທີ່ ຊະນີIndy  ຢາກຈະມາແນະນຳໃຫ້ແຟນໆໄດ້ຮູ້ຈັກຕົວຕົນຂອງເພິ່ນ ເປັນໃຜບໍ່ໄດ້ເລີຍນັ້ນກໍຄື ອ້າຍ ຕຸ້ຍ ອິນປັນ ບໍລິຫານ ຫຼື ອ້າຍ ຕຸ້ຍ ແຫ່ງວົງ Overdance ວົງແຫ່ງຕຳນານທີ່ຫຼາຍຄົນຍ່ອມຮູ້ຈັກກັນດີ ຜ່ານມາກໍຫຼາຍປີແລ້ວແຕ່ຊື່ສຽງຂອງ ຕຸ້ຍ Overdance ກໍຍັງບໍ່ໄດ້ຈາງຫາຍໄປໃສ ແນວຄົນມີຄວາມສາມາດແນ່ນອນເລີຍວ່າທຸກຄົນກໍຕ້ອງຈື່ຈຳກັນໄດ້ເປັນຢ່າງດີ, ປັດຈຸບັນ ຕຸ້ຍ Overdance ເຖິງຈະຫ່າງຫາຍໄປຈາກວົງການເພງແດ່ ແຕ່ເພິ່ນກໍບໍ່ໄດ້ໄປໃສເພາະເພິ່ນມີວຽກປະຈຳເປັນເຖິງ ຮອງຫົວໜ້າພະແນກສື່ສານອົງກອນ ຢູ່ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ຍັງມີອີກໜຶ່ງຢ່າງໃນວົງການບັນເທິງນັ້ນກໍຄື ພິທີກອນ ແຖມຍັງຖືກຍອມຮັບວ່າເປັນພິທີກອນທີ່ມີຄວາມສາມາດລະດັບແຖວໜ້າຂອງປະເທດລາວເຮົາ.   ເມື່ອເວົ້າເຖິງພິທີກອນຊາຍຄົນເກັ່ງລະດັບແນວໜ້າໃນບ້ານເຮົາ ທີ່ຮັບງານໃຫຍ່ໆ ລະດັບຊາດຢູ່ເລື້ອຍໆ ບໍ່ວ່າຈະເປັນງານ ນາງສາວອາພອນເພດຊົງລາວ, ນາງສາວລາວ, Gala Dinner ກອງປະຊຸມສຸດຍອດອາຊຽນ 2016, ງານລ້ຽງຮັບແຂກຂອງປະທານປະເທດ, ງານສະຖານທູດ ທີ່ຕ້ອງໃຊ້ສອງພາສາ, ງານປະກວດ Pepsi Singing …

Read More »

ເປີດໃຈສາວ “ຕ໋ອດ ວີລູນາ” ແບບເຈາະເລຶກເປັນຄັ້ງທໍາອິດ! ເຖິງບົດບາດໃໝ່ໃນຮູບເງົາເລື່ອງ “ນ້ອງຮັກ”

ຄໍລໍາ: Entertainment Lao ເມື່ອເວົ້າເຖິງ ນັກຮ້ອງ, ນັກສະແດງ, ນາງແບບ ແຖວໜ້າຂອງປະເທດລາວເຮົາ ເຊື່ອວ່າຫຼາຍຄົນກໍຄົງຈະຄິດຮອດນາງຄົນນີ້ແນ່ນອນ ສາວ ວິລູນາ ເພັດມະນີ (ຕ໋ອດ) ເພາະນອກຈາກຄວາມ Hot ໃນບົດບາດການເປັນນັກຮ້ອງ, ນາງແບບ ທີ່ມີເອກະລັກ ບໍ່ຄືໃຜຂອງນາງແລ້ວ ເມື່ອເວົ້າເຖິງການສະແດງຊຶ່ງເປັນບົດບາດໃໝ່ທີ່ນາງຫາກໍໄດ້ຮັບມາສົດໆຮ້ອນໆ ໃນຮູບເງົາເລື່ອງ ນ້ອງຮັກ Dearest Sister ຜົນງານການສ້າງຂອງແມ່ຍິງລາວ ທີ່ ສາວຕ໋ອດ ໄດ້ຮັບບົດເປັນ ເອື້ອຍຂອງນາງເອກ ແລະ ຕາໃກ້ຈະບອດ ເຊິ່ງຖືວ່າກໍາລັງເປັນກະແສຮ້ອນແຮງຫຼາຍໃນໄລຍະນີ້ ແຖມຮູບເງົາເລື່ອງທໍາອິດທີ່ຫຼິ້ນກໍໄດ້ Go inter ນໍາອີກ ເຊິ່ງມື້ນີ້ ສາວຕ໋ອດ ກໍຈະມາເປີດໃຈເຖິງບົດບາດໃໝ່ ໃນການເປັນນັກສະແດງ ແລະ ເວົ້າເຖິງຄວາມຮູ້ສຶກເມື່ອ ຕ້ອງເປັນຄົນຕາບອດ ຄືກັນກັບບົດບາດທີ່ໄດ້ຮັບໃນຮູບເງົາ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີຖຸນາ 2017 …

Read More »

ເປີດໃຈເປັນຄັ້ງທໍາອິດຂອງ Jojo Miracle ກ່ຽວກັບການສ້າງຮູບເງົາ “ວັນຄົບຮອບ” ແລະ ຄໍາແນະນໍາສໍາລັບຄົນທີ່ຢາກສ້າງຮູບເງົາ!

ຄໍລໍາ: Entertainment Lao ມາພົບກັບບົດບາດໃໝ່ຂອງ ຈີລະສັກ ສາຍສະໜິດ (ໂຈໂຈ້) ຫຼື Jojo Miracle ທີ່ທຸກຄົນຮູ້ຈັກກັນດີກັບບົດບາດການເປັນນັກຮ້ອງ, ນັກທຸລະກິດທີ່ມີຄວາມສາມາດຫຼາກຫຼາຍ ແລະ ຄວາມໝັ້ນໃຈສູງ ກັບການສ້າງຮູບເງົາເປັນຄັ້ງທໍາອິດທີ່ສ້າງຄວາມປະທັບໃຈໃຫ້ກັບແຟນໆ ໃນຮູບເງົາເລື່ອງ “ວັນຄົບຮອບ” ທີ່ສໍາຄັນ ໂຈໂຈ້ ຍັງມາເປີດໃຈໃນການຫັນມາສ້າງຮູບເງົາເລື່ອງນີ້ ເປັນຄັ້ງທໍາອິດ ໃນວາລະສານ ຂັວນໃຈ ຂອງພວກເຮົາ ແລະ ທີ່ສໍາຄັນ ໂຈໂຈ້ ຍັງໃຫ້ຄໍາແນະນໍາດີໆສໍາລັບຄົນທີ່ຢາກສ້າງຮູບເງົາ ຫຼືເປັນຜູ້ກໍາກັບນໍາອີກ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຍາກບໍ່ຖ້າຢາກເປັນ ພິທີກອນມືອາຊີບ ຄືກັບ Touy Overdane ມາເບິ່ງຄໍາແນະນໍາດີໆຈາກໜຸ່ມຄົນນີ້ກັນ!

ຄໍລໍາ: Entertainment Lao ສໍາພາດ ອິນປັນ ບໍລິຫານ ຫຼື Touy Overdane ທີ່ຫຼາຍຄົນຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນຖານະຂອງ MC ຫຼືພິທີກອນ ຊື່ດັງລະດັບແຖວໜ້າຂອງປະເທດລາວເຮົານັ້ນເອງ. ຊຶ່ງໃນວາລະສານຂວັນໃຈຂອງເຮົາສະບັບນີ້ ຕຸ້ຍ ຈະມາໃຫ້ສາລະ ແລະ ຂໍ້ມູນດີໆສໍາລັບຄົນທີ່ມີພອນສະຫວັນ ແລະ ຄວາມຕັ້ງໃຈທີ່ຈະຢາກເປັນພິທີກອນ ຈະຕ້ອງມີການກຽມຕົວ ແລະ ເລີ່ມຕົ້ນແນວໃດແດ່? ຕ້ອງເຮັດແນວໃດຈຶ່ງຈະເປັນພິທີກອນມືອາຊີບແບບ ຕຸ້ຍ ໄດ້. ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ແມ່ຍິງທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” (ມະລາວັນ ແມັດຕີ້ໂດ) ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ

ຄໍລໍາ: Entertainment Lao ສໍາລັບຄົນມີຝັນຫ້າມພາດກັບຄໍລໍານີ້ ກັບການສໍາພາດ ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກນີ້ເລີຍ ຍ້ອນແນວນີ້ ຈຶ່ງເຮັດໃຫ້ນາງປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານຫຼ້າສຸດທີ່ກໍາລັງຈະອອກສາຍ ໃນຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »