Breaking News

Entertainment Lao

ສຸດຍອດຫຼາຍ!!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ…

ສຸດຍອດຫຼາຍ!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ… ຖືວ່າເປັນນາງງາມລາວອີກຄົນໜຶ່ງທີ່ມີທັງຄວາມງາມ ແລະ ຄວາມສາມາດຫຼາຍພໍສົມຄວນ ສໍາລັບສາວຄົນນີ້ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ ທີ່ເລີ່ມເປັນທີ່ຮູ້ຈັກ ແລະ ໂດ່ງດັງຫຼັງຈາກໄດ້ຮັບຕໍາແໜ່ງ  Miss World Laos 2017 ຫຼັງຈາກໄປປະຕິບັດໜ້າທີ່ໃນຖານະນາງງາມຕົວແທນປະເທດລາວເທິງເວທີ  Miss World 2017 ສໍາເລັດລົງ ເຈນນີ່ ກໍເດີນສາຍໃນວົງການບັນເທີງເກືອບທຸກຢ່າງບໍ່ວ່າຈະເປັນ ນາງແບບ, ພິທີກອນ… ນອກຈາກນັ້ນ ຍັງເປັນຜູ້ບໍລິຫານຄ່າຍ ຕົ້ນຄໍາ ໂມເດລລິ່ງ ອີກດ້ວຍ. ເຊິ່ງທີ່ຜ່ານມານອກຈາກຈະເຮັດວຽກໃນວົງການບັນເທີງໄດ້ແບບບໍ່ຂາດຕົກບົກຜ່ອງແລ້ວ ຖ້າໃຜທີ່ຕິດຕາມ ເຈນນີ່ ຢູ່ກໍຈະຮູ້ວ່າ ນາງຍັງເປັນດາຣາໃຈບຸນອີກຄົນໜຶ່ງທີ່ມັກຊ່ວຍເຫຼືອສັງຄົມຢູ່ເກືອບທຸກຢ່າງເລີຍກໍວ່າໄດ້… ແລະ ມື້ວານນີ້ ສາວເຈນນີ່ກໍໄດ້ ໂພສຂ່າວດີຜ່ານ Facebook ສ່ວນຕົວ Tonkham Phonchanheuang “ກ່ອນອື່ນຫມົດເຈນຂໍຂອບໃຈ ນາຍົກສະມາຄົມພັດທະນາໄວລຸ້ນໄທ …

Read More »

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ…

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ… ເຊຍສາວເມ ວິຈິດຕາ Miss Universe Laos 2019 ຈົບໄປແລ້ວ ບາດນີ້ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ສາວເມ ເນລະມິດ Miss World Laos 2019 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 14 ທັນວາ ສາວເມ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວເມ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິ້ນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່ ຕັ້ງແຕ່ມື້ທີ່ໄປຢືນຕິດຂອບເວທີການປະກວດ Miss World Laos 2019 …

Read More »

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!! ອົດໃຈຖ້າອີກໜ້ອຍດຽວ ກໍຈະໄດ້ຮາແບບເຕັມຮູບແບບແລ້ວ ສໍາລັບຮູບເງົາແຫ່ງປີທີ່ທຸກຄົນຄອຍຖ້າມາດົນ “ຮັກມະຍ່ອມມະແຍ່ມ” ຜົນງານການກັບກໍາຂອງຜູ້ກໍາກັບແຖວໜ້າຂອງປະເທດລາວຄື ອ້າຍ ເຈ້ຍ ປາຊີຟິກ ແລະ ໄດ້ທີ່ປຶກສາຈາກຜູ້ກໍາກັບຊື່ດັງຈາກປະເທດເພື່ອນບ້ານຫຼາຍຄົນ ໃນນັ້ນກໍມີຜູ້ກໍາກັບ ແລະ ຕະລົກຊື່ດັງຄື ອ້າຍໝໍ່າ ຈົກມົກ ເຂົ້າຮ່ວມສະແດງນໍາ ເຊິ່ງງານນີ້ບອກໄດ້ເລີຍວ່າ ບໍ່ຮາ, ບໍ່ມັນ ບໍ່ແມ່ນຜົນງານຂອງ ອ້າຍເຈ້ຍ… ໃນຮູບເງົາເລື່ອງນີ້ແມ່ນເຕັມໄປດ້ວຍນັກສະແດງມືອາຊີບຈາກທັງໄທ ແລະ ລາວ ຮ່ວມສະແດງນໍາ ເຊັ່ນ: ນຸ້ຍ ສຸພາພອນ, ນູ່ນີ່, ແກ້ວຕາ, ໂອລ່າ ແບລກອ່າຍ, ອ້າຍຕູ່, ສາວ ວາວ (ນັກສະແດງຈາກໄທ), ໜຸ່ມເອັກ  (ນັກສະແດງຈາກໄທ) ແລະ ດາວຕະລົກອີກຫຼາກຫຼາຍ… ເຊິ່ງຮູບເງົາ “ຮັກມະຍ່ອມມະແຍ່ມ” ກໍໄດ້ຈັດງານເປີດຕົວ ແລະ …

Read More »

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ຄັ້ງທຳອິດ ທີ່ PIS

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ, ຈັດຂຶ້ນໂດຍທາງສະພານັກຮຽນຊັ້ນມັດທະຍົມຕອນປາຍຂອງ ໂຮງຮຽນ ນານາຊາດ ປັນຍາທິບ, ໃນວັນທີ 7 ທັນວາ ທີ່ ໂຮງຮຽນ ນານາຊາດ ປັນຍາທິບ, ວິທະຍາເຂດຊັ້ນມັດທະຍົມ, ສະພານທອງ, ນະຄອນຫຼວງວຽງຈັນ ໃນເວລາ 6 ໂມງແລງ, ໄດ້ມີ ‘ການສະເຫຼີມສະຫຼອງງານດັ່ງກ່າວໂດຍການເປີດໄຟແສງສີ’ ຢ່າງເປັນທາງການ,​ ກ່າວເປີດງານໂດຍທ່ານນາງ ປາດຖະໜາ ປັນຍາທິບ, ຜູ້ອໍານວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນ ນານາຊາດ ປັນຍາທິບ ເປັນຜູ້ເປີດໄຟຕົ້ນຄຣິສມາສທີ່ມີຄວາມສູງ 10 ແມັດ ແລະ ໄຟແສງສີອື່ນໆທີ່ມີຄວາມຍາວ 6.5 ກິໂລ ທົ່ວງານ. ມີຜູ້ເຂົ້າຮ່ວມງານຫຼາຍກ່ວາ 1,400 ຄົນ. ງານຄັ້ງນີ້, ຈັດຂຶ້ນກໍເນື່ອງໃນໂອກາດວັນຄຣິສມາສ ທີ່ກໍາລັງຈະມາຮອດມາເຖິງນີ້, ໄດ້ມີຕະຫຼາດນັດ ມີສິນຄ້າຫຼາກຫຼາຍຢ່າງມາວາງສະແດງໃຫ້ເລືອກຊົມ ແລະ ເລືອກຊື້. ງານດັ່ງກ່າວໄດ້ກາຍເປັນບ່ອນທ່ຽວຊົມທີ່ໜ້າສົນໃຈຫຼາຍສໍາລັບຄອບຄົວ ລວມທັງມີຕະຫຼາດຄຣິສມາສ, …

Read More »

ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…

ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ… ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ MISS UNIVERSE ນາງງາມຈັກກະວານໂລກ ທີ່ມີນາງງາມຕົວແທນເກືອບ 100 ປະເທດເຂົ້າຮ່ວມປະກວດໃນຮອບຕັດສິນ ວັນທີ 9 ທັນວາ 2019 ທີ່ປະເທດ ສະຫະລັດອາເມຣິກາ ເຊິ່ງຜົນການຕັດສິນກໍໄດ້ອອກມາຢ່າງເປັນເອກະສັນແລ້ວວ່າ ສາວງາມຜູ້ຄວ້າມຸງກຸດອັນຊົງກຽດຈາກເວທີໂລກ MISS UNIVERSE ປະຈໍາປີ 2019 ນີ້ແມ່ນໄດ້ແກ່ Miss Zozibini Tunzi ຕົວແທນຈາກ ອາຟຣິກກາໃຕ້ ເຊິ່ງຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ທຸກຄົນທຸກປະເທດທົ່ວໂລກ ກໍສະແດງຄວາມຍິນດີ ແລະ ເວົ້າເປັນສຽງດຽວກັນວ່າ “ເໝາະສົມທີ່ສຸດແລ້ວ” ລວມທັງແອັດມິ້ນເອງກໍໄດ້ຮ່ວມສະແດງຄວາມຍິນດີນໍາກັບນາງຫຼາຍໆເດີ້!!! ສ່ວນທາງດ້ານ ສາວເມ ວິຈິດຕາ ພອນວິໄລ ນາງງາມຕົວແທນປະເທດລາວເຮົາທີ່ໄດ້ເດີນທາງໄປປະກວດໃນເວທີລະດັບໂລກນີ້ ເຊິ່ງຄົນລາວເຮົາທັງປະເທດກໍໄດ້ສົ່ງກໍາລັງໃຈໄປເຊຍແບບສຸດໃຈ ແລະ ສາວເມ ເອງກໍໄດ້ປະຕິບັດໜ້າທີ່ຂອງຕົນເອງໄດ້ດີທີ່ສຸດໃນການນໍາສະເໜີຄວາມເປັນລາວ ສູ່ເວທີສາກົນໃນຄັ້ງນີ້ ແລະ …

Read More »