Breaking News

ນາຍົກລັດຖະມົນຕີ “ປະເທດຟິນແລນ” ສະເໜີໃຫ້ເຮັດວຽກ 6 ຊົ່ວໂມງຕໍ່ມື້ 4 ມື້ຕໍ່ອາທິດ

ແບ່ງປັນ

ທ່ານນາງ Sana Marin ນາຍົກລັດຖະມົນຕີ ປະເທດຟິນແລນ ອາຍຸພຽງ (34 ປີ) ເປັນຜູ້ນໍາທີ່ອາຍຸນ້ອຍທີ່ສຸດອັນດັບສອງຂອງໂລກ ສະເໜີແນວຄິດໃຫ້ປະຊາຊົນ ປະເທດຟິນແລນ ເຮັດວຽກພຽງແຕ່ 6 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກພຽງ 4 ມື້ຕໍ່ອາທິດ. ຜູ້ນໍາຍິງຄົນໃໝ່ ນາຍົກຟິນແລນ ເຊື່ອໝັ້ນວ່າ ການຫຼຸດເວລາ ການເຮັດວຽກລົງ ແລະ ເພີ່ມປະສິດທິພາບ ການເຮັດວຽກ ຈະເຮັດໃຫ້ ປະຊາຊົນ ປະເທດຟິນແລນ ມີເວລາໃຫ້ກັບຄອບຄົວຫຼາຍຂຶ້ນ,  ຢູ່ກັບຄົນທີ່ຕົນເອງຮັກ, ເຮັດວຽກບ້ານການເຮືອນ, ເຮັດສິ່ງທີ່ຕົນເອງມັກ ແລະ ກິດຈະກໍາອື່ນໆໃນຊີວິດ ເຊັ່ນ “ວັດທະນະທໍາ ແລະ ສິ່ງແວດລ້ອມ”.

ແນວຄວາມຄິດນີ້ ໄດ້ຖືກນໍາສະເໜີ ໃຫ້ພັກຝ່າຍຄ້ານ ຢູ່ປະເທດ ຟິນແລນ ໄດ້ຮັບຮູ້ ແລະ ມີທ່າທີວ່າ ທຸກໆພັກຝ່າຍຄ້ານ ກໍ່ມີຜູ້ຍິງ ໃນພັກ ເປັນຈໍານວນຫຼາຍ ແລະ ມີແນວໂນ້ມສູງ ທີ່ຈະໄດ້ຮັບການອະນຸມັດໃນຄັ້ງນີ້.

ແຕ່ປັດຈຸບັນ ປະເທດຟິນແລນຍັງຄົງໃຊ້ລະບົບການເຮັດວຽກ 8 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກ 5 ມື້ຕໍ່ອາທິດ ແຕ່ເຖິງຢ່າງໃດກໍຕາມ ນາຍົກລັດຖະມົນຕີ ຂອງ ປະເທດ ຟິນແລນຍັງກ່າວວ່າ ເລື່ອງອາຍຸນ້ອຍ ຂອງລາວ ບໍ່ໄດ້ເປັນອຸປະສັກ ໃນການເຮັດວຽກ ເພາະ ລາວຄິດວ່າ ການມາເປັນນາຍົກ ແມ່ນເລື່ອງຂອງແຮງບັນດານໃຈ ກະຕືລືລົ້ນ ຢາກຊ່ວຍປະເທດ ທີ່ນໍາພາລາວເຂົ້າມາເຮັດວຽກ ການເມືອງ.

Source: LAO YOUTH RADIO STATION, FM 90.0 MHZ

ແບ່ງປັນ