Breaking News

ເຄັດລັບສ້າງວິໄນໃຫ້ກັບຕົວເອງ ເພື່ອກ້າວໄປສູ່ຄວາມສໍາເລັດ!!!

ແບ່ງປັນ

ເຊື່ອວ່າຫຼາຍໆຄົນມີຄວາມຝັນ ແລະ ເປົ້າໝາຍທີ່ແຕກຕ່າງກັນ ແຕ່ສິ່ງທີ່ຈະກໍານົດເຮົາກ້າວໄປສູ່ຄວາມສໍາເລັດນັ້ນມັນແມ່ນຫຍັງກັນແທ້! ຫຼາຍຄົນອາດຢາກຈະຮູ້ກັນແມ່ນບໍ!!!! ສະນັ້ນ,  ມື້ນີ້ຂວັນໃຈມີເຄັດລັບດັ່ງກ່າວມາແນະນໍາ

 ມີເປົ້າໝາຍ

ສາວໆທ່ານໃດທີ່ມີຄວາມຕັ້ງໃຈໃນການທີ່ຈະບັນລຸເປົ້າໝາຍກໍຕ້ອງເຊື່ອໝັ້ນ ແລະ ສັນຍາໄວ້ກັບຕົນເອງຢ່າງຈິງຈັງ ວ່າຕ້ອງເຮັດໄດ້ ເພາະວິໄນທີ່ດີບໍ່ແມ່ນສິ່ງທີ່ຕິດຕົວມາ ແຕ່ເປັນສິ່ງທີ່ຕ້ອງສ້າງຂຶ້ນເອງ  ດັ່ງນັ້ນຕ້ອງມີວິໄນ ໃນທຸກໆເລື່ອງທີ່ເຮັດທັງເລື່ອງວຽກ ສຸຂະພາບ ການກິນ ການຮັບຜິດຊອບຕໍ່ໜ້າທີ່ ການຄວບຄຸມອາລົມ ການເວົ້າຈາ ແລະ ລວມເຖິງການເບິ່ງໂລກໃນແງ່ດີ

ມີສະມາທິ

ໃຫ້ທົບທວນເປົ້າໝາຍວ່າເຮົາມີເປົ້າໝາຍໄວ້ແນວໃດ? ເພື່ອຈະໄດ້ມີຄວາມຕັ້ງໃຈໃນສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດ ຈົ່ງວາງແຜນວຽກໃນໄລຍະສັ້ນ ແລະ ຍາວ ມັນຈະຊ່ວຍໃຫ້ເຮົາຈັດລໍາດັບຄວາມສໍາຄັນຂອງສິ່ງທີ່ຕ້ອງເຮັດ ຫຼືຈໍາລອງຄິດພາບໃນເວລາທີ່ເຮົາກໍາລັງປະສົບຜົນສໍາເລັດໃນສິ່ງທີ່ເຮົາຕັ້ງໃຈ ກໍຈະຊ່ວຍເຮັດໃຫ້ເຮົາມີຄວາມຮູ້ສຶກ ມີກໍາລັງໃຈ ແລະ ບໍ່ຮູ້ສຶກເມື່ອຍ ຫຼືຖອຍ…

ຈັດລໍາດັບຄວາມສໍາຄັນຂອງວຽກ

ໝູ່ເພື່ອນທຸກຄົນຈົ່ງຟັງທາງນີ້ ໃຫ້ທຸກຄົນເລືອກໃນສິ່ງທີ່ໃຊ້ຄວາມພະຍາຍາມ ແລະ ວິໄນໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນແຮງກົດດັນ ເພາະຄວາມເຄັ່ງຕຶງ ຄວາມກົດດັນ ທີ່ຫຼຸດລົງຈະຊ່ວຍໃຫ້ວຽກທີ່ເຫຼືອໃນມື້ນັ້ນໆສາມາດເຮັດໄດ້ເຮັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ

 ພັກຜ່ອນໃຫ້ພຽງພໍ

ກະແຈດອກສໍາຄັນໃນການນໍາເຮົາໄປສູ່ຄວາມສໍາເລັດໃນການເຮັດວຽກກໍຄື ການກະກຽມຮ່າງກາຍ ໃຫ້ພ້ອມໃນແຕ່ລະມື້ ບໍ່ມີສິ່ງໃດ ທີ່ຈະເຮັດໃຫ້ເຮົາມີສະມາທິ ແລະ ມີຄວາມອົດທົນໄດ້ດີກວ່າການພັກຜ່ອນ ເພາະສິ່ງນີ້ເປັນສິ່ງທີ່ຄົນສ່ວນຫຼາຍເບິ່ງຂ້າມໄປ ຖ້າຫາກເຮັດໄດ້ກໍຈະຊ່ວຍໃຫ້ເຮົາຕື່ນມາພ້ອມກັບຄວາມພ້ອມທີ່ຈະລຸຍວຽກໃນແຕ່ລະມື້

ກຳລັງໃຈເປັນສິ່ງສໍາຄັນ

ການທີ່ເຮົາພະຍາຍາມເຮັດວຽກຢ່າງມີວິໄນໃຫ້ສໍາເລັດໄປໄດ້ເປັນສິ່ງທີ່ເຮົາຕ້ອງໃຊ້ຄວາມພະຍາຍາມ ແຕ່ເມື່ອເຮັດໃນສິ່ງທີ່ເຮົາຕັ້ງໃຈເຮັດຈົນສໍາເລັດແລ້ວ ກໍຢ່າລືມໃຫ້ກໍາລັງໃຈຕົວເອງ ເພາະທຸກເທື່ອທີ່ເຮົາໄດ້ເຫັນຄວາມສໍາເລັດຂອງຕົນເອງ ກໍຄ້າຍກັບເຫັນລາງວັນຕອບແທນໃຫ້ກັບຄວາມດຸໝັ່ນ ຄວາມຕັ້ງໃຈຂອງເຮົາ ສິ່ງນີ້ກໍຈະເປັນສິ່ງທີ່ເຮັດໃຫ້ເຮົາມີກໍາລັງໃຈ ແລະ ຮັກສາວິໄນຈົນນໍາເຮົາໄປສູ່ຄວາມສໍາເລັດໃນອະນາຄົດ.

ແບ່ງປັນ