Breaking News

ງາດໍາເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ

ແບ່ງປັນ

ສະບາຍດີສາວໆ ມືນີ້ເຮົາຈະມາເວົ້າເລື່ອງງາດຳ ກັບຄວາມງາມ!!!. ເພາະງາດໍານອກຈາກເປັນອາຫານເພື່ອສຸຂະພາບແລ້ວ ງາດໍາຍັງຈັດເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ່ ເຊິ່ງສູດລັບກໍງ່າຍໆດັ່ງນີ້:

  • ສ່ວນປະສົມ: ງາດໍາຂົ້ວ ແລະ ເຂົ້າໜຽວ ຊະນິດລະ 1 ບ່ວງກາເຟ, ຫົວສີໄຄແຫ້ງ, ຂິງແຫ້ງ ແລະ ຫົວຫອມແຫ້ງ ຊະນິດລະ 1/2 ບ່ວງກາເຟ ເກືອໜ້ອຍໜຶ່ງ ຜ້າແພຝ້າຍສີຂາວ ຂະໜາດກວ້າງ ແລະ ຍາວ 30 ຊັງຕີແມັດ ເຊືອກສໍາລໍາມັດ
  • ວິທີເຮັດ: ເອົາສ່ວນປະສົມທຸກຢ່າງມາປະສົມກັນ ແລ້ວເອົາມາໃສ່ຜ້າຂາວບາງ ເອົາແຈຜ້າຝ້າຍທັງ 4 ມາມັດໃສ່ກັນ ແລ້ວປັ້ນຢາໃຫ້ເປັນກ້ອນ ແລ້ວເອົາເຊືອກມັດໃຫ້ແໜ້ນ (ຕາມຮູບ)
  • ວິທີໃຊ້: ເອົາໜ່ວຍປະຄົບມາຈຸ່່ມນໍ້າທີ່ສະອາດ ຈາກນັ້ນເອົາໄປໜຶ້ງບຶດໜຶ່ງ ແລ້ວເອົາອອກປະໄວ້ໃຫ້ອຸ່ນຈຶ່ງເອົາມາປະຄົບໃບໜ້າ ວິຕາມິນ ແລະ ສານຕ້ານອະນຸມູນອິດສະຫຼະໃນງາດໍາ ຈະຊຶມເຂົ້າໄປບໍາລຸງຜິວໜັງເຮົາໃຫ້ຊຸ່ມ ແລະ ຂາວໃສ
    ແຕ່ມີຂໍ້ຄວນລະວັງຄື ຄວນກວດກາເບິ່ງງຄວາມຮ້ອນຂອງໜ່ວຍປະຄົບບໍ່ໃຫ້ຮ້ອນເກີນໄປ

ແບ່ງປັນ