Breaking News

ແຟນຄຣັບຟີນນນ!!! ເມື່ອ kim heechul Super Junior ແລະ Momo Twice  ອອກມາເປີດຕົວແລ້ວວ່າ ກໍາລັງຄົບຫາກັນຢູ່…

ແບ່ງປັນ

ສະແດງຄວາມຍິນດີນໍາ!!! ກັບຄູ່ຮັກຄູ່ໃໝ່ຂອງວົງການບັນເທິງເກົາຫລີ kim heechul Super Junior ແລະ Momo Twice  ຄູ່ທໍາອິດຂອງປີ 2020…

ວ້າວໆໆໆໆ ເປັນເລື່ອງໜ້າຍິນດີຫຼາຍ ເມື່ອຕົ້ນ​ສັງ​ກັດອອກມາ​ຍືນຍັນກ່ຽວກັບຂ່າວຂອງ kim heechul Super Junior ແລະ Momo Twice ວ່າທັງສອງໄດ້ເປີດຕົວຄົບຫາດູໃຈກັນຢູ່… ເຊິ່ງຕາມການລາຍງານຂອງສໍານັກຂ່າວ Market News  ໄດ້ມີການຍືນຍັນຢ່າງເປັນທາງການແລ້ວວ່າ ໄອດອລໜຸ່ມ​  ຄິມຮີຊອ​ລ ວົງ Super Junior ແລະ ໄອດອລສາວ ໂມໂມະ ວົງ Twice ກຳລັງຄົບຫາດູໃຈກັນຢູ່ ແລະ ເບື້ອງຕົ້ນທັງສອງໄດ້ຮູ້ຈັກກັນຫຼັງຈາກທີ່ໄດ້ອອກລາຍການວາໄລຕີ້ນໍາກັນ ເມື່ອຊ່ວງປີ 2017 ທີ່ຜ່ານມາ.

ຫຼ້າສຸດໃນຊ່ວງຕອນເຊົ້າຂອງວັນທີ 2 ມັງກອນ 2020 ຕົ້ນສັງກັດຂອງ kim heechul Label SJ ແລະ ຕົ້ນສັງກັດຂອງ Momo JYP Entertainment ໄດ້ອອກມາຍືນຍັນຜ່ານສໍານັກຂ່າວ  EDaily ວ່າ ຫຼັງຈາກທີ່ທັງສອງມີຄວາມສໍາພັນກັນໃນຖານະລຸ້ນອ້າຍລຸ້ນນ້ອງ ກໍໄດ້ພັດທະນາຄວາມສໍາພັນ ແລະ ເລີ່ມຄົບຫາດູໃຈກັນ.

Label SJ ໄດ້ເຜີຍວ່າ kim heechul ແລະ Momo ເປັນລຸ້ນອ້າຍລຸ້ນນ້ອງຄົນດັງທີ່ມີຄວາມສະນິດສະໜົມກັນ ແຕ່ເມື່ອບໍ່ດົນມານີ້ ທັງສອງກໍເລີ່ມພົບກັນດ້ວຍຄວາມຮູ້ສຶກທີ່ດີ

ສ່ວນດ້ານ JYP ກໍໄດ້ເຜີຍວ່າ ຫຼັງຈາກທີ່ກວດສອບ ເຮົາໄດ້ຮັບການຍືນຍັນວ່າທັງສອງເລີ່ມຕົ້ນຄວາມສໍາພັນໃນຖານະລຸ້ນອ້າຍລຸ້ນນ້ອງທີ່ສະນິດກັນ ແລະ ພວກເຂົາໄດ້ພັດທະນາຄວາມຮູ້ຮູ້ສຶກທີ່ດີຕໍ່ກັນ ແລະ ກໍາລັງຄົບຫາດູໃຈກັນຢູ່

ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີກັບໄອດອລຄູ່ຮັກຄູ່ທໍາອິດຂອງປີ2020 kim heechul Super Junior  ແລະ Momo Twice ນໍາຫຼາຍໆເດີ້!!!

ແບ່ງປັນ