Breaking News

Entertainment Lao

ສະແດງຄວາມຍິນດີນໍາ!!! Jojo Miracle  ຮັບລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ ໃນງານ ນາໆຊາດ Maha naga Award 2019 ທີ່ປະເທດໄທ…

ນາທີນີ້ ປະຕິເສດບໍ່ໄດ້ເລີຍວ່າບໍ່ມີໃຜຊິບໍ່ຮູ້ຈັກໜຸ່ມຄົນນີ້ ສໍາລັບ ນັກຮ້ອງໜຸ່ມ Jojo Miracle   ເຊິ່ງໃນຄໍ່າຄືນທີ່ຜ່ານວ່າ  ໄດ້ເຜີຍ ເລື່ອງລາວດີໆ ຜ່ານ Face book  ສ່ວນຕົວ ເຊິ່ງໄດ້ຮັບລາງວັນ Maha naga Award 2019 ທີ່ບາງກອກ ປະເທດໄທ ໃນວັນທີ 20 ພະຈິກ2019 ທີ່ຜ່ານມາ.   ໜຸ່ມ Jojo Miracle ໄດ້ໂພສວ່າ: ງານສະເດັດປະທານລາງວັນນາໆຊາດ Maha naga Awards 2019 ລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ ອີກຫນຶ່ງຄວາມພູມໃຈ ວັນທີ 23 ພະຈິກ 2019 ທີ່ຜ່ານມາໂຈໂຈ້ໄດ້ມີໂອກາດໄປຮັບລາງວັນ ແລະ ໃບປະກາດກຽດຕິຄຸນ ໃນງານ “ສະເດັດປະທານລາງວັນກຽດຕິຄຸນນານາຊາດ”​ ອັນຊົງກຽດນີ້ ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນຫນຶ່ງ ທີ່ເພີ່ນໄດ້ເລືອກໂຈໂຈ້ເປັນຫນຶ່ງຄົນໃນວົງການບັນເທິງເພງລາວ ເປັນຕົ້ນແບບຂອງສິນລະປິນນັກຮ້ອງດີເດັ່ນ ເຊິ່ງງານນີ້ເອງເພີ່ນກໍ່ໄດ້ລວມເອົາສິນລະປິນຫລາຍໆປະເທດເຂົ້າຮ່ວມ ແລະ …

Read More »

ສາວໆອົກຮັກເປັນແຖວ!!! ເທີ ຢູນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັ່ງ ຂຶ້ນສະຖານະແຕ່ງງານແລ້ວ…

ຖືວ່າເປັນ Net Idol ອີກຄົນໜຶ່ງທີ່ມີຍອດຄົນຕິດຕາມຫຼາຍພໍສົມຄວນ ສໍາລັບ ເທີ ຢູນາ ເຈົ້າພໍ່ຜູ້ໄທ ເຈົ້າຂອງເພຈດັງ Una Studio ທີ່ມີຍອດຄົນຕິດຕາມຫຼາຍ ຫຼັກລ້ານ ຕະຫຼອດໄລຍະເວທີ່ຢູ່ໃນວົງການ ລຸງເທີຜູ້ນີ້ກໍໄດ້ສ້າງສຽງຫົວ, ສາລະ ແລະ ຂໍ້ຄິດຫຼາຍໆຢ່າງໃຫ້ຄົນລາວເຮົາຫຼາຍພໍສົມຄວນ ຈົນໄດ້ຮັບສາຍາວ່າ ລຸງ ເທີ ເຈົ້າພໍ່ຜູ້ໄທແຫ່ງ ສປປ ລາວ ແລະ ເປັນ Net Idol ຊື່ດັ່ງ ອີກຄົນໜຶ່ງ… ໂດຍ ເທີ ຢູນາ ໄດ້ເລີ່ມໂດ່ງດັງໃນວົງການດ້ວຍການເຮັດຄຣິບ VDO ພາກສຽງຕະຫຼົກ ແລະ ແຝງໄປດ້ວຍຄວາມຈິງຂອງສັງຄົມລາວເຮົາ ເຮັດໃຫ້ໄດ້ຮັບຄວາ່ມສົນໃຈຈາກຊາວເນັດ ແລະ ໂດ່ງດັງໃນເວລາຕໍ່ມາ!!! ຈົນປັດຈຸບັນມີຍອດຄົນຕິດຕາມຫຼາຍກວ່າ ລ້ານຄົນ… ແຕ່ເມື່ອບໍ່ດົນມານີ້ ເທີ ຢູນາ ກໍສ້າງຄວາມສົນໃຈໃຫ້ຊາວເນັດອີກ ເມື່ອຂຶ້ນສະຖານະວ່າ “ແຕ່ງງານແລ້ວ” ກັບສາວຄົນຮູ້ໃຈ ທີ່ຄົບຫາກັນມາໄດ້ໄລຍະໜຶ່ງແລ້ວ ເຮັດໃຫ້ມີແຟນຄຣັບເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ພ້ອມທັງເຮັດໃຫ້ສາວຫຼາຍຄົນຕ້ອງອົກຮັກໄປຕາມໆກັນ!!! …

Read More »

ຂໍສະແດງຄວາມຍິນດີນຳ!!! ສາວ “ປ່າກູ່ລີ ເຍຍຈາ” ໝາຍເລກ M 10 ສາວງາມ ຈາກແຂວງ ໄຊສົມບູນ ທີ່ຄວ້າມົງກຸດຈາກເວທີການປະກວດ Miss Hmong Laos 2020 ໄປຄອງ…

ເປັນອີກໜຶ່ງເວທີ ທີ່ຫຼາຍໆຄົນລຸ້ນໄປຕາມໆກັນເລີຍ!! ສໍາລັບ ເວທີການປະກວດ Miss Hmong Laos 2020  ເຊິ່ງ ຈັດປະກວດຂຶ້ນທີ່ຄ້າຍຊໍາເກດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄໍ່າຄືນ ວັນທີ 03 ມັງກອນ 2020 ທີ່ຜ່ານມາ ໃນທີ່ສຸດ ໝາຍເລກ M 10  ສາວ “ປ່າກູ່ລີ ເຍຍຈາ”  ກໍຄວ້າມົງໄປຄອງ… ທາງຂວັນໃຈຂອງພວກເຮົາກໍຂໍສະແດງຄວາມຍິນດີນໍາສາວງາມຈາກແຂວງ ໄຊສົມບູນເດີ້ ທີ່ຄົ້ນມົງໄປຄອງ

Read More »

ແຟນຄຣັບຟີນນນ!!! ເມື່ອ kim heechul Super Junior ແລະ Momo Twice  ອອກມາເປີດຕົວແລ້ວວ່າ ກໍາລັງຄົບຫາກັນຢູ່…

ສະແດງຄວາມຍິນດີນໍາ!!! ກັບຄູ່ຮັກຄູ່ໃໝ່ຂອງວົງການບັນເທິງເກົາຫລີ kim heechul Super Junior ແລະ Momo Twice  ຄູ່ທໍາອິດຂອງປີ 2020… ວ້າວໆໆໆໆ ເປັນເລື່ອງໜ້າຍິນດີຫຼາຍ ເມື່ອຕົ້ນ​ສັງ​ກັດອອກມາ​ຍືນຍັນກ່ຽວກັບຂ່າວຂອງ kim heechul Super Junior ແລະ Momo Twice ວ່າທັງສອງໄດ້ເປີດຕົວຄົບຫາດູໃຈກັນຢູ່… ເຊິ່ງຕາມການລາຍງານຂອງສໍານັກຂ່າວ Market News  ໄດ້ມີການຍືນຍັນຢ່າງເປັນທາງການແລ້ວວ່າ ໄອດອລໜຸ່ມ​  ຄິມຮີຊອ​ລ ວົງ Super Junior ແລະ ໄອດອລສາວ ໂມໂມະ ວົງ Twice ກຳລັງຄົບຫາດູໃຈກັນຢູ່ ແລະ ເບື້ອງຕົ້ນທັງສອງໄດ້ຮູ້ຈັກກັນຫຼັງຈາກທີ່ໄດ້ອອກລາຍການວາໄລຕີ້ນໍາກັນ ເມື່ອຊ່ວງປີ 2017 ທີ່ຜ່ານມາ. ຫຼ້າສຸດໃນຊ່ວງຕອນເຊົ້າຂອງວັນທີ 2 ມັງກອນ 2020 ຕົ້ນສັງກັດຂອງ kim heechul Label …

Read More »

ຜູ້ງາມກະດໍ້ສາວມົ້ງກະໂປງລາຍ!!! ພາສ່ອງ… ບັນດາສາວມົ້ງໃນງານ ປະເພນີບຸນກິນຈຽງ.

ສະບາຍດີມື້ທໍາອິດຂອງການເຮັດວຽກປະຈໍາປີ 2020 ເດີ້ແຟນເພຈ ຂວັນໃຈ ທຸກຄົນ!!! ຂໍໃຫ້ເປັນປີເຮັງ, ປີທອງຂອງທຸກໆຄົນ… ປີໃໝ່ແລ້ວ ແຕ່ແອັດມິ້ນກໍຍັງເປັນຄົນເກົ່າຄົນເດີມ ທີ່ຍັງຈະຄອຍເພີ່ມເຕິມຄວາມບັນເທີງ ແລະ ສາລະໜ້າຮູ້ຕ່າງໆໃຫ້ກັບສາວໆໃຫ້ຫຼາຍຂຶ້ນກວ່າເກົ່າ. ແລະ ເພື່ອເປັນການຕ້ອນຮັບປີໃໝ່ສາກົນທີ່ຫາກໍຜ່ານມາໃໝ່ໆມາດໆນີ້ ມື້ນີ້ເລີຍຈະມາເອົາໃຈໜຸ່ມໆເປັນພິເສດ ໂດຍການພາໄປສ່ອງບັນດາສາວມົ້ງກະໂປງລາຍ ໃນງານປະເພນີຂອງຊົນເຜົ່າມົ້ງ ຫຼື “ບຸນກິນຈຽງ” ທີ່ໄລຍະນີ້ກໍາລັງຄຶກຄື້ນກັນຢູ່!!! ເຊິ່ງວ່າບັນຍາກາດຈະເປັນແນວໃດ? ສາວໆເຜົ່າມົ້ງເຮົາຈະງາມຂະໜາດໃດນັ້ນ ນໍາມາເບິ່ງພ້ອມກັນເລີຍ… ຂໍອະນຸຍາດເຈົ້າຂອງຮູບ

Read More »