Breaking News

Mattie Do ຜູ້ກຳກັບຍິງ ຜູ້ພາຮູບເງົາລາວສູ່ເວທີໂລກ

ແບ່ງປັນ

ຖ້າໃຜຢູ່ໃນວົງການ ຫຼືຕິດຕາມຮູບເງົາລາວ ກໍອາດເຄີຍໄດ້ຍິນຊື່ຮູບເງົາເລື່ອງ “ຈັນທະລີ” ເຊິ່ງເປັນຮູບເງົາແນວຜີໆ ໃນສັງກັດຂອງບໍລິສັດ Lao Art Media ທີ່ອອກສາຍເມື່ອປະມານປີ 2013 ເປັນຮູບເງົາທີ່ໄວໜຸ່ມລາວບອກວ່າເບິ່ງແລ້ວບໍ່ຄ່ອຍເຂົ້າໃຈ ແຕ່ພັດເປັນທີ່ສົນໃຈຢ່າງລົ້ນເຫຼືອໃນເວທີສາກົນ ເພາະໄດ້ຮັບກຽດເຂົ້າສາຍໃນເທສະການຮູບເງົາກວ່າ 30 ງານ ທົ່ວໂລກເລີຍ ບໍ່ວ່າຈະເປັນ ເກົາຫຼີ, ອາເມລິກາ, ສະວີເດັນ ແລະອື່ນໆ ພິເສດແມ່ນໄດ້ຊັກນຳໃຫ້ທີມງານຄົນລາວຊຸດທຳອິດໄປຢຽບຍ່າງເທິງພົມແດງໃນ “ງານເທສະການຮູບເງົາເມືອງຄານ” (Cannes Film Festival) ອັນໂດ່ງດັງນໍາອີກ Wow!!! ຕົບມືດ່ວນເລີຍສາວໆ!!! ກ່າວໄດ້ວ່າ “ຈັນທະລີ” ເປັນຮູບເງົາລາວເລື່ອງທຳອິດຂອງລາວ ທີ່ໄດ້ໂກອິນເຕີ (Go inter) ໄປສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຊາວໂລກຢ່າງຫຼວງຫຼາຍ ເພາະພວກເຂົາບໍ່ເຄີຍເຫັນຮູບເງົາລາວ ບໍ່ເຄີຍໄດ້ຍິນພາສາລາວ ບໍ່ເຄີຍຮູ້ຈັກວັດທະນະທຳລາວ ແລະທີ່ສຳຄັນທີ່ສຸດແມ່ນ ຮູບເງົາເລື່ອງນີ້ ຖືກກຳກັບໂດຍ “ແມ່ຍິງລາວ”

ຕື່ນເຕັ້ນແລ້ວແມ່ນບໍ່ສາວໆຂວັນໃຈ ກັບຄວາມສາມາດຂອງແມ່ຍິງລາວ ທີ່ເກັ່ງບໍ່ແພ້ຊາດໃດໃນໂລກ ເຮົາມາຮູ້ຈັກຜູ້ກຳກັບຄົນເກັ່ງກັນເລີຍເນາະ ນາງຊື່ວ່າ ມາລາວັນ ແມັດຕີ້ ໂດ ຫຼື ແມັດຕີ້ ເປັນແມ່ຍິງລາວທີ່ເກີດ ແລະເຕີບໃຫຍ່ຢູ່ທີ່ອາເມລິກາ ນາງເປັນຄູສອນບັນເລ່ ແລະເປັນເຈົ້າຂອງໂຮງຮຽນສອນເຕັ້ນບັນເລ່ ໃນອາເມລິກາ ແຕ່ຢູ່ລາວ ແມັດຕີ້ ເປັນ “ຜູ້ກຳກັບຮູບເງົາ”

  • ເປັນຫຍັງບ້ານເກີດຂ້ອຍຈຶ່ງບໍ່ຄ່ອຍມີຮູບເງົາ?   

ເຖິງວ່າ ແມັດຕີ້ ຈະໃຊ້ຊີວິດສ່ວນຫຼາຍຢູ່ອາເມລິກາ ແຕ່ນາງກໍມີໂອກາດກັບມາຢ້ຽມຢາມບ້ານເກີດບາງຄັ້ງຄາວ ຈົນມາຮອດປີ 2010 ທີ່ພໍ່ຂອງນາງຍ້າຍກັບມາຢູ່ລາວ ແມັດຕີ້ ຢາກມາຢູ່ກັບພໍ່ໃນໄລຍະພັກລະດູຮ້ອນ ຈຶ່ງພາຄອບຄົວມານໍາ ເມື່ອມາຮອດລາວ ຄຣິສ (Christ) ຜົວຂອງ ແມັດຕີ້ ເຊິ່ງເປັນນັກຂຽນ ແລະຊ່າງພາບຂ່າວກິລາ ຊາວອີຕາລີ ໄດ້ເວົ້າກັບນາງວ່າ “ຮູບເງົາລາວຄືບໍ່ຄ່ອຍມີປານໃດນໍ້” ປະໂຫຍກນີ້ເປັນຊະນວນໃຫ້ ແມັດຕີ້ ແລະ ຄຣິສ ຢາກມີສ່ວນຮ່ວມຊຸກຍູ້ການສ້າງຮູບເງົາຢູ່ລາວ ທັງສອງຈຶ່ງເລີ່ມຄົ້ນຫາກຸ່ມຜູ້ສ້າງຮູບເງົາ ຈົນໄດ້ຮູ້ຈັກກັບ ປະທານ ແລະຮອງປະທານຂອງ ບໍລິສັດ Lao Art Media ແລະນີ້ເອງເປັນຈຸດເລີ່ມຕົ້ນຂອງການເປັນ ຜູ້ກຳກັບຮູບເງົາ ຂອງແມັດຕີ້

  • “ຄວາມຮູ້” ບໍ່ໄດ້ຢູ່ໃນໂຮງຮຽນສະເໝີໄປ

       ໃຜວ່າ ແມັດຕີ້ ຮຽນສ້າງຮູບເງົາມາ? ບໍ່ເລີຍ ນາງບໍ່ໄດ້ຮຽນດ້ານນີ້ມາເລີຍ ອ້າວ!! ແລ້ວເປັນຫຍັງນາງຈຶ່ງເປັນຜູ້ກຳກັບໄດ້? ເພາະບາງເທື່ອຄວາມຮູ້ກໍບໍ່ໄດ້ຢູ່ໃນໂຮງຮຽນສະເໝີໄປເດ້ ແມັດຕີ້ ໄດ້ທັກສະການສ້າງຮູບເງົາຈາກ ການເຮັດວຽກໃນກອງຖ່າຍຮູບເງົາ ເພື່ອສົ່ງຕົນເອງຮຽນເຕັ້ນບັນເລ່ ເຊິ່ງຕອນນັ້ນ ນາງເປັນຊ່າງແຕ່ງໜ້າແລະເຮັດຜົມ ທີ່ຕ້ອງຄອຍເບິ່ງແຍງຄວາມງາມໃຫ້ກັບນັກສະແດງ ເວລາວ່າງຈາກໜ້າທີ່ຫຼັກ ແມັດຕີ້ ກໍຈະຄອຍສັງເກດການເຮັດວຽກ ຕັ້ງຄຳຖາມ ແລະຮຽນຮູ້ຈາກກອງຖ່າຍຕົວຈິງ ຈົນເມື່ອມີໂອກາດກຳກັບຮູບເງົາເອງ ນາງກໍພະຍາຍາມຄົ້ນຄວ້າ ອ່ານປຶ້ມ ແລະຊອກຫາຂໍ້ມູນດ້ວຍຕົນເອງ ໂດຍໄດ້ຮັບການຊຸກຍູ້ຈາກ ຄຣິສ ຜູ້ເປັນຜົວນັ້ນເອງ

  • ຜູ້ກຳກັບ ແມັດຕີ້ ບໍ່ຮູ້ຈັກຄຳວ່າ “ຍາກ”  

ສິ່ງທ້າທາຍຂອງການເປັນຜູ້ກຳກັບຂອງ ແມັດຕີ້ ຄືຊົ່ວໂມງເຮັດວຽກທີ່ຍາວນານ 10-12 ຊົ່ວໂມງຕໍ່ມື້ ການສື່ສານກັບນັກສະແດງກໍສຳຄັນ ເຮັດແນວໃດໃຫ້ເຂົາເຈົ້າ ເຂົ້າໃຈສິ່ງທີ່ເຮົາຕ້ອງການ ສະແດງເປັນທຳມະຊາດ ມຸມກ້ອງກໍຕ້ອງໄດ້ນຳ ສະນັ້ນ ແມັດຕີ້ ຈຶ່ງຕ້ອງເຮັດວຽກບ້ານຢ່າງໜັກ ເມື່ອຮອດຂັ້ນຕອນຕັດຕໍ່ ນາງກໍລົງມືເອງ ໃຊ້ຈິນຕະນາການຕົນເອງ ແລະຕັ້ງໃຈພະຍາຍາມເຮັດໃຫ້ມັນໄດ້ ຕາມທີ່ຄິດໄວ້ ສະນັ້ນ ເມື່ອຜົນງານຮູບເງົາຂອງນາງ ໄດ້ອອກສາຍໃນຕ່າງປະເທດ ແມັດຕີ້ ຈຶ່ງມັກຈະຖືກຖາມຈາກບັນດາຜູ້ສ້າງຮູບເງົາຊາຍ ທີ່ຈົບຈາກໂຮງຮຽນວ່າ “ເຈົ້າຖ່າຍສາກຍາກໆນີ້ໄດ້ແນວໃດ? ມັນຍາກອີ່ຫຼີໃດ” ຄ້າຍໆບໍ່ເຊື່ອວ່າແມ່ຍິງທີ່ບໍ່ໄດ້ຮຽນມາຈະເຮັດໄດ້ ແມັດຕີ້ ໄດ້ແຕ່ຍິ້ມຮັບ ແລະຕອບວ່າ “ແມ່ນໆ ມັນຍາກເນາະ” ແຕ່ນາງບອກທີມງານເຮົາວ່າ ທີ່ເຮັດໄດ້ກໍຍ້ອນ ບໍ່ມີໃຜເຄີຍບອກວ່າມັນ “ຍາກ” ມາກ່ອນວ່າຊັ້ນ 555555

  • ໃຜກໍເປັນຜູ້ກຳກັບຮູບເງົາໄດ້ ຂໍພຽງກ້າລົງມືເຮັດ

ຄວາມສຳເລັດຂອງ ແມັດຕີ້ ບໍ່ແມ່ນເລື່ອງບັງເອີນ ແຕ່ເກີດຈາກຄວາມພະຍາຍາມ ແລະຄວາມເຊື່ອວ່າຕົນເອງເຮັດໄດ້ ນາງຍັງຝາກເຖິງແຟນໆຂວັນໃຈ ທີ່ຢາກລອງເປັນຜູ້ກຳກັບວ່າ ເຖິງຈະຍັງບໍ່ພ້ອມ ຍັງຢ້ານໆຢູ່ກໍຕາມ ໃຫ້ລົງມືເຮັດໂລດ ແລ້ວເຮົາຈະປັບຕົວໄປກັບສະຖານະການເອງ ເຮົາຈະຊອກວິທີການໄປຕໍ່ໄດ້ ຂໍພຽງແຕ່ມີຄວາມພະຍາຍາມ ແລະແມັດຕີ້ເອງ ກໍພ້ອມທີ່ຈະໃຫ້ຄຳແນະນຳ ເພາະນາງຢາກສ້າງທີມງານຄຸນນະພາບໄວ້ຫຼາຍໆວ່າຊັ້ນ

  • ຝາກຜົນງານ

       ນອກຈາກຮູບເງົາເລື່ອງ “ຈັນທະລີ” ແລ້ວ ແມັດຕີ້ ຍັງໄດ້ຮ່ວມສ້າງຮູບເງົາ ແລະສາລະຄະດີນາໆຊາດອີກຫຼາຍເລື່ອງ ຜົນງານຫຼ້າສຸດ ທີ່ກໍາລັງຈະອອກສາຍໃນທ້າຍເດືອນເມສານີ້ ກໍຄືຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ເຊິ່ງເປັນຮູບເງົາແນວຜີໆຕາມເຄີຍ ນໍາສະແດງໂດຍ ຕ໋ອດ ລີນ້າ ສິລະປິນຊື່ດັງ ສາວໆຂວັນໃຈຫ້າມພາດເດັດຂາດ ຖ້າຢາກເບິ່ງຝີມືຂອງ ແມັດຕີີ້ ຜູ້ກຳກັບຍິງຄົນນີ້ ພ້ອມທັງຢາກໃຫ້ຊ່ວຍກັນລຸ້ນອີກວ່າຮູບເງົາ “ນ້ອງຮັກ” ນີ້ ຈະເປັນອີກເລື່ອງທີ່ສາມາດສ້າງຊື່ສຽງໃນລະດັບສາກົນໃຫ້ ຮູບເງົາລາວ ໄດ້ອີກຫຼືບໍ່

       ວາລະສານຂວັນໃຈ ສະບັບເດືອນ ມີນາ 2017  ສະບັບ 116

ຮູບພາບ: Mattie Do

ແບ່ງປັນ