Breaking News

ມາເບິ່ງເຫດຜົນທີ່ແມ່ຍິງເລືອກທີ່ຈະຢູ່ເປັນ “ໂສດ” ບໍ່ແມ່ນບໍ່ມີໃຜເອົາ… ແຕ່ຢາກຈະໂສດແບບງາມໆ ແລະ ມີຄຸນຄ່າ!!!

ແບ່ງປັນ

ເຄີຍສົງໃສບໍ່ວ່າ ບັນດາຜູ້ຍິງທີ່ເກັ່ງ, ໂປຣຟາຍເລີດ, ມີຄວາມສະຫຼາດ, ໄຫວພິບດີ ແລະ ເປັນແມ່ຍິງຍຸກໃໝ່ ມີຄວາມປະສົບຜົນສຳເລັດໃນໜ້າທີ່ການງານ ເປັນຫຍັງສາວໆເຫຼົ່ານັ້ນຄືຍັງຄອງຕົວເປັນ “ໂສດ” ບໍ່ມີແຟນຈັກເທື່ອ? ເປັນຄຳຖາມທີ່ຄ້າງຄາໃຈໃຜຫຼາຍໆຄົນ, ດັ່ງນັ້ນ ຈຶ່ງມີການວິໄຈ, ເຮັດບົດສະຫຼຸບ ແລະ ກໍໄດ້ພົບຄໍາຕອບ 5 ຂໍ້ດັ່ງຕໍ່ໄປນີ້ ແມ່ນເຫດຜົນຫຼັກຂອງບັນດາສາວໆທີ່ຍັງໂສດທັງຫຼາຍ…..

  1. ນາງໃຫ່ຍກວ່າທີ່ຈະ ອອກເດດເພື່ອຫາຄູ່

ສ່ວນຫຼາຍແມ່ຍິງເຫຼົ່ານີ້ຈະບໍ່ເສຍເວລາ ຫຼື້ ພະລັງງານໃຫ້ກັບຜູ້ຊາຍທີ່ເບິ່ງບໍ່ເຫັນອະນາຄົດ ແຕ່ບໍ່ໄດ້ໝາຍວ່າພວກນາງບໍ່ໄດ້ສົນໃຈເລື່ອງການອອກເດດ ພຽງແຕ່ບໍ່ສົນໃຈການອອກເດດແບບສວຍໂອກາດ ສູ້ເອົາເວລາໄປອອກກຳລັງກາຍ ເບິ່ງແຍງໂຕເອງໃຫ້ງາມໆ ດີກວ່າຕ້ອງອອກເດດກັບຜູ້ຊາຍທີ່ນາງຮູ້ສຶກວ່າບໍ່ແມ່ນ ແຕ່ຖ້າມີຄົນທີ່ຮູ້ສຶກວ່າແມ່ນຜ່ານເຂົ້າມາ ນາງກໍພ້ອມໄປອອກເດດກັບຜູ້ຊາຍຄົນນັ້ນດ້ວຍຄວາມຕື່ນເຕັ້ນ ແລະ ພໍໃຈ.

2. ນາງບໍ່ມັກເພດສຳພັນທີ່ໄຮ້ຄວາມໝາຍ

ເຖິງແມ່ນວ່າສັງຄົມສະໄໝນີ້ຈະບໍ່ຊີຣຽດກັບເລື່ອງເຊັກສ໌ ແຕ່ສຳລັບພວກນາງແລ້ວ ຈະບໍ່ມີວັນຫຼຸດຄ່າຂອງຕົວເອງໄປກ່ຽວກັບຜູ້ຊາຍທີ່ຫວັງພຽງຮ່າງກາຍ ຫຼື ມີເພດສຳພັນພຽງຂ້າມຄືນເດັດຂາດ ເພາະເຊັກສ໌ຕ້ອງເກີດຈາກຄວາມຮັກ ແລະ ເຂົ້າໃຈກັນເທົ່ານັ້ນ.

3. ນາງບໍ່ໄດ້ເບິ່ງຫາໃຜເພື່ອມາເຕີມເຕັມໃຫ້ຊີວິດ

ນາງຈະບໍ່ຍອມຈຳນົນຕໍ່ອາການເຈັບປວດຂອງພາວະສິ້ນຫວັງໃນການອອກເດດ ນາງມີຄວາມງາມ ມີວຽກວຸ້ນໆທີ່ກອງເພື່ອໃຫ້ສະສາງ ເຊິ່ງກໍຖືກໄດ້ວ່ານາງມີຄວາມສຸກກັບຊີວິດທີ່ເປັນຢູ່ ແລະ ບໍ່ຈຳເປັນຈະຕ້ອງແຕ່ງໂຕປະຫຼາດ ບໍ່ແມ່ນໂຕຂອງໂຕເອງເພື່ອໄປອອກເດດກັບຜູ້ຊາຍທີ່ບໍ່ແມ່ນເດັດຂາດ.

4. ນາງເບິ່ງຄືວ່າມີພ້ອມທຸກຢ່າງ

ຂໍ້ຄວາມຕໍ່ໄປນີ້ອາດຈະເປັັນທີ່ຖົກຖຽງກັນ ແຕ່ຄວາມເປັນຈິງແລ້ວ…ຜູ້ຊາຍບໍ່ໄດ້ໂງ່ ເມື່ອພົບແມ່ຍິງທີ່ ງາມແຕ່ໂສດ ເຂົາຮູ້ວ່ານາງຄືວ່າທີ່ ພັນລະຍາ ໃນອະນາຄົດ ເພາະນາງມີຄວາມງາມເພີເຟັກ, ສະຫຼາດ ມີຫນ້າທີ່ການງານທີ່ດີ ແລະ ບຸກຂະລິກທີ່ດີ ແຕ່ນັ້ນກໍອາດຈະເຮັດໃຫ້ໜຸ່ມໆທີ່ໄປອອກເດດນຳເກີດອາການເກັງ ຈົນເກີດຄວາມຮູ້ສຶກວິຕົກກັງວົນເກີນຈະຮັບມື ພວກເຂົາຈຶ່ງຕັດສິນໃຈເລີກກ່ອນທີ່ຈະເລີ່ມຕົ້ນ ແລະ ນີ້ກໍເປັນອີກສາເຫດໜຶ່ງທີ່ໜ້າເສຍດາຍຂອງແມ່ຍິງທີ່ງາມ ແລະ ໂປຣຟາຍເລີດ.

5. ນາງຮູ້ວ່າຕົວເອງຕ້ອງການຫຍັງ

ສາວໂສດສຸດ Hot ເຫຼົ່ານີ້ອາດຈະເຄີຍອອກເດດມາແລ້ວຫຼາຍຄັ້ງໃນອະດີດ ຈົນສາມາດລະບຸສິ່ງທີ່ນາງຕ້ອງການໃນຄວາມສຳພັນໃນໄລຍະຍາວໄດ້ ນາງຈຶ່ງຮູ້ສຶກເບື່ອໜ່າຍຜູ້ຊາຍທີ່ຍັງບໍ່ເປັນໂຕຂອງໂຕເອງ ສາວໆເຫຼົ່ານີ້ຈະແນມແຕ່ຄົນທີ່ເປັນອິດສະຫຼະ ປະສົບຄວາມສຳເລັດ ແລະ ມີຄວາມສຸກຫຼາຍພໍໆກັບນາງ ດັ່ງນັ້ນ ຄົນທີ່ຈະເຂົ້າມາເປັນແຟນຂອງນາງຈຶ່ງຕ້ອງມີຄວາມເພີເຟັກໃນລະດັບໜຶ່ງ ແລະ ຫາກວ່າໄດ້ເດດກັນໄປໄລຍະໜຶ່ງຈົນຮູ້ສຶກວ່າມີບາງສິ່ງບາງຢ່າງທີ່ບໍ່ໂອເຄ ນາງກໍພ້ອມທີ່ຈະປະຕິເສດຜຸ້ຊາຍຄົນນັ້ນທັນທີ.

Two smiled women are playing piggyback and eating ice cream at dusk.

ຂໍ້ມູນຈາກ: today.line.me

ແບ່ງປັນ