Breaking News

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ…

ແບ່ງປັນ

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ…

ເຊຍສາວເມ ວິຈິດຕາ Miss Universe Laos 2019 ຈົບໄປແລ້ວ ບາດນີ້ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ສາວເມ ເນລະມິດ Miss World Laos 2019 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 14 ທັນວາ ສາວເມ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວເມ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ…

ສ່ວນແອັດມິ້ນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່ ຕັ້ງແຕ່ມື້ທີ່ໄປຢືນຕິດຂອບເວທີການປະກວດ Miss World Laos 2019 ຈົນ ເມ ໄດ້ຕໍາແໜ່ງ ແລະ ຕອນນີ້ກຽມຕົວຂຶ້ນສູ່ເວທີໃຫຍ່ແລ້ວກໍຍັງເອົາໃຈເຊຍຢູ່ເຕັມທີ່! ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ເມ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!!

ຂອບໃຈຮູບພາບຈາກ: Miss World Laos

ແບ່ງປັນ