Breaking News

ເຊຍລາວສຸດໃຈ! ມາຮ່ວມເຊຍ ຟ້າໃສ ຈິນນາລີ ໃນຮອບປະກວດຊຸດປະຈຳຊາດ Miss Grand International 2017!!!

ແບ່ງປັນ

ມາຮ່ວມເຊຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາ ຕົວແທນສາວງາມໃນການໄປປະກວດໃນລະດັບເວທີສາກົນ  Miss Grand International 2017  ທີ່ປະເທດ ຫວຽດນາມ ໃນຮອບປະກວດຊຸດປະຈຳຊາດ ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດທີ່ໄດ້ແຮງບັນດານໃຈມາຈາກພຣະທາດຫຼວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງໜຶ່ງຂອງປະເທດລາວ ແລະ ຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ. ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫຼວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫຼວງມາເຮັດໃຫ້ເກີດລູກຫຼິ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ, ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສີນລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເໜີ ແລະ ເຜີຍແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ.

ສຳລັບ ໃນຮອບປະກວດຊຸດປະຈຳຊາດ Miss Grand International 2017 ຈະຈັດຂຶ້ນໃນວັນທີ 12 ຕຸລາ 2017 ໃນເວລາ 20:00-21:30  ແຟນໆສາມາດຕິດຕາມເປັນກຳລັງໃຈໃຫ້ສາວງາມຈາກ ປະເທດລາວເຮົາໄດ້ທີ່ທາງ MissGrandInternational,  ຫຼື ສາມາດຕິດຕາມຄວາມເຄື່ອນໄຫວຕ່າງໆຂອງການປະກວດທາງເພສ Kuanjai Magazine ເຮົາໄດ້ເລີຍ!!! #ແຊຣໄປເປັນກຳລັງໃຈໃຫ້ນາງງາມຈາກລາວ

ທີ່ມາ: MISS GRAND LAOS ມີສແກຣນລາວ

ແບ່ງປັນ