Breaking News

ຄອບຄົວສຸກສັນ!!! ໂອປໍ-ໝໍໂອກ ພານ້ອງອາລີນ-ອາລັນ ເຊັກອິນທີ່ຫຼວງພະບາງ ປະເທດລາວ ເນື່ອງໃນວັນຄ້າຍວັນເກີດ ແມ່ໂອປໍ…

ແບ່ງປັນ

ຖືເປັນຄອບຄົວຕົວຢ່າງແຫ່ງປີເລີຍກໍວ່າໄດ້ ສໍາລັບຄອບຂອງ ພິທີກອນ-ດາຣາຊື່ດັງ (ປະເທດໄທ) ໂອປໍ ແລະ ໝໍໂອກ ພ້ອມດ້ວຍລູກສາວ-ລູກຊາຍຝາແຝດ ນ້ອງລີນ-ອາລັນ ເພາະຖ້າໃຜໄດ້ຕິດຕາມຄອບຄົວນີ້ຢູ່ ກໍຈະຕ້ອງຫຼົງຮັກໃນຄວາມອົບອຸ່ນຂອງພໍ່ໂອກ-ແມ່ໂອບ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງອາລີນ-ອາລັນ ແບບຫ້າມໃຈບໍ່ຢູ່ກັນເລີຍແຫຼະ! ຄືດັ່ງແອັດມິ້ນເອງກໍເປັນຄົນໜຶ່ງທີ່ຕິດຕາມຄອບຄົວນີ້ຢູ່ ແລະ ກໍຮູ້ສຶກວ່າຫຼົງຮັກຄອບຄົວນີ້ແຮງງງງ… ແລະ ມື້ຶ້ວານນີ້ ວັນທີ 16 ທັນວາ ກໍເປັນວັນຄ້າຍວັນເກີດຂອງ ແມ່ໂອປໍ ເຊິ່ງກໍມີແຟນຄຣັບເຂົ້າໄປອວຍພອນເປັນຈໍານວນຫຼວງຫຼາຍ!! ເພື່ອເພີ່ມຄວາມພິເສດໃຫ້ກັບວັນຄ້າຍວັນເກີດຂອງແມ່ໂອບ ພໍ່ໂອກ ກໍໄດ້ພາເມຍສຸດທີ່ຮັກ ແລະ ລູກໆ ມາຜ່ອນຄາຍ ເຊັກອິນທີ່ຫຼວງພະບາງ ເຊິ່ງບອກເລີຍວ່າ ໜ້າຮັກກັນທັງຄອບຄົວເລີຍແຫຼະ!!! ບັນຍາກາດຈະເປັນແນວໃດນັ້ນ ແອັດມິ້ນກໍໄດ້ເອົາມາຕ້ອນທຸກຄົນນໍາ… ພ້ອມກັບຂໍອວຍພອນເນື່ອໃນວັນຄ້າຍວັນເກີດຂອງແມ່ໂອປໍ ຂໍໃຫ້ມີຄວາມສຸກ ແລະ ເປັນທີ່ຮັກຂອງທຸກຄົນແບບນີ້ຕະຫຼອດໄປເດີ້…

ຄອບຄົວສຸກສັນ

 

ແມ່ສຸດ Strong

ຂອບໃຈຮູບພາບຈາກ: Facebook: opal panisara official

ແບ່ງປັນ