Breaking News

ສະແດງຄວາມຍິນດີນໍາ!!! Jojo Miracle  ຮັບລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ ໃນງານ ນາໆຊາດ Maha naga Award 2019 ທີ່ປະເທດໄທ…

ແບ່ງປັນ

ນາທີນີ້ ປະຕິເສດບໍ່ໄດ້ເລີຍວ່າບໍ່ມີໃຜຊິບໍ່ຮູ້ຈັກໜຸ່ມຄົນນີ້ ສໍາລັບ ນັກຮ້ອງໜຸ່ມ Jojo Miracle   ເຊິ່ງໃນຄໍ່າຄືນທີ່ຜ່ານວ່າ  ໄດ້ເຜີຍ ເລື່ອງລາວດີໆ ຜ່ານ Face book  ສ່ວນຕົວ ເຊິ່ງໄດ້ຮັບລາງວັນ Maha naga Award 2019 ທີ່ບາງກອກ ປະເທດໄທ ໃນວັນທີ 20 ພະຈິກ2019 ທີ່ຜ່ານມາ.   ໜຸ່ມ Jojo Miracle ໄດ້ໂພສວ່າ:

ງານສະເດັດປະທານລາງວັນນາໆຊາດ Maha naga Awards 2019

ລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ

ອີກຫນຶ່ງຄວາມພູມໃຈ ວັນທີ 23 ພະຈິກ 2019 ທີ່ຜ່ານມາໂຈໂຈ້ໄດ້ມີໂອກາດໄປຮັບລາງວັນ ແລະ ໃບປະກາດກຽດຕິຄຸນ ໃນງານ “ສະເດັດປະທານລາງວັນກຽດຕິຄຸນນານາຊາດ”​ ອັນຊົງກຽດນີ້ ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນຫນຶ່ງ ທີ່ເພີ່ນໄດ້ເລືອກໂຈໂຈ້ເປັນຫນຶ່ງຄົນໃນວົງການບັນເທິງເພງລາວ ເປັນຕົ້ນແບບຂອງສິນລະປິນນັກຮ້ອງດີເດັ່ນ ເຊິ່ງງານນີ້ເອງເພີ່ນກໍ່ໄດ້ລວມເອົາສິນລະປິນຫລາຍໆປະເທດເຂົ້າຮ່ວມ ແລະ ຫນຶ່ງໃນນັ້ນກໍ່ແມ່ນປະເທດລາວ ໂຈໂຈ້ກໍ່ຖືໂອກາດນີ້ຂອບໃຈສຳລັບລາງວັນ ແລະ ຂອບໃຈງານນີ້ທີ່ໃຫ້ໂອກາດໂຈໂຈ້ໄດ້ຮັບລາງວັນອັນຊົງກຽດນີ້,​ ແລະ ຂອບໃຈທຸກຄົນທີ່ຕິດຕາມໃນຜົນງານຂອງໂຈໂຈ້ ຕໍ່ໄປຫວັງວ່າໂຈໂຈ້ກໍ່ຈະຜະລິດຜົນງານຕ່າງໆໃຫ້ທຸກຄົນໄດ້ເບິ່ງເລື້ອຍໆ ແລະ ມີຜົນງານທີ່ມີຄຸນະພາບໃຫ້ທຸກຄົນໄດ້ຕິດຕາມເຕັມທີ່ ??

ແນວໃດ ທາງຂວັນໃຈກໍຂໍສະແດງຄວາມຍິນດີກັບ ໝຸ່ມ Jojo Miracle ເດີ້!!!!!

 

ຂໍ້ມູນ ແລະ ຮູບພາບ:  Jojo Miracle

ແບ່ງປັນ