Breaking News

ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ…

ແບ່ງປັນ

ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ…

ຫຼັງຈາກການປະກວດ Miss supranational  ທີ່ປະເທດຟີນແລນ ສິ້ນສຸດລົງ ກັບຜົນການຕັດສິນທີ່ເປັນເອກະສັນ ແລະ ນາງງາມຜູ້ໄດ້ຄວ້າຕໍາແໜ່ງ Miss supranational  ປະຈໍາປີ 2019 ນີ້ກໍບໍ່ແມ່ນຄົນອື່ນຄົນໄກ ເປັນພີ່ນ້ອງບ້ານໃກ້ເຮືອນຄຽງຄື ສາວງາມຈາກປະເທດໄທນັ້ນເອງ ເຊິ່ງຄົນລາວຫຼາຍຄົນຄົງຈະຮູ້ຈັກກັນດີກັບສາວງາມຄົນນີ້ ເພາະຕັ້ງແຕ່ເລີ່ມເຂົ້າເກັບຕົວທີ່ ປະເທດ ໂປແລນ ສາວແອນ ກໍໄດ້ຊ່ວຍນາງງາມລາວຕົວແທນຈາກປະເທດລາວ ໃນເລື່ອງການຊ່ວຍແປ ແລະ ເວົ້າພາສາອັງກິດ (ນາງງາມຕົວແທນປະເທດລາວ ປຸລັດດາ ຊາຍດອນໂຂງ ນັ້ນເວົ້າພາສາອັງກິດບໍ່ໄດ້ (ບໍ່ດຣາມ່າເລື່ອງນີ້ເດີ້)) ແລະ ຫຼັງຈາກທີ່ ແອນ ແອນໂທເນຍ ໂພຊິ້ວ Miss supranational  Thailand ໄດ້ຮັບຕໍາແໜ່ງອັນຊົງກຽດໃນຄັ້ງນີ້ໄປ ເຊິ່ງເປັນຄັ້ງປະຫວັດສາດຂອງ ປະເທດໄທ ເຊັ່ນກັນ ກໍຖືວ່າເປັນຄວາມພາກພູມໃຈຂອງຄົນໄທທັງປະເທດ ແລະ ຄົນລາວເອງກໍຮ່ວມສະແດງຄວາມຍິນດີນໍາຢ່າງສຸດໃຈ…

ແລະ ຄໍາຖາມໃນຮອບຕັດສິນທີ່ ສາວແອນ ໄດ້ຮັບແມ່ນ: ທ່ານຄິດວ່າ ສິ່ງທີ່ທ້າທາຍສໍາລັບ Generations ຂອງທ່ານແມ່ນຫຍັງ? ແລະ ຄໍາຕອບທີ່ເຮັດໃຫ້ໄດ້ມົງໄປນັ້ນກໍຄື: “ຂ້ອຍຄິດວ່າ ເຮົາບໍ່ຈິງໃຈຕໍ່ກັນ ແລະ ກັນເທົ່າທີ່ຄວນ ຂ້ອຍຄິດວ່າ ຄົນເຮົາມັກເບິ່ງກັນແຕ່ພາຍນອກ ເບິ່ງກັນແຕ່ເປືອກນອກຫຼາຍເກີນໄປ ເຮັດໃຫ້ເຮົາບໍ່ຮູ້ເຖິງແກ່ນແທ້ຂອງກັນ ແລະ ກັນດີພໍ ຖ້າເຮົາຈະເບິ່ງເຂົ້າໄປຫາເນື້ອແທ້ ແລະ ເບິ່ງກັນເຂົ້າໄປທາງໃນ ຂ້ອຍຄິດວ່າໂລກເຮົາຈະສວຍງາມຫຼາຍຂຶ້ນ ແລະ ທຸກຄົນກໍຈະມີຄວາມສຸກຂຶ້ນຢ່າງແນ່ນອນ” 

ສະແດງຄວາມຍິນດີກັບ!! ມຸງກຸດທີ່ 2 ຂອງປະເທດໄທ ທີ່ໄດ້ຈາກເວທີລະດັບໂລກ ໃນປີ 2019

Miss supranational ແລະ ຮອງທັງ 4: 1st Miss supranational Nanibia, 2nd Miss supranational Indonasia, 3rd Miss supranational Peru, 4th Miss supranational Venezuela. 

ປຸລັດດາ ຊາຍດອນໂຂງ Miss supranational Laos

ຂອບໃຈຮູບຈາກ: Miss supranational

ແບ່ງປັນ