Breaking News

ສຸດຍອດຫຼາຍ!!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ…

ແບ່ງປັນ

ສຸດຍອດຫຼາຍ!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ…

ຖືວ່າເປັນນາງງາມລາວອີກຄົນໜຶ່ງທີ່ມີທັງຄວາມງາມ ແລະ ຄວາມສາມາດຫຼາຍພໍສົມຄວນ ສໍາລັບສາວຄົນນີ້ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ ທີ່ເລີ່ມເປັນທີ່ຮູ້ຈັກ ແລະ ໂດ່ງດັງຫຼັງຈາກໄດ້ຮັບຕໍາແໜ່ງ  Miss World Laos 2017 ຫຼັງຈາກໄປປະຕິບັດໜ້າທີ່ໃນຖານະນາງງາມຕົວແທນປະເທດລາວເທິງເວທີ  Miss World 2017 ສໍາເລັດລົງ ເຈນນີ່ ກໍເດີນສາຍໃນວົງການບັນເທີງເກືອບທຸກຢ່າງບໍ່ວ່າຈະເປັນ ນາງແບບ, ພິທີກອນ… ນອກຈາກນັ້ນ ຍັງເປັນຜູ້ບໍລິຫານຄ່າຍ ຕົ້ນຄໍາ ໂມເດລລິ່ງ ອີກດ້ວຍ. ເຊິ່ງທີ່ຜ່ານມານອກຈາກຈະເຮັດວຽກໃນວົງການບັນເທີງໄດ້ແບບບໍ່ຂາດຕົກບົກຜ່ອງແລ້ວ ຖ້າໃຜທີ່ຕິດຕາມ ເຈນນີ່ ຢູ່ກໍຈະຮູ້ວ່າ ນາງຍັງເປັນດາຣາໃຈບຸນອີກຄົນໜຶ່ງທີ່ມັກຊ່ວຍເຫຼືອສັງຄົມຢູ່ເກືອບທຸກຢ່າງເລີຍກໍວ່າໄດ້…

ແລະ ມື້ວານນີ້ ສາວເຈນນີ່ກໍໄດ້ ໂພສຂ່າວດີຜ່ານ Facebook ສ່ວນຕົວ Tonkham Phonchanheuang “ກ່ອນອື່ນຫມົດເຈນຂໍຂອບໃຈ ນາຍົກສະມາຄົມພັດທະນາໄວລຸ້ນໄທ ແລະ ຜູ້ປະກອບການທຸລະກິດ ທີ່ມອງເຫັນຄຸນຄ່າ ແລະ ມອບລາງວັນອັນຊົງກຽດນີ້ໃຫ້ເຈນຖືວ່າເປັນລາງວັນສັນຍານທີ່ດີຂອງເຈນ ແລະ ເຈນເຊື່ອວ່າລາງວັນນີ້ຈະເປັນອີກຫນື່ງກະບອກສຽງໃຫ້ກັບແມ່ຍິງລາວ ໃນ ສ.ປ.ປ ລາວ ກະຕືລືລົ້ນ ເພື່ອເປັນຕົ້ນແບບທີ່ດີຢູ່ໃນສັງຄົມ #ລາງວັນຄົນທີ່ຜ່ານພາອຸປະສັກສູ່ຄວາມສຳເລັດ #ໃນສາຂາແມ່ຍິງລາວຜູ້ສົ່ງເສີ່ມສາຍສຳພັນດີເດັ່ນລາວແລະໄທ?? ພ້ອມທັງຂອບໃຈທຸກພາກສ່ວນທີ່ສະໜັບສະໜູນໃນຄັ້ງນີ້” ຫຼັງຈາກໂພສນີ້ເຜີຍແຜ່ອອກມາກໍມີແຟນຄຣັບເຂົ້າໄປສະແດງຄວາມຍິນດີເປັນຈໍານວນຫຼວງຫຼາຍ ແລະ ແອັດມິ້ນເອງກໍຂໍສະແດງຄວາມຍິນດີນໍາ ເຈນນີ່ ຫຼາຍໆເດີ້!!! 

/

ນອກຈາກເຈນນີ່ແລ້ວ ກໍຍັງມີດາຣາ,​ ນັກຮ້ອງຈາກປະເທດລາວໄດ້ເຂົ້າຮ່ວມຮັບລາງວັນໃນງານນີ້ນໍາ ເຊັ່ນວ່າ: ໜຸ່ມຕ້າ, ໜຸ່ມເທເລີ່… ກໍຂໍສະແດງຄວາມຍິນດີນໍາທຸກຄົນເດີ້!!!

ຂອບໃຈຮູບພາບ ແລະ ຂໍ້ມູນຈາ: Tonkham Phonchanheuang

ແບ່ງປັນ