Breaking News

3 ສາວຈີນເຮັດສັນຍະກຳຈົນໜ້າປ່ຽນ ບໍ່ຄືກັບຮູບໃນພາສປອດ ຈົນຖືກສັ່ງຫ້າມບໍ່ໃຫ້ອອກ ສ.ເກົາຫລີ!!! (ແບບນີ້ກໍມີຫວາ)

ແບ່ງປັນ

ເວັບໄຊ້ຂ່າວອອນລາຍໃນ ຮ່ອງກົງ ໄດ້ລາຍງານຂ່າວທີ່ພາໃຫ້ຕະລຶງໄປຕາມໆກັນ ເປັນເລື່ອງລາວຂອງສາວຊາວຈີນ 3 ຄົນ ທີ່ຖືກຕຳຫຼວດກວດຄົນເຂົ້າເມືອງທີ່ເດີ່ນບິນນານາຊາດ ຄິມໂພ ທາງທິດຕາເວັນຕົກຂອງກຣຸງໂຊ ໃນ ສ.ເກົາຫລີ (ເກົາຫລີໄຕ້) ຫ້າມບໍ່ໃຫ້ອອກປະເທດ, 3 ສາວຊາວຈີນໄດ້ໃຊ້ຊ່ວງເວລາພັກຍາວ 8 ມື້ ເນື່ອງຈາກເປັນວັນຊາດຂອງ ສປ ຈີນ ເດີນທາງຈາກບ້ານເກີດເດີນທາງມາຜ່າຕັດສັນຍະກຳ ຍົກເຄື່ອງໝົດທົ່ວທັງໜ້າ ທີ່ເກົາຫລີໄຕ້ ເຮັດໃຫ້ໜ້າໃໝ່ມີຄວາມແຕກຕ່າງເກົ່າຫຼາຍ ບໍ່ຄືກັບຮູບທີ່ຖ່າຍໃນປື້ມພາສປອດ ໂດຍໜ້າຂອງທັງ 3 ສາວຢູ່ໃນຊ່ວງທີ່ຕ້ອງພັກຟື້ນຫຼັງການຜ່າຕັດ ຍັງມີອາການບວມແລະມີຜ້າພັນບາດພັນອ້ອມໜ້າ ເຮັດໃຫ້ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງສະໜາມບິນກັກຕົວເພື່ອສອບປາກຄຳ ເພື່ອຍືນຍັນເອກະລັກບຸກຄົນ.

ຮູບດັ່ງກ່າວ ໄດ້ມີຄົນຖ່າຍໄວ້ໄດ້ ແລະ ໄດ້ນຳມາໂພສທີ່ສື່ອອນລາຍຂອງຈີນ ເຮັດໃຫ້ຮູບພາບດັ່ງກ່າວເປັນທີ່ສົນໃຈຂອງຜູ້ຄົນ ມີຄົນທີ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼວງຫຼາຍກວ່າ 30,000 ຄອມເມັ້ນ, ກົດໄລ້ກວ່າ 50,000 ໄລ້ ແລະ ຖືກແຊຣໄປກວ່າ 23,000 ພາຍໃນເວລາບໍ່ພຽງເທົ່າໃດມື້, ຫຼາຍຄົນກໍໄດ້ສະແດງຄວາມຄິດເຫັນວ່າກໍເຂົ້າໃຈເຈົ້າໜ້າທີ່ກວດຄົນເຂົ້າເມືອງທີ່ຕ້ອງເຮັດໜ້າທີ່ຢ່າງເຄັ່ງຄັດ ເພາະເບິ່ງແລ້ວວ່າໜ້າຂອງທັງ 3 ສາວກໍປ່ຽນໄປຫຼາຍຈົນບໍ່ມີລັກສະນະເດີມເຫຼືອເລີຍ.

ເຖິງແນວໃດກໍຕາມຍັງບໍ່ມີລາຍງານວ່າທັງ 3 ສາວໄດ້ຮັບອະນຸຍາດໃຫ້ອອກ ປະເທດ ສ.ເກົາຫລີ ແລ້ວຫຼືບໍ່…

ທີ່ມາ: https://mgronline.com/china/detail/9600000103718

 

ແບ່ງປັນ