Breaking News

ສາວໆອົກຮັກເປັນແຖວ!!! ເທີ ຢູນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັ່ງ ຂຶ້ນສະຖານະແຕ່ງງານແລ້ວ…

ແບ່ງປັນ

ຖືວ່າເປັນ Net Idol ອີກຄົນໜຶ່ງທີ່ມີຍອດຄົນຕິດຕາມຫຼາຍພໍສົມຄວນ ສໍາລັບ ເທີ ຢູນາ ເຈົ້າພໍ່ຜູ້ໄທ ເຈົ້າຂອງເພຈດັງ Una Studio ທີ່ມີຍອດຄົນຕິດຕາມຫຼາຍ ຫຼັກລ້ານ ຕະຫຼອດໄລຍະເວທີ່ຢູ່ໃນວົງການ ລຸງເທີຜູ້ນີ້ກໍໄດ້ສ້າງສຽງຫົວ, ສາລະ ແລະ ຂໍ້ຄິດຫຼາຍໆຢ່າງໃຫ້ຄົນລາວເຮົາຫຼາຍພໍສົມຄວນ ຈົນໄດ້ຮັບສາຍາວ່າ ລຸງ ເທີ ເຈົ້າພໍ່ຜູ້ໄທແຫ່ງ ສປປ ລາວ ແລະ ເປັນ Net Idol ຊື່ດັ່ງ ອີກຄົນໜຶ່ງ… ໂດຍ ເທີ ຢູນາ ໄດ້ເລີ່ມໂດ່ງດັງໃນວົງການດ້ວຍການເຮັດຄຣິບ VDO ພາກສຽງຕະຫຼົກ ແລະ ແຝງໄປດ້ວຍຄວາມຈິງຂອງສັງຄົມລາວເຮົາ ເຮັດໃຫ້ໄດ້ຮັບຄວາ່ມສົນໃຈຈາກຊາວເນັດ ແລະ ໂດ່ງດັງໃນເວລາຕໍ່ມາ!!! ຈົນປັດຈຸບັນມີຍອດຄົນຕິດຕາມຫຼາຍກວ່າ ລ້ານຄົນ… ແຕ່ເມື່ອບໍ່ດົນມານີ້ ເທີ ຢູນາ ກໍສ້າງຄວາມສົນໃຈໃຫ້ຊາວເນັດອີກ ເມື່ອຂຶ້ນສະຖານະວ່າ “ແຕ່ງງານແລ້ວ” ກັບສາວຄົນຮູ້ໃຈ ທີ່ຄົບຫາກັນມາໄດ້ໄລຍະໜຶ່ງແລ້ວ ເຮັດໃຫ້ມີແຟນຄຣັບເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ພ້ອມທັງເຮັດໃຫ້ສາວຫຼາຍຄົນຕ້ອງອົກຮັກໄປຕາມໆກັນ!!! ແຕ່ຄວາມຈິງ ແລະ ລາຍລະອຽດເລື່ອງການແຕ່ງງານຂອງ ເທີ ຢູນາ ນັ້ນ ແມ່ນຄົງຕ້ອງຕິດຕາມຕອນຕໍ່ໄປວ່າຈະເປັນແນວໃດ? ຈະມີການຈັດງານແນວໃດ? ແຕ່ເຖິງວ່າຈະອອກມາແນວໃດ ແອັດມິ້ນກໍຂໍສະແດງຄວາມດີໃຈນໍາທັງສອງຫຼາຍໆເດີ້!!!

     

ຂອບໃຈຮູບປະກອບ: Ther Una

ແບ່ງປັນ