Breaking News

ສາວໆຄວນອ່ານ!!! 13 ຂໍ້ຄິດທີ່ຄົນອາຍຸ 40 ຂຶ້ນໄປຄວນຮູ້…

ແບ່ງປັນ

ສໍາລັບຜູ້ຍິງຄົນໃດທີ່ໃກ້ຈະຮອດ 40 ປີ ຫຼືຮອດອາຍຸ 40 ປີຂຶ້ນໄປແລ້ວ ແຕ່ຍັງບໍ່ຮູ້ວ່າເຮົາຕ້ອງມີແບບແຜນຂໍ້ຄິດໃນການໃຊ້ຊີວິດໃນຊ່ວງນີ້ຈົນເຖິງບັ້ນທ້າຍຂອງຊີວິດແນວໃດ  ມື້ນີ້ທາງຂັວນໃຈມີຂໍ້ຄິດດີໆມາແນະນໍາ!!!

1. ໃນໂລກແຫ່ງຄວາມຮັກ ບໍ່ມີໃຜຜິດຕໍ່ໃຜ ມີພຽງໃຜບາງຄົນທີ່ບໍ່ຮູ້ຈັກຮັກໃຜບາງຄົນ

2. ເມື່ອປະສົບຜົນສໍາເລັດໃນໜ້າທີ່ການງານ ກໍຕ້ອງຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດເວລາ

3. ເພື່ອນທີ່ດີ ຕ້ອງຊື່ນຊົມກັນ ແລະ ກັນ ບໍ່ແມ່ນເຫັນແກ່ຜົນປະໂຫຍດເທົ່ານັ້ນ

4. ກິນເຂົ້າ ຕ້ອງກິນເທື່ອລະຄໍາ ວຽກຕ້ອງເຮັດເທື່ອລະຢ່າງ ບໍ່ມີສິ່ງໃດທີ່ເຮົາສາມາດເຮັດປຸບ ສໍາເລັດປັບ ທຸກຢ່າງລ້ວນແຕ່ມີຂັ້ນຕອນ ຢ່າເອົາແຕ່ເລັ່ງດ່ວນ ຄວນຢູ່ຢ່າງສະບາຍ

5. ພຽງແຕ່ສະບາຍ ສະບາຍ ຍັງບໍ່ພໍ ໃນເວລາທີ່ຄວນ ກໍນ່າຈະເສີມສ້າງຕົວເອງແດ່ ເຮັດໃຫ້ມື້ທໍາມະດາ ກາຍສົດໃສຂຶ້ນມາທັນທີ

6. ທຸກສິ່ງທຸກຢ່າງລ້ວນແຕ່ມີສອງດ້ານ ບໍ່ມີຜິດ ຫຼືຖືກ ແຕ່ຜູ້ອື່ນອາດເຫັນວ່າຖືກ ແລະ ສິ່ງທີ່ເຈົ້າພະຍາຍາມຂົນຂວາຍຕໍ່ສູ້ເພື່ອໄດ້ມາ ອາດຈະເປັນສິ່ງທີ່ຄົນອື່ນ ກໍາລັງພະຍາຍາມຖິ້ມໄປ

7. ຄຸນະພາບຊີວິດຈະດີ ຫຼືບໍ່ດີ ຢູ່ທີ່ໃຈຂອງເຈົ້າຕັດສິນເອງ

8. ຄວາມເຫີນຫ່າງຂອງພີ່ນ້ອງໃນສາຍເລືອດເປັນຄວາມເຈັບປວດທາງໃຈ ເປັນຢ່າງຍິ່ງ  ບໍ່ສົນໃຈເປັນບາງເວລາ ໃຫ້ອະໄພກັນ ອົດທົນກັນ ຈະເຮັດໃຫ້ເຮົາໃຈກວ້າງຂຶ້ນ ຈິດໃຈສະຫງົບລົງ ອົບອຸ່ນຂຶ້ນ

9. ກະຕັນຍູຕໍ່ພໍ່ແມ່ ເບິ່ງແຍງເພິ່ນເມື່ອຍາມເຖົ້າແກ່

10. ຖ້າວ່າມີໃຜບາງຄົນຢູ່ຂ້າງໆ ແລະ ເຂົ້າໃຈເຈົ້າ ກໍຍິ່ງເປັນການດີ ແຕ່ຖ້າບໍ່ມີໃຜຮູ້ຈັກ ເຂົ້າໃຈເຈົ້າ  ເຈົ້າກໍຕ້ອງຮູ້ຈັກ ແລະ ເຂົ້າໃຈຕົວເອງເອົາສາ

11.  ຕໍາແໜ່ງ ແລະ ກຽດຕິຍົດ ເປັນພຽງໃບເບີກທາງອັນໜື່ງເທົ່ານັ້ນ ແຕ່ນິໄສ ແລະ ການອົບຮົມບົ່ມສອນ ເປັນສິ່ງທີ່ຢູ່ໃນແກ້ວອັນປະເສີດທີ່ແທ້ຈິງຂອງເຈົ້າ 

12.  ຄວນຫາເວລານັ່ງຢູ່ຄົນດຽວແລ້ວຫຼັບຕາ ຄິດຮອດຕອນທີ່ເຈົ້າຍັງເປັນເດັກນ້ອຍ ເປັນໄວໜຸ່ມ ໄວ ເຮັດວຽກ ແລະ ຕອນອາຍຸ 40 ທີ່ເປັນຢູ່ທຸກມື້ນີ້ ແລ້ວເຈົ້າຈະເຂົ້າໃຈຊີວິດໃນໄວ 40 ປີຂຶ້ນໄປຢ່າງບໍ່ມີຂໍ້ກັງວົນເລີຍ ເພາະກວ່າທີ່ເຈົ້າຈະມາຮອດໄວນີ້ ເຈົ້າໄດ້ຜ່ານຫຼາຍສິ່ງຫຼາຍຢ່າງມາແລ້ວ

13. ຫາກເຈົ້າອາຍຸ 40 ປີຂຶ້ນໄປ ຊີວິດຂອງເຈົ້າ ຄວນຈະສະຫງົບ ຮຽບງ່າຍ ສະບາຍ ສະບາຍ ມີຄວາມສຸກໄດ້ແລ້ວ

ສໍາລັບຜູ້ຍິງທີ່ມີອາຍຸ 40 ປີຂຶ້ນໄປ ຂໍໃຫ້ເບິ່ງແຍງສຸຂະພາບຂອງຕົນເອງໃຫ້ດີ ທຸກສິ່ງໃນໂລກນີ້ ລ້ວນແລ້ວແຕ່ເປັນຂອງເຈົ້າ ແຕ່ຮ່າງກາຍນີ້ບໍ່ແມ່ນຂອງເຈົ້າ ເຂົາພຽງແຕ່ໃຫ້ເຈົ້າຢືມໃຊ້ເທົ່ານັ້ນເອງ

 

ແບ່ງປັນ