Breaking News

ຄອບຄົວຄືທີ່ໜຶ່ງ!!! ເຈົ້າຊາຍແຮຣີ່-ດັດເຊສເມແກນ ປະກາດຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ເພື່ອໃຫ້ຄອບຄົວໄດ້ເລີ່ມຕົ້ນບົດບາດໃໝ່ໃນຊີວິດທີ່ອິດສະຫຼະຂຶ້ນ…

ແບ່ງປັນ

“ເຈົ້າຊາຍແຮຣີ່” ຖືເປັນໜຸ່ມຮ໊ອດທີ່ເຮັດໃຫ້ສາວໆເຊົາກຣີດບໍ່ໄດ້ເລີຍ ເພາະພະອົງນັ້ນເປັນຜູ້ທີ່ພຽບພ້ອມໄປດ້ວຍຄວາມຫລໍ່, ຖານະ ແລະ ນິໄສ… ແລະເຖິງວ່າພະອົງຈະໄດ້ແຕ່ງງານມີຄອບໄປແລ້ວ ກັບ ເມແກນ ແລະ ເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ!!! ຈົນເຮັດໃຫ້ສາວໆຫຼາຍຄົນຕ້ອງອິດສາ ເມແກນ ໜັກແຮງ ເຊິ່ງບໍ່ແມ່ນການທີ່ນາງໄດ້ແຕ່ງງານກັບເຈົ້າຊາຍ ແຫ່ງຣາຊະວົງຊັ້ນສູງຂອງອັງກິດເທົ່ານັ້ນ ແຕ່ນາງຄືຜູ້ໂຊກທີ່ ໄດ້ແຕ່ງງານກັບຜູ້ຊາຍທີ່ຮັກຄອບຄົວອັນເປັນທີ່ສຸດ, ສໍາລັບເຈົ້າຊາຍແຮຣີ່ແລ້ວ ຄອບຄົວຄືທີ່ໜຶ່ງ, ທຸກຢ່າງທີ່ທ່ານເຮັດແມ່ນເພື່ອຄອບຄົວ… ເພາະເມື່ອບໍ່ດົນມານີ້ ເຈົ້າຊາຍແຮຣີ່, ເມແກນ ດະຢຸກ ແລະ ດັດເຊສ ແຫ່ງຊັດເຊັກສ໌ ໄດ້ອອກມາຖະແຫຼງການວ່າ ໄດ້ຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ແຕ່ຍັງຄົງເຮັດໜ້າທີ່ສະໜັບສະໜູນ ສົມເດັດພຣະຣາຊິນີຢ່າງເຕັມທີ່…

ໂດຍພະອົງໄດ້ໂພສຂໍ້ຄວາມຜ່ານ IG: sussexroyal ວ່າ ຫຼັງຈາກທີ່ໄດ້ປຶກສາຫາລືເປັນການພາຍໃນມາຫຼາຍເດືອນ ພະອົງໄດ້ຕັດສິນໃຈເລືອກບົດບາດໃໝ່ ໂດຍຕັ້ງໃຈຖອຍອອກຈາກການເປັນສະມາຊິກຣາຊະວົງຊັ້ນສູງ ແລະ ເຮັດວຽກອິດສະຫຼະທາງການເງິນ ໂດຍຍັງຄົງສະໜັບສະໜູນພຣະຣາຊິນີຢ່າງເຕັມທີ່ ແລະ ດ້ວຍກໍາລັງໃຈສະໜັບສະໜູນມາຫຼາຍປີເຮັດໃຫ້ພຣະອົງຍິນດີທີ່ຈະປ່ຽນແປງຕົວເອງໃນປີນີ້. ໂດຍທ່ານໄດ້ລະບຸໃນຖະແຫຼງການອີກວ່າ ຈະແບ່ງເວລາການໃຊ້ຊີວິດອອກເປັນ 2 ສ່ວນຄື: ໃນປະເທດ ອັງກິດ ແລະ ອາເມຣິກາເໜືອ ເພື່ອໃຫ້ ເຈົ້າຊາຍອາຊີ (ພະໂອລົດ) ຍັງຄົງໄດ້ຊຶມຊັບກັບວິຖີທໍານຽມຂອງຣາຊະວົງທີ່ຕົນເອງໄດ້ກໍາເນີດມາ. ໃນຂະນະດຽວກັນກໍຖືເປັນການເປີດພື້ນທີ່ ແລະ ໂອກາດໃຫ້ຄອບຄົວຂອງພະອົງໄດ້ເລີ່ມຕົ້ນບົດບາດໃໝ່ໃນຊີວິດ ເຊິ່ງລວມເຖິງການເປີດຕົວອົງກອນການກຸສົນແຫ່ງໃໝ່ອີກດ້ວຍ.

ນອກຈາກນັ້ນ ພະອົງຍັງຊົງກ່າວຂອບໃຈຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນຕະຫຼອດມາຂອງທຸກກຄົນອີກດ້ວຍ… 

 

ຂອບໃຈທີ່ມາ: Sanook.com

ແບ່ງປັນ